spot_img
Homeຄວາມງາມໜ້າ​ໃສໄຮ້​ສິວ​ສ້ຽນດ້ວຍໄຂ່​ຂາວ+ໝາກ​ນາວ ຕ້ອງ​ລອງ!!!

ໜ້າ​ໃສໄຮ້​ສິວ​ສ້ຽນດ້ວຍໄຂ່​ຂາວ+ໝາກ​ນາວ ຕ້ອງ​ລອງ!!!

Published on

face-450x299

…….. ສິວ​ສ້ຽນ ເປັນ​ຄື​ຂີ້ເຫຍື້ອ​ຫລື​ເຊວ​ຜິວ​ທີ່​ຕາຍ​ແລ້ວ​ຊຶ່ງ​ຍັງ​ຕົກ​ຄ້າງ​ຢູ່ໃນ​ຮູ​ຂຸມ​ຂົນມັກ​ເກາະ​ກຸ່ມ​ຢູ່​​ສ່ວນ​ທີ່​ມີ​ຄວາມ​ມັນ​ເຊັ່ນ​ໜ້າ​ຜາກ,ດັງແລະ​ຄາງ ເຮົາ​ມີ​ວິທີ​ງ່າຍໆໃນ​ການ​ກຳຈັດ​ສິວ​ສ້ຽນ​ທີ່​ເຈົ້າ​ສາມາດ​ເຮັດ​ໄດ້​ເອງ​ທີ່​ເຮືອນ ດ້ວຍ​ວັດ​ຖຸ​ດິບ​ພື້ນ​ຖານ​ງ່າຍໆຈາກ​ໃນ​ຄົວ​ຢ່າງ​ໄຂ່​ຂາວ​ແລະ​ໝາກ​ນາວ​ມາ​ຝາກ

ອຸປະກອນ​ແລະ​ສ່ວນປະສົມ

  • ໂຟມ​ສະຄຮັບ​ຜິວ
  •  ໄຂ່​ຂາວ
  •  ໝາກນາວ
  •  ເຈ້ຍອານາໄມ

Step 1 :  ໃຊ້​ໂຟມ​ຫລື​ສະ​ບູ່​ແຫລວ​ລ້າງ​ໜ້າ​ເຮັດ​ຄວາມ​ສະ​ອາດ​ຜິວ​ໜ້າ​ໃຫ້​ໝົດ​ຈົດຈາກ​ນັ້ນ ໃຊ້​ໂຟມ​ສສະຄຣັບຜິວ​ກຳຈັດ​ສິ່ງ​ສົກກະປົກ​ທີ່​ຕົກ​ຄ້າງ​ໃນ​ຮູຂຸມ​ຂົນ​ອີກຄັ້ງຂັດ​ຜິ​ວວົນ​ເປັນ​ວົງກົມແລ້ວ​ລ້າງ​ອອກ​ໃຫ້​ສະ​ອາດ

Step 2 :  ເທ​ນ້ຳ​ຮ້ອນ​​ລົງ​ໃນ​ໝໍ້​ຫລື​ຊາມ​ໃຫຍ່ຫລື​ອາດ​ເປີດ​ນ້ຳ​ຮ້ອນ​ໃນ​ອ່າງ​ລ້າງ​ໜ້າກົ້ມ​ໜ້າ​ລົງ​ເພື່ອ​ໃຫ້​ໄອ​ນ້ຳ​ຮ້ອນ​ຊ່ວຍ​ເປີດ​ລູ​ຂຸມ​ຂົນເພື່ອ​ໃຫ້​ການ​ມາສ໌​​ໄດ້​ຜົນດີີ​ຍິ່ງ​ຂຶ້ນ

Step 3 :  ປະສົມ​ນ້ຳ​ໝາກນາວ1/4 ຖ້ວຍກັບ​ໄຂ່​ຂາວ​ລ້ວນ 2 ໜ່ວຍ​ໃນ​ຊາມປະສົມ​ໃຫ້​ເຂົ້າ​ກັນ

Step 4 :  ທາ​ສ່ວນ​ປະສົມ​ລົງ​ບາງໆເທິງ​ໃບ​ໜ້າເນັ້ນ​ສ່ວນ​ທີ່​ຕ້ອງ​ການ​ກຳຈັດ​ສິວ​ສ້ຽນ​ຫລາຍ​ເປັນ​ພິ​ເສດ

Step 5 :  ຕັດ​ແບ່ງ​ເຈ້ຍອານາໄມ​ເປັນ​ສີ່​ຫລ່ຽມ​ທັງ​ໝົດ 5 ອັນແລ້ວ​ແປະ​ລົງ​ເທິງ​ໜ້າ​ຜາກ,ດັງ.ຄາງ ແລະ​ແກ້ມ​ທັງ​ສອງ​ຂ້າງເຈ້ຍ​ຈະ​ຕິດ​ແໜ້ນ​ເທິງ​ຜິວ​ໜ້າປະ​ໄວ້​ຈົນ​ເຈ້ຍ​ເລີ່ມ​ແຂງ​ຕຶງໃຊ້​ເວລາ​ປະ​ມານ30ນາທີ

Step 6 :  ຄ່ອຍ​ໆລອກ​ເຈ້ຍອອກຈະ​ເຫັນ​ວ່າ​ມີ​ສິວ​ສ້ຽນ​ຕິດ​ອອກ​ມາ​ນຳຈາກ​ນັ້ນລ້າງ​ໜ້າ​ດ້ວຍ​ນ້ຳ​ເຢັນ​ໆເພື່ອ​ປິດ​ລູ​ຂຸມ​ຂົນ​

ບົດຄວາມຫຼ້າສຸດ

ຍີ່ປຸ່ນກຽມຮັບມື! ສຶນາມິສູງເຖິງ 3 ແມັດ ຫຼັງຈາກເກີດເຫດແຜ່ນດິນໄຫວລະດັບ 8.7 ຣິກເຕີ.

ຍີ່ປຸ່ນສັ່ງອົບພະຍົບປະຊາຊົນຫຼາຍພັນຄົນ ພາຍຫຼັງພົບຄຶ້ນສຶນາມິພັດເຂົ້າຝັ່ງ ເຈົ້າໜ້າທີ່ຄາດວ່າຄຶ້ນອາດຈະສູງເຖິງ 3 ແມັດ. ສຳນັກຂ່າວໃນປະເທດຍີ່ປຸ່ນລາຍງານໃນວັນທີ 30 ກໍລະກົດ 2025 ຜ່ານມາ, ຍີ່ປຸ່ນກຍມຮັບມືກັບສຶນາມິທີ່ເລີ່ມພັດເຂົ້າຊາຍຝັ່ງອີກຮອບ ໂດຍຄາດການວ່າ: ຄຶ້ນອາດຈະສູງເຖິງ 3 ແມັດ,...

ລາຄານໍ້າປະປາ ຢູ່ແຂວງວຽງຈັນເພີ່ມຂຶ້ນ ເນື່ອງຈາກລາຄານຳເຂົ້າອຸປະກອນ ເພີ່ມຂຶ້ນເທົ່າຕົວ

ປັບລາຄາຂຶ້ນຄັ້ງທຳອິດ! ລາຄານໍ້າປະປາ ຢູ່ແຂວງວຽງຈັນເພີ່ມຂຶ້ນ ເນື່ອງຈາກລາຄານຳເຂົ້າອຸປະກອນ ເພີ່ມຂຶ້ນເທົ່າຕົວ. ແຫຼ່ງຂ່າວຈາກ ແຂວງວຽງຈັນ ໃຫ້ຮູ້ວ່າ: ປັດຈຸບັນ ໄດ້ເກີດມີຫາງສຽງຈົ່ມວ່າ ຈາກພໍ່ແມ່ປະຊາຊົນ ກໍຄືສື່ສັງຄົມອອນລາຍ ກ່ຽວກັບການປັບຂຶ້ນລາຄາຄ່ານ້ຳປະປາ ຢູ່ພາຍໃນແຂວງວຽງຈັນ, ຕໍ່ກັບບັນຫາດັ່ງກ່າວ,...

ຣັດເຊຍເກີດແຜ່ນດິນໄຫວຮຸນແຮງລະດັບ 8.7 ຣິກເຕີ ທາງດ້ານຍີ່ປຸ່ນກຽມຮັບມືກັບຄຶ້ນໃຫຍ່ສຶນາມິ

ທາງການຣັດເຊຍເປີດເຜີຍ: ຄຶ້ນສຶນາມິສູງ 3-4 ແມັດ ພັດເຂົ້າສູ່ແຄມຝັ່ງທາງຕາເວັນອອກ ຫຼັງເກີດແຜ່ນດິໄຫວລະດັບ 8.7 ຣິກເຕີ ເບື້ອງຕົ້ນບໍ່ມີລາຍງານຜູ້ເສຍຊີວິດ ແລະ ບາດເຈັບ. ອີງຕາມສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 30 ກໍລະກົດ 2025,...

ເສຍຫາຍຫຼາຍສົມຄວນ! ປະເມີນຜົນກະທົບຈາກໄພພິບັດ ແລະ ແນວທາງການຊ່ວຍເຫຼືອຟື້ນຟູ

ລາວໄດ້ຮັບຜົນກະທົບທັງໝົດ 34 ເມືອງ ແລະ ເສຍຊີວິດ 4 ຄົນ ຈາກຜົນກະທົບຈາກພາຍຸວິພາ ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ຈັດກອງປະຊຸມເພື່ອປຶກສາຫາລືກ່ຽວກັບການປະເມີນຜົນກະທົບ, ຜົນເສຍຫາຍ ແລະ ແນວທາງຟື້ນຟູສຸກເສີນ ບັນດາແຂວງທີ່ໄດ້ຮັບຜົນກະທົບຈາກພາຍຸວິພາ ໃນວັນທີ...