Homeຂ່າວຕ່າງປະເທດຕັດສິນແລ້ວ! ສານຈີນຈຳຄຸກຕະຫລອດຊີວິດ ໂຈວ ຢົງຄັ່ງ ອະດີດກົມການເມືອງ ພັກກອມມູນິດຈີນ ຄະດີຮັບສິນບົນ!

ຕັດສິນແລ້ວ! ສານຈີນຈຳຄຸກຕະຫລອດຊີວິດ ໂຈວ ຢົງຄັ່ງ ອະດີດກົມການເມືອງ ພັກກອມມູນິດຈີນ ຄະດີຮັບສິນບົນ!

Published on

EyWwB5WU57MYnKOuXxxBnHTAKaxqclFJAc9pkK9XLN51bQSjslOPP9

ສານປະຊາຊົນຈີນ ຕັດສິນຕັດອິດສະຫລະພາບຕະຫລອດຊີວິດ ທ່ານ ໂຈວ ຢົງຄັ່ງ ອະດີດກຳມະການກົມການເມືອງສູນກາງພັກກອມມູນິດຈີນ ໂທດຖານຮັບສິນບົນ ໃນຊ່ວງຢູ່ໃນອຳນາດ.

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 12 ມິຖຸນານີ້ວ່າ ທ່ານ ໂຈວ ຢົງຄັ່ງ ອາຍຸ 72 ປີ ອະດີດກຳມະການກົມການເມືອງສູນກາງພັກກອມມູນິດຈີນ ໄດ້ຖືກສານປະຊາຊົນກາງ ໃນເມືອງທຽນຈິນ ທາງພາກຕາເວັນອອກສຽງເໜືອຂອງຈີນ ພິພາກສາຕັດອິດສະຫລະພາບຕະຫລອດຊີວິດ ໂທດຖານກະທຳຄວາມຜິດ ໃນຄະດີຮັບສິນບົນ ລວມທັງໃຊ້ອຳນາດໜ້າທີ່ບໍ່ຖືກຕ້ອງ ແລະ ເຈຕະນາເປີດເຜີຍຄວາມລັບຂອງຊາດ.

ແຫລ່ງຂ່າວໄດ້ລາຍງານວ່າ ສະຖານີໂທລະພາບທ້ອງຖິ່ນຂອງຈີນ ໄດ້ທຳການເຜີຍແຜ່ວີດີໂອການຕັດສິນຄະດີດັ່ງກ່າວ ໃນມື້ວານນີ້ (11 ມິຖຸນາ) ໂດຍລະບຸວ່າ ທ່ານ ໂຈວ ຢົງຄັ່ງ ໄດ້ຮັບສາລະພາບຜິດໃນທຸກຂໍ້ກ່າວຫາຕໍ່ຜູ້ພິພາກສາ ແລະ ເຂົາຍັງໄດ້ບອອກອີກວ່າ ຈະບໍ່ຂໍຍື່ນຄຳອຸທອນຕໍ່ຄຳຕັດສິນຂອງສານໃດໆ ທ່ານໄດ້ກ່າວວ່າ ” ຂ້າພະເຈົ້າເຂົ້າໃຈດີເຖິງອັນຕະລາຍ ຈາກສິ່ງທີ່ຂ້າພະເຈົ້າໄດ້ເຮັດຕໍ່ພັກ ແລະ ປະຊາຊົນ ຂ້າພະເຈົ້າຂໍສາລະພາບຜິດ ແລະ ຂໍສະແດງຄວາມເສຍໃຈ ຕໍ່ຄວາມຜິດທາງອາຍາທີ່ຂ້າພະເຈົ້າໄດ້ກະທຳໄວ້ ”

ທັງນີ້ ຕາມການລາຍງານຂອງສຳນັກຂ່າວຊິນຫົວຂອງຈີນ ໄດ້ລະບຸວ່າ ທ່ານ ໂຈວ ຢົງຄັ່ງ ຮັບເງິນສົນບິນລວມທັງໝົດເຖິງ 130 ລ້ານຢວນ ຫລື ປະມານ 21.3 ລ້ານໂດລາ ໃນໄລຍະເວລາ 7 ປີທີ່ເຂົາຢູ່ໃນຕຳແໜ່ງ, ຢ່າງໃດກໍຕາມ ຊັບສິນທີ່ເຂົາໄດ້ມາໂດຍບໍ່ຖືກຕ້ອງເຫລົ່ານີ້ ໄດ້ຖືກຍຶດຄືນມາເປັນຂອງລັດ ໂດຍທາງການໄດ້ຍຶດຊັບສິນຂອງຄອບຄົວ ທ່ານ ໂຈວ ຢົ່ງຄັ່ງ ລວມທັງໝົດເຖິງ 90,000​ ລ້ານຢວນ ຫລື ປະມານ 140,000 ລ້ານໂດລາ.

ທ່ານ ໂຈວ ຢົ່ງຄັ່ງ ໄດ້ອອກຮັບເບ້ຍບຳນານໃນປີ 2012 ແລະ ຕໍ່ມາເຂົາກໍຕ້ອງຖືກທາງການຕັ້ງຂໍ້ກ່າວຫາກ່ຽວກັບຄະດີດັ່ງກ່າວ ເມື່ອທ່ານ ສີ ຈິ້ນຜິງ ໄດ້ກ້າວຂຶ້ນມາຮັບຕຳແໜ່ງເລຂາທິການໃຫຍ່ພັກ ແລະ ປະທານປະເທດຈີນຄົນໃໝ່.

NjpUs24nCQKx5e1D7Rv6ROfBnOBsbqPreo6wzr9raa2

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...