Homeຂ່າວຕ່າງປະເທດມາເລເຊຍ ແອຣ໌ລາຍ ເຮັດສຽວອີກ! ໄຟໄໝ້ເຄື່ອງຈັກພາຍຫລັງຂຶ້ນບິນ ຕ້ອງລົງຈອດສຸກເສີນ ຢູ່ອົດສະຕາລີ!

ມາເລເຊຍ ແອຣ໌ລາຍ ເຮັດສຽວອີກ! ໄຟໄໝ້ເຄື່ອງຈັກພາຍຫລັງຂຶ້ນບິນ ຕ້ອງລົງຈອດສຸກເສີນ ຢູ່ອົດສະຕາລີ!

Published on

EyWwB5WU57MYnKOuXxxBmmZGYu5zGBi9wjW61B2Czo9pRxneaWsPkV

ສຳນັກຂ່າວຕ່າງປະເທດລາຍງານ ໃນວັນທີ 12 ມິຖຸນານີ້ວ່າ ເກີດເຫດຂັດຂ້ອງກັບເຮືອບິນສາຍການບິນມາເລເຊຍ ແອຣ໌ລາຍ ເສັ້ນທາງລະຫວ່າງເມືອງ ເມເບິ້ນ ປະເທດອົດສະຕາລີ ເພື່ອມຸ່ງໜ້າໄປນະຄອນຫລວງກົວລາລຳເປີ ຂອງມາເລເຊຍ ເມື່ອຕອນບ່າຍທີ່ຜ່ານມາ ເຮັດໃຫ້ເຮືອບິນຕ້ອງລົງຈອດສຸກເສີນ ຢູ່ສະໜາມບິນເມເບິ້ນຄືເກົ່າ ຫລັງຈາກທີ່ບິນຂຶ້ນສູ່ເທິງຟ້າໄດ້ບໍ່ພໍເທົ່າໃດນາທີ.

ຕາມການລາຍງານຂອງແຫລ່ງຂ່າວໄດ້ລະບຸວ່າ ຖ້ຽວບິນດັ່ງກ່າວ ແມ່ນຖ້ຽວບິນ MH148 ຂອງສາຍການບິນມາເລເຊຍ ແອຣ໌ລາຍ ເຊິ່ງຈາກການກວດສອບແລ້ວ ແມ່ນພົບວ່າມີໄຟໄໝ້ເກີດຂຶ້ນຢູ່ເຄື່ອງຈັກໜ່ວຍໜຶ່ງຂອງເຮືອບິນລຳດັ່ງກ່າວ.

ທັງນີ້ ຖ້ຽວບິນດັ່ງກ່າວໄດ້ທຳການບິນອ້ອມຢູ່ເທິງຟ້າເມືອງເມເບິ້ນຫລາຍຮອບ ເພື່ອເຜົາຜານເຊື້ອໄຟໃຫ້ເຫລືອໜ້ອຍທີ່ສຸດ ກ່ອນທີ່ຈະຕັດສິນໃຈລົງຈອດສຸກເສີນໄດ້ຢ່າງປອດໄພ ໂດຍເບື້ອງຕົ້ນຍັງບໍ່ທັນມີລາຍງານເຖິງຜູ້ໂດຍສານ ຫລື ລູກເຮືອໄດ້ຮັບບາດເຈັບຈາກເຫດການດັ່ງກ່າວນີ້ເທື່ອ.

 

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...