spot_img
HomeຄວາມງາມCC ຄີມ ແມ່ນຫຍັງໄຂຂໍ້ຂ້ອງໃຈເທນໃໝ່ມາແຮງສຳລັບສາວໆ

CC ຄີມ ແມ່ນຫຍັງໄຂຂໍ້ຂ້ອງໃຈເທນໃໝ່ມາແຮງສຳລັບສາວໆ

Published on

     20250_1

      ສາວໆເຄີຍ​ສົງ​ໄສ​ກັນ​ນຳ​ບໍ່ວ່າ​ໄລຍະ​ນີ້​ເທນກະ​ແສ​ບິວ​ຕີ້​ເປັນຫຍັງ​ເຖິງ​ເວົ້າ​ເຖິງ“ຊີ​ຊີ​ຄີມ”ກັນ​ຢູ່​ເລື້ອຍໆແລະ​ຕົວ​ຊີ​ຊີ​ຄີມ​ນີ້​ມັນ​ຄື​ຫຍັງໃຊ້​ໃນ​ເລື່ອງ​ຄວາມ​ງາມ​ຄວາມ​ງາມ​ຢ່າງໃດ​ໄດ້​ນຳເອົາ​ເປັນ​ວ່າ​ສຳລັບ​ເຈົ້າ​ສາວໆທີ່​ຢາກ​ຮູ້​ຄຳ​ຕອບ​ນີ້ມາ​ເລີ່ມ​ເຮັດ​ຄວາມ​ເຂົ້າໃຈ​ກັນ​ໄປ​ພ້ອມໆກັນ​ເລີຍ​ໂດຍ​ ຊີ​ຊີ​ຄີມ (CC Cream) ທີ່​ວ່າ​ນີ້ ຫຍໍ້​ມາ​ຈາກ Color Control Cream ເປັນ​ຕົວ​ທີ່​ພັດທະນາ​ມາ​ຈາກ ບີ​ບີ​ຄີມ (BB Cream) ໂດຍ​ຊື່​ກໍ​ບອກ​ຢູ່​ແລ້ວ​ວ່າ​ເປັນ​ຕົວ​ໃຊ້​ສຳລັບ​ຄວບ​ຄຸມ​ສີ​ຜິວລວມ​ໄປ​ເຖິງ​ເປັນ​ຄີມ​ທີ່​ພັດທະນາ​ມາ​ຈາກ​ບີ​ບີ​ຄີມດັ່ງ​ນັ້ນ​ຄຸນສົມບັດ​ໃນ​ການ​ປ້ອງ​ກັນ​ແດດ​ແລະ​ບຳ​ລຸງ​ຜິວ​ຂອງ​ຊີ​ຊີ​ຄີມ​ຈຶ່ງ​ບໍ່​ໄດ້​ແຕກ​ຕ່າງ​ຈາກ​ບີ​ບີ​ຄີມ​ທີ່​ສາວໆໃຊ້​ກັນ​ຢູ່​ທຸກ​ມື້​ນີ້​ເລີຍ
ສຳລັບ​ຊີ​ຊີ​ຄີມ​ນັ້ນຈະ​ມີ​ລັກສະນະ​ເນື້ອ​ຄີມ​ທີ່​ບາງ​ເບົາເນື້ອ​ຄີມ​ຈະ​ອອກ​ເປັນ​ສີ​ຂາວເຮັດ​ຫນ້າທີ່​ຫລັກ​ໃນ​ການ​ປັບ​ໂທນ​ສີ​ຜິວຊຶ່ງ​ຮຽກ​ໄດ້​ວ່າ​ເປັນ​ຄີມ​ທີ່​ສາມາດ​ຕອບ​ໂຈດໃນ​ເລື່ອງ​ຜິວ​ທີ່​ມີ​ຫລາກ​ຫລາຍ​ເສດ​ສີ​ຂອງ​ສາວ​ສາວໄດ້​ເປັນ​ຢ່າງ​ດີເພາະ​​ຕົວ​ຊີ​ຊີ​ຄີມ​ນີ້​ຈະ​ມີ​ສານ​ຄວບ​ຄຸມ​ສີ​ຜິວ​ທີ່​ປະສົມ​ຢູ່ໃນ​ພາຍ​ຄີມ ເຖິງແມ່ນ​ເນື້ອ​ຄີມ​ຈະ​ເປັນ​ສີ​ຂາວແຕ່​ຖ້າ​ຫາກ​ເອົາ​ມາ​ໃຊ້​ທາ​ເທິງ​ໃບ​ໜ້າເນື້ອ​ຄີມ​ກໍ​ຈະ​ປ່ຽນ​ສີ​ກາຍ​ເປັນ​ສີ​ເນື້ອ​ບາງ​ເບົາ​ທີ່​ເຂົ້າ​ໄດ້​ກັບ​ເສດ​ສີ​ຜິວ​ຂອງ​ແຕ່​ລະ​ຄົນນອກ​ຈາກ​ນີ້​ກໍ​ຍັງ​ຈະ​ຊ່ວຍ​ປັບ​ສີ​ຜິວ​ໃຫ້​ເບີ່ງສະ​ມ່ຳ​ສະເໝີ​ລຽບ​ນຽນ​ເທົ່າ​ກັນແລະ​ແລ​ເບິ່ງ​ຂາວ​ນຽນ​ເປັນ​ທຳມະຊາດ​ຫລາຍ​ຂຶ້ນຊຶ່ງ​ຄຸນສົມບັດ​ນີ້​ແຫລະ​ທີ່​ຮຽກ​ໄດ້​ວ່າ​ຖືກ​ເອິກ​ຖືກ​ໃຈ​ສາວໆກັນ​ຍົກ​ໃຫຍ່ແລະ​ຈຶ່ງ​ເຮັດໃຫ້​ຊີ​ຊີ​ຄີມ​ກາຍ​ເປັນ​ເທນ​ໃໝ່​ມາ​ແຮງ​ທີ່​ສາວໆ ນິຍົມ​ໃຊ້​ກັນ​ຢູ່ໃນ​ທຸກ​ມື້ນີ້
​​ສາວໆກໍ​ຄົງ​ຫາຍ​ສົງ​ໄສ​ກັນ​ແລ້ວ​ແມ່ນບໍ່​​ວ່າຊີ​ຊີ​ຄີມທີ່​ຫລາຍໆຄົນ​ເວົ້າ​ເຖິງ​ນັ້ນ​ມັນ​ຄື​ຫຍັງແລະ​ມີ​ຫນ້າທີ່​ຊ່ວຍ​ໃນ​ເລື່ອງ​ຄວາມ​ງາມ​ແນວໃດ​ໄດ້​ນຳຊຶ່ງ​ສະຫລຸບ​ງ່າຍໆກໍ​ຄື​ເປັນ​ຄີມ​ທີ່​ຈະ​ຊ່ວຍ​ປັບ​ສະພາບ​ຜິວ​ຂອງ​ສາວໆໃຫ້​ສະຫວ່າງ​ໃສ​ແລະ​ລຽບ​ນຽນ​ຫລາຍ​ຍິ່ງ​ຂຶ້ນແລະ​ບໍ່​ວ່າ​ສີ​ຜິວ​ຂອງ​ສາວໆຈະ​ເປັນ​ເສດ​ສີ​ໃດຊີ​ຊີ​ຄີມ​ກໍ​ສາມາດ​ທີ່​ຈະ​ປັບ​ສະພາບ​ສີ​ຜິວ​ໃຫ້​ລຽບ​ສະ​ມ່ຳ​ສະເໝີ​ຂຶ້ນ​ໄດ້ແຕ່​ຖ້າ​ຫາກ​ເວົ້າ​ເຖິງ​ເລື່ອງ​ການ​ປົກ​ປິດ ຊີ​ຊີ​ຄີມ​ນັ້ນ​ສາມາດ​ປົກ​ປິດ​ໄດ້​ໃນ​ລະ​ດັບ​ບາງ​ເບົາ​ເທົ່າ​ນັ້ນດັ່ງ​ນັ້ນ​ເຈົ້າ​ສາວໆຈຶ່ງ​ຄວນ​ເລືອກ​ໃຊ້​ໃຫ້​ເໝາະ​ກັບ​ສະຖານນະການ​

ບົດຄວາມຫຼ້າສຸດ

ສະຫະລັດເດືອດ! ຊາລີ ເຄິກ ນັກເຄື່ອນໄຫວຜູ້ສະໜັບສະໜູນ ທຣຳ ຜູ້ນຳສະຫະລັດ ຖືກລັກລອບຍິງເສຍຊີວິດ

ຊາລີ ເຄິກ ນັກເຄື່ອນໄຫວຜູ້ສະໜັບສະໜູນ ທຣຳ ຜູ້ນຳສະຫະລັດ ຖືກລັກລອບຍິງເສຍຊີວິດ ໃນຂະນະຮ່ວມງານໃນມະຫາວິທະຍາໄລ ຍູທາ. ສຳນັກຂ່າວ ບີບີຊີ ລາຍງານ ໃນວັນທີ 11 ກັນຍາ 2025...

ລາວກຽມພ້ອມພັດທະນາ ແບບຈຳລອງປັນຍາປະດິດ ເພື່ອໃຫ້ AI ປະມວນຜົນພາສາລາວໄດ້ຢ່າງຖືກຕ້ອງ

ເພື່ອພັດທະນາກໍ່ສ້າງແບບຈໍາລອງປັນຍາປະດິດຂະໜາດໃຫຍ່ ສໍາລັບ ສປປ ລາວ ແລະ ກໍ່ສ້າງຖານຂໍ້ມູນພາສາລາວໃຫ້ຄົບຖ້ວນ, ຖືກຕ້ອງ, ຊັດເຈນ ແລະ ສາມາດນໍາໃຊ້ເປັນພື້ນຖານສໍາລັບ AI ແລະ ການນໍາໃຊ້ດີຈີຕອນໃນ ສປປ...

ສຶກສາອົບຮົມສາວບໍລິການ ແລະ ເຈົ້າຂອງຮ້ານ ຢູ່ ເມືອງສີໂຄດຕະບອງ ແລະ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ

ເຈົ້າໜ້າທີ່ລົງກວດກາສຶກສາອົບຮົມສາວບໍລິການ 33 ຄົນ ແລະ ເຈົ້າຂອງຮ້ານ 04 ຄົນ ຢູ່ ບ້ານໜອງແຕ່ງເໜືອ, ບ້ານວຽງຄຳ, ບ້ານດົງນາໂຊກ, ເມືອງສີໂຄດຕະບອງ ແລະ ບ້ານກາງແສນ,...

ສຳປະທານເນື້ອທີ່ 500 ເຮັກຕາ ໃຫ້ແກ່ນັກລົງທຶນ ຢູ່ເມືອງໂພນໂຮງ ແຂວງວຽງຈັນ ມູນຄ່າ 700 ລ້ານໂດລາ ເພື່ອພັດທະນາໃຫ້ເປັນແຫຼ່ງທ່ອງທ່ຽວ

ໃນວັນທີ 5 ກັນຍາ 2025 ທີ່ຜ່ານມາ, ໄດ້ມີພິທີລົງນາມສໍາປະທານເນື້ອທີ່ດິນ 500 ກວ່າເຮັກຕາ ຢູ່ເມືອງໂພນໂຮງ ແຂວງວຽງຈັນ ລະຫວ່າງ ລັດຖະບານ ສປປ ລາວ...