Homeຊີວິດແລະຄວາມຮັກພໍ່ສອນລູກສາວ

ພໍ່ສອນລູກສາວ

Published on

923235_429501990480839_1744567875_n

ພໍ່ຖາມລູກສາວທີ່ກຳລັງກ້າວເຂົ້າສູ່ໄວໜຸ່ມ

“ຢາກຮູ້ບໍວ່າໃນມືຂອງພໍ່ມີຫຍັງ?”

ລູກສາວງຶກຫົວ

“ຖ້າຢາກຮູ້ຕ້ອງເອົາມືຟາດພື້ນ 3 ບາດ”

ລູກສາວກໍເຮັດຕາມທີ່ບອກ

“ຍັງບໍ່ພໍ ຕ້ອງຟາດອີກ 5 ບາດ”

ແລະປ່ຽນເປັນ 10 ບາດ ຈົນເຖິງ 15 ບາດ ຈົນລູກສາວຍອມ ແລະຮ້ອງອອກມາວ່າ

“ໂອ້ຍຍຍ ປານໃດຈັ່ງຊິເປີດໃຫ້ເບິ່ງລະພໍ່ ວ່າໃນມືມີຫຍັງ”

ເມື່ອພໍ່ແບມືອອກ ໃນມືມີພຽງເຂົ້າໜົມອົມທຳມະດານີ້ເອງ ພໍ່ຫົວຂຶ້ນ ແລ້ວກຳເຂົ້າໜົມກ້ອນນັ້ນເອົາໄວ້ຄືເກົ່າ

“ຢາກເບິ່ງອີກບໍ ຖ້າຢາກເບິ່ງຕ້ອງເອົາມືຟາດພື້ນ 10 ບາດ”

“ລູກຮູ້ແລ້ວ ບໍ່ຢາກເບິ່ງແລ້ວລະ”

“ເອົ້າ! ຟາດພື້ນບາດດຽວກໍໄດ້”

“ກໍເຫັນແລ້ວ ບໍ່ຢາກເບິ່ງອີກແລ້ວເບື່ອແລ້ວ”

“ຖ້າຈັ່ງຊັ້ນ ໃຫ້ເບິ່ງລ້າໆ ກໍໄດ້”

ພໍ່ແບມືອອກ ລູກສາວກໍເບິ່ງແບບບໍ່ສົນໃຈ ພໍ່ຈຶ່ງສອນຕໍ່ໄປວ່າ

“ນີ້ລະລູກເອີຍ ອັນໃດທີ່ເປັນຄວາມລັບ ຄົນເຮົາມັກຈະຍອມເຮັດທຸກຢ່າງເພື່ອໃຫ້ໄດ້ ສົມດັ່ງປາຖະໜາຢາກເບິ່ງ ຢາກຮູ້ ຢາກເຫັນ ແຕ່ເມື່ອໄດ້ສົມໃຈແລ້ວ ເບິ່ງເລື້ອຍໆ ກໍມັກຈະເບື່ອ ຕໍ່ໃຫ້ເບິ່ງລ້າໆ ກໍຍັງບໍ່ຢາກເບິ່ງເລີຍ ສິ່ງທີ່ຄວນຫວງແຫນທີ່ສຸດ ສຳລັບລູກຜູ້ຍິງມັນເປັນສິ່ງທີ່ມີຄ່າ ຖ້າລູກໃຫ້ໃຜຮູ້ກ່ອນເວລາອັນຄວນ ມັນກໍຄົງຈະບໍ່ມີຄ່າຫຍັງ ບໍ່ຕ່າງກັບເຂົ້າໜົມກ້ອນນີ້ ທີ່ພໍ່ໃຫ້ລູກເບິ່ງລ້າໆ ນີ້ດອກ”

ທ່ານຜູ້ອ່ານ ອ່ານແລ້ວມີທາງເລືອກຢູ່ 2 ທາງຄື: 1. ອ່ານແລ້ວປ່ອຍເສີຍ. 2. ກົດໄລ້ແລ້ວແຊຕໍ່ເພື່ອແບ່ງປັນ ໃຫ້ສັງຄົມໄດ້ອ່ານຄືກັນກັບທ່ານ ເພື່ອປະໂຫຍດຂອງຄົນອື່ນ ແລະໂຕທ່ານກໍຈະໄດ້ບຸນ.

ບົດຄວາມຫຼ້າສຸດ

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...