ເງິນເປັນປັດໄຈສຳຄັນໃນການດຳລົງຊີວິດຂອງທຸກໆຄົນໃນສັງຄົມ. ຖ້າເຮົາໄດ້ມັນມາໂດຍຖືກຕ້ອງຊອບທຳ ກໍຖືວ່າເຮົາມີຈັນຍາບັນໃນການປະກອບອາຊີບ, ແຕ່ກົງກັນຂ້າມຖ້າເຮົາໄດ້ມັນມາໂດຍບໍ່ຖືກຕ້ອງ ເຮົາກໍກາຍເປັນຄົນທີ່ຂາດຈັນຍາບັນ… ເລື່ອງສັ້ນທີ່ທ່ານຈະອ່ານຕໍ່ໄປນີ້ ເປັນເລື່ອງສັ້ນໆທີ່່ສ່ອງແສງເຖິງສະພາບການຕໍ່ສູ້ແນວຄິດຂອງພະນັກງານທີ່ຈະເອົາຫຍັງລະຫວ່າງ “ເງິນ ຫຼື ຈັນຍາບັນ”…
“ຈັ່ງແມ່ນເຈົ້າເຫງີກຫງາກເອົາແທ້ເອົາວ່າ, ເປັນຫົວໜ້າໝູ່ແທ້ໆ ຍັງເອົາລົດຄັນເກົ່າໆມາຂີ່!” ສຽງແຈດໆຂອງບົວສີສອດເຂົ້າຫູທ້າວຄຳຕາຜູ້ນັ່ງເຮັດແສງຕາຕົກຕໍ່າປາກເມັ້ມແໜ້ນຢູ່ທາງຂ້າງ.
“ທ້າວສີກາ ລູກຕາໝັ້ນຫັ້ນນ່າ ຫາກໍເຂົ້າເຮັດການຢູ່ດ່ານຊາຍແດນບໍ່ພໍປີ ມັນກໍຍັງມີລົດວີໂກ້ຂີ່ອວດໄທບ້ານໄທເມືອງ. ເຈົ້າເຮັດວຽກພາສີເປັນຕັ້ງຫຼາຍປີ ກໍຍັງເອົາລົດເກົ່າໆໂຊມໆຂອງຫ້ອງການມາຂີ່.”
ເທື່ອນີ້ກໍເປັນອີກເທື່ອໜຶ່ງທີ່ຄໍາຕາຖືກເມຍເວົ້າໃສ່ຈົນອອກຮ້ອນຫູ ພາຍຫຼັງທີ່ນໍາເອົາລົດກະບະລຸ້ນຊຸມປີ 90 ມາເຮືອນ. ເທື່ອກ່ອນນັ້ນແຮ່ງກະເຕັກກວ່ານີ້ ຍ້ອນຂີ່ແຕ່ລົດຈັກປະຈຳຕຳແໜ່ງຄັນເກົ່າໝາງມາເຮືອນ. ເຂົາໄດ້ແຕ່ອົດກັ້ນ ເພື່ອບໍ່ໃຫ້ອຸດົມການທີ່ເຂົາໄດ້ປະຕິຍານຕໍ່ໜ້າການຈັດຕັ້ງຕ້ອງມາພັງທະລາຍ ຍ້ອນຄວາມຂີ້ຕັກມັກໄດ້ຂອງຜູ້ເປັນເມຍ…
“ເຈົ້າກະຢ່າສູ່ໂພດຫຼາຍ! ເຮົາໄດ້ຂີ່ລົດຈັກທີ່ທາງການຈັດຕັ້ງມອບໝາຍໃຫ້ ພ້ອມດ້ວຍນໍ້າມັນແຕ່ລະເດືອນ ມັນກໍເຮັດໃຫ້ການໄປລ້າມາການຂອງຂ້ອຍສະດວກກວ່າຊິຂີ່ລົດຖີບອີ່ຮ້າງໄປການຕວ່າ.”
“ເຈົ້າບໍ່ອາຍໄທບ້ານໄທເມືອງເຂົາຫວາ! ເບິ່ງຜູ້ໃດກໍຂີ່ລົດໃຫຍ່ລົດເກ໋ງ. ມີແຕ່ເຈົ້ານີ້ແຫຼ້ວ ພະນັກງານພາສີຂີ່ລົດຈັກອີ່ຮ້າງ ຈົນຂ້ອຍບໍ່ກ້າຊິຊ້ອນໄປນໍາ” ສຽງນາງເມຍດັງສອດເຂົ້າເຖິງຫົວໃຈ ຈົນເຂົາຮູ້ສຶກວ່າຕົນມີປົມດ້ອຍ ແຕ່ສຽງປະຕິຍານທີ່ເຂົາເຄີຍວ່າໄວ້ກ່ອນທີ່ຈະເຂົ້າຮັບໜ້າທີ່ເປັນພະນັກງານພາສີກໍດັງເຂົ້າມາແຊກ ເຮັດໃຫ້ເຂົາສາມາດຍືດເອິກຂຶ້ນສູ້ໜ້າເມຍໄດ້…
“ຂ້ອຍບໍ່ເຄີຍຊິອາຍໃຜ, ຂ້ອຍເຮັດວຽກຕາມໜ້າທີ່ ແລະກໍປະຕິບັດຕາມລະບຽບການທຸກຢ່າງ. ຂ້ອຍຮູ້ສຶກພູມໃຈຊໍ້າທີ່ຂ້ອຍສາມາດຢືນຢູ່ໃນຈຸດນີ້ໄດ້.”
“ເອີ! ກະລອງເບິ່ງ!” ຜູ້ເປັນເມຍທັງເວົ້າທັງເບະສົບໃສ່ ແລ້ວຮື້ເສື້ອເອົານົມໃຫ້ລູກນ້ອຍກິນ…
ເອົາລົດກະບະຄັນເກົ່າທີ່ການຈັດຕັ້ງມອບໝາຍໃຫ້ໄປມ້ຽນໄວ້ຢູ່ກ້ອງຮົ່ມກົກໝາກລຳໄຍຂ້າງເຮືອນ ພ້ອມກັບເອົາແພເກົ່າໆຈຸບນໍ້າມາເຊັດຂີ້ຝຸ່ນທີ່ຕິດຢູ່ຕາມຕົວລົດອອກ… ເຖິງຮ່າງນອກມັນຈະບໍ່ໃໝ່ຄືກັບລົດຂອງທ້າວສີກາ ແຕ່ຈັກຂອງມັນຍັງດີຢູ່ ຫາກຄ່ອຍຂັບຄ່ອຍພຽນເອົາມັນກໍດີກວ່າຂັບລົດຈັກຄັນເກົ່າທີ່ເຂົາສົ່ງຄືນໃຫ້ຫ້ອງການ. ໄດ້ຍິນວ່າເພິ່ນມອບໃຫ້ທ້າວຄຳພະນັກງານຜູ້ມາໃໝ່ໄປໃຊ້ວ່າຊັ້ນ…
ຄາບເຂົ້າແລງມື້ນີ້ ດໍາເນີນໄປດ້ວຍບັນຍາກາດບໍ່ເບີກບານປານໃດ, ບົວສີເຮັດໜ້າບູດຈູ່ລູ່ ປ້ອນເຂົ້າລູກດ້ວຍທ່າທີ່ກະຮຶດກະຮັດ… ແຕ່ເຂົາກໍພະຍາຍາມຊອກຫາແນວເຮັດໃຫ້ໃບໜ້າອັນເຄັ່ງຕຶງນັ້ນຜ່ອນຄາຍ ໂດຍຕັກແນວກິນໃສ່ຈານນ້ອຍຍື່ນໃຫ້ເມຍ, ບໍ່ໄດ້ຜົນຕາມທີ່ເຂົາຄິດ… ຈຶ່ງປ່ອຍໃຫ້ເວລາເປັນຜູ້ຕັດສິນ…
ອາບນໍ້າແລ້ວ ກໍເອົາເອກະສານທີ່ຍັງຄ້າງມາກວດ, ພາຍຫຼັງແກ້ສຳເລັດແລ້ວ ກໍກຽມຕົວເຂົ້ານອນ. ໄຟໃນຫ້ອງຍັງແຈ້ງຢູ່, ບົວສີ ແລະລູກນ້ອຍນອນຫຼັບຢູ່ໃນມຸ້ງໄປດົນແລ້ວ… ກ່ອນຈະປິດສະວິກໄຟ ເຂົາແນມເບິ່ງເມຍດ້ວຍຄວາມສົງສານ… “ຫາກເຮົາເຮັດຄືບັກສີກາປານນີ້…” ເຂົາຄິດພຽງແຕ່ເທົ່ານັ້ນ ບໍ່ຢາກຄິດຕື່ມອີກ ຢ້ານວ່າສິ່ງທີ່ຕົນເຄີຍລັ່ນວາຈາໄວ້ຈະເປັນພຽງລົມປາກຂອງນັກສວຍໂອກາດ…
ພໍແຕ່ຫົວແຕະໝອນ ສຽງກົນສອດໆກໍດັງປະສານກັບຄວາມງຽບ… ແຕ່ເຂົາກໍຕ້ອງຕື່ນສະເດີດໃນກາງເດິກ ເພາະສຽງບົວສີດັງກະທົບປະສາດຫູຢ່າງແຮງ ພ້ອມທັງແຮງສັ່ນແຂນຈາກມືຂອງນາງ…
“ອ້າຍຕາ, ລຸກໆ ລູກເປັນຊັກ…” ສຽງຂອງນາງທັງສັ່ນທັງເຊັນ ເຮັດໃຫ້ເຂົາລຸກພະວື້ພະວ້າຂຶ້ນ ມຸດອອກຈາກມຸ້ງໄປເປີດສະວິກໄຟ… ຟ້າວເອົານໍ້າຢູ່ກະຕຸກເຫຍັ້ນໃສ່ແພເຊັດໜ້າໄປໂປະໃສ່ຮ່າງຂອງລູກນ້ອຍ, ອາການຊັກຄ່ອຍທຸເລົາ…
“ບໍ່ໄດ້ດອກ, ຟ້າວເອົາລູກໄປໂຮງໝໍໄວໆ.” ບົວສີທັງເວົ້າທັງອຸ້ມເອົາລູກທີ່ຍັງກະຕຸກເປັນບາງຄັ້ງ. ຄໍາຕາບໍ່ລໍຊ້າ ຕັດສິນໃຈຢ່າງໄວພະລັນ ຈັບເອົາກະແຈລົດ ແລ່ນໄປທີ່ກ້ອງກົກລໍາໄຍບ່ອນລົດຈອດຢູ່… ແລ້ວທັງສາມຊີວິດກໍມຸ່ງສູ່ໂຮງໝໍທີ່ໃກ້ທີ່ສຸດ…
ການຕ້ອນຮັບຄົນເຈັບຢູ່ຫ້ອງສຸກເສີນດໍາເນີນໄປຢ່າງສາລະວົນ ເຂົາຈົກເອົາບັດປະກັນສຸຂະພາບອອກໃຫ້ແພດເບິ່ງ… ເມື່ອເຫັນດັ່ງນັ້ນ ແພດສອງຄົນທີ່ປະຈຳຢູ່ຫ້ອງກໍແບ່ງປັນໜ້າທີ່ ຜູ້ໜຶ່ງທັງກວດທັງຖາມອາການຂອງຄົນເຈັບຈາກຜູ້ເປັນພໍ່ແມ່… ມີແຕ່ບົວສີເປັນຜູ້ເລົ່າອາການເຈັບຂອງລູກ ສ່ວນຄຳຕາໄດ້ແຕ່ແນມເບິ່ງລູກທີ່ນອນຫຼັບຕາດ້ວຍຄວາມເປັນຫ່ວງ…
ເມື່ອກວດອາການຮຽບຮ້ອຍແລ້ວ ຄົນເຈັບໄວເຍົາກໍຖືກນໍາເຂົ້າຫ້ອງໄອຊີຍູຢ່າງປັດຈຸບັນທັນດ່ວນ… ນໍ້າຕາຂອງຜູ້ເປັນແມ່ຈັກວ່າມາແຕ່ທາງໃດ ໄຫຼອອກພ້ອມກັບສຽງສະອື້ນ… ຄຳຕາກຸມມືຜູ້ເປັນເມຍ ພ້ອມທັງປອບປະໂລມດ້ວຍຄວາມທຸ່ນທ່ຽງ…
“ບໍ່ຕ້ອງຕົກໃຈດອກ, ບົວ! ຈັກໜ້ອຍລູກເຮົາຫາກຊິເຊົາ ເພາະມີທ່ານໝໍເກັ່ງໆຢູ່ນີ້ແລ້ວ!”
ບໍ່ພໍຄາວ, ທ່ານໝໍປົວເດັກປະຈຳໂຮງໝໍແຫ່ງນີ້ ກໍມາເຖິງ ແລະກໍເຂົ້າໄປໃນຫ້ອງໄອຊີຍູ… ຫ້ານາທີຕໍ່ມາ ທ່ານໝໍກໍຍ່າງອອກມາ ພ້ອມທັງເວົ້າກັບສອງຜົວເມຍທີ່ນັ່ງຄອງຖ້າຢູ່ນອກດ້ວຍສຽງທີ່ອົບອຸ່ນໃຈ:
“ເດັກປອດໄພແລ້ວ, ຄັນມາຊ້າພຽງຫ້ານາທີ ອາດຈະລຳບາກ…”
ຄໍາຕາຈົນນໍ້າຕາຊຶມ ເຂົາໂອບກອດເມຍດ້ວຍຄວາມດີໃຈ… ບົວສີຮູ້ສຶກຊື່ນໃຈຢ່າງບໍ່ເຄີຍເປັນມາກ່ອນ ຄວາມອົບອຸ່ນຈາກວົງແຂນຂອງຜົວ ເຮັດໃຫ້ນາງຮູ້ສຶກຄືມີຫຍັງມາຄ້າງຢູ່ຮູຄໍ…
“ຕ້ອງໄດ້ປິ່ນປົວຢູ່ໂຮງໝໍຕື່ມອີກຈັກສອງສາມມື້ຈຶ່ງກັບເມືອໄດ້.” ທ່ານໝໍບອກດ້ວຍອາລົມດີ.
“ຂອບໃຈທ່ານໝໍຫຼາຍໆ!” ທັງສອງຜົວເມຍຍໍມືພະນົມສະແດງຄວາມຮູ້ບຸນຄຸນ. ບົວສີກົ້ມຈົກເອົາຊອງຂາວໆອອກຈາກກະເປົາພາຍຍື່ນໃຫ້ທ່ານໝໍ.
“ໝໍຜູ້ມີຈັນຍາບັນຈະບໍ່ຮັບເອົາຊອງຂາວຈາກຄົນເຈັບ!” ທ່ານໝໍທັງເວົ້າທັງຊີ້ໃສ່ແຜ່ນເຈ້ຍທີ່ມີປະໂຫຍກດັ່ງກ່າວຕິດຢູ່ຂ້າງຝາ…
“ເປັນສິນນໍ້າໃຈຈາກຄອບຄົວນ້ອງ! ຂໍໃຫ້ທ່ານໝໍຮັບເອົາສາ!” ບົວສີທັງເວົ້າທັງຊູຊີຈະໃຫ້ທ່ານໝໍຮັບເອົາ. ສ່ວນຄຳຕາເຫຼືອດຕາລົງພື້ນ ອອກຮ້ອນໜ້າສຸດຈະພັນລະນາ…
“ຢ່າວ່າທ່ານໝໍຫຼິ້ນໂຕເດີ! ຂະໜາດເມຍຂອງໝໍເອງເອົາສິນນໍ້າໃຈໃຫ້ພະນັກງານພາສີຢູ່ດ່ານຫວ່າງປີກາຍຕັ້ງເປັນລ້ານ ເພື່ອຈະເອົາຢາທີ່ສັ່ງເຂົ້າມາຈາກຕ່າງປະເທດເຂົ້າຮ້ານ,ພະນັກງານຜູ້ນັ້ນຍັງບໍ່ເອົາ. ລາວເຮັດຕາມກົດລະບຽບທຸກຢ່າງ. ຫາກມີພະນັກງານແບບນັ້ນຫຼາຍໆຄົນ ບ້ານເມືອງເຮົາກໍຄົງຈະຫຼຸດພົ້ນຈາກປະເທດທີ່ທຸກຍາກໄດ້ໂດຍໄວ… ນັບແຕ່ເມຍຂອງໝໍມາເລົ່າເຫດການນັ້ນສູ່ຟັງ ໝໍກໍຮູ້ສຶກລະອາຍໃຈທີ່ຈະຮັບເອົາຊອງຂາວຈາກຄົນເຈັບ. ຈົ່ງເກັບໄວ້ຊື້ຢຸກຢາໃຫ້ລູກຂອງພວກເຈົ້າສາ!”
ບົວສີຮູ້ຕື້ນຕັນຈົນປາກບໍ່ອອກ ເກັບຊອງຂາວລົງໃສ່ກະເປົາພາຍດັ່ງເດີມ ພ້ອມທັງຍົກມືໄຫວ້ທ່ານໝໍຢ່າງຮູ້ບຸນຄຸນ ເຊັ່ນດຽວກັບຄໍາຕາທີ່ພະນົມໄຫວ້ຢ່າງນອບນ້ອມ ແຕ່ໃນຫົວຂອງເຂົາຍັງປາກົດເຫັນພາບຕອນທີ່ເຂົາປະຕິເສດການຮັບເອົາສິນບົນຈາກແມ່ຄ້າຂາຍຢາຜູ້ໜຶ່ງເມື່ອປີກາຍນີ້!!!
(ເລື່ອງສັ້ນ “ເງິນ ຫຼື ຈັນຍາບັນ” ໂດຍ: ນ້ອຍ ວິດຊຸລະດາ ໄດ້ຮັບລາງວັນຊົມເຊີຍ “ລາງວັນສິນໄຊ” ປະຈຳປີ 2011)
ຕິດຕາມຜູ້ຂຽນທີ່ນີ້: www.facebook.com/sengfa.hola