Homeເກາະຕິດກິລາຊີເກມທັບນັກກິລາລາວຍັງບໍ່ທັນເຫັນຫຼຽນຄຳໃນຊີເກມ ຄັ້ງທີ 28

ທັບນັກກິລາລາວຍັງບໍ່ທັນເຫັນຫຼຽນຄຳໃນຊີເກມ ຄັ້ງທີ 28

Published on

ທັບນັກກິລາລາວເຮົາ ສາມາດຍາດຫຼຽນມາໄດ້ແລ້ວ 3 ຫຼຽນເງິນ ແລະ 8 ຫຼຽນທອງ ໃນການເຂົ້າຮ່ວມແຂ່ງຂັນງານມະຫາກໍາກິລາ ຊີເກມ ຄັ້ງທີ 28 ທີ່ປະເທດສິງກະໂປເປັນເຈົ້າພາບ, ໃນຂະນະທີ່ທັບນັກກິລາສິງກະໂປເຈົ້າພາບ ມາຮອດເວລາ 17 ໂມງ ສາມາດ ຍາດມາໄດ້ແລ້ວ 31 ຫຼຽນຄໍາ 22 ຫຼຽນເງິນ ແລະ 42 ຫຼຽນທອງ ເປັນຜູ້ນໍາໜ້າຕາຕະລາງສະຫຼຸບຫຼຽນຢູ່ໃນຂະນະນີ້.

ມາຮອດຕອນຄໍ່າວັນທີ 8 ມິຖຸນາ ຜ່ານມາ ຜົນງານຂອງທັບນັກກິລາລາວ ໃນການເຂົ້າຮ່ວມແຂ່ງຂັນ ງານມະຫາກຳກິລາຊີເກມ ຄັ້ງທີ 28 ກໍ່ຍັງບໍ່ທັນເຫັນຫຼຽນຄຳ ຍ້ອນຜົນການແຂ່ງຂັນຂອງນັກກິລາເປົ້າໝາຍຫຼຽນຄຳຢ່າງກິລາຢູໂດ, ມວຍວູຊູ ແລະ ເປຕັງກໍ່ຜິດຄວາມາດໝາຍ ສົ່ງຜົນໃຫ້ຜົນງານຂອງທັບນັກກິລາລາວ ຍາດມາໄດ້ເພີ່ມກໍ່ມີແຕ່ຫຼຽນທອງ 4 ຫຼຽນທອງ ໂດຍໄດ້ຈາກກິລາເປຕັງ 2 ຫຼຽນທອງ , ຢູໂດ 1 ຫຼຽນທອງ ແລະ ມວຍສາກົນອີກ 2 ຫຼຽນທອງ ລວມທັງໝົດ ເປັນ 3 ຫຼຽນເງິນ ແລະ 9 ຫຼຽນທອງ.

ສໍາລັບ 3 ຫຼຽນເງິນ ເປັນຜົນງານທີ່ຜິດເປົ້າໝາຍຂອງນັກກິລາ ຢູໂດ ນາງ ພອນນາລີ ໄຊຍະລາດ ເຈົ້າຂອງຫຼຽນຄຳ ຊີເກມ 3 ສະໄໝ ຮຸ່ນນໍ້າໜັກ 52 ກິໂລກຣາມ. ສ່ວນອີກ 2 ຫຼຽນເງິນນັ້ນ, ເປັນຜົນງານຂອງທີມນັກກິລາກະຕໍ້-ຊິນລອນ ທີ່ລົງແຂ່ງຂັນລາຍການລິງຄິງ ແລະ ລາຍການເທັກນິກຂັ້ນສູງ ຂະນະທີ່ ນັກກິລາກໍ່ປະກອບມີ ທ້າວໂຍທິນ ສົມບັດພູທອນ, ທ້າວ ວຽງນະຄອນ ກິດນາລີ, ທ້າວ ວິລິຍັນ ສົມບັດພູທອນ, ທ້າວ ຈັນທະລັກ ຈັນທະວົງ, ທ້າວ ສາຍຄຳ ສາຍຄຳ, ທ້າວ ບຸນຍົງ ເຄນພະຈັນ, ທ້າວ ພິດທະສັນ ບຸນປະເສີດ ແລະ ທ້າວ ວິໄຊ ພົມມະວົງສາ.

ສ່ວນ 9 ຫຼຽນທອງ ເປັນຜົນງານຂອງນັກກິລາເປຕັງ 4 ຫຼຽນທອງ ຄື ປະເພດຊຸດຕິ້ງຊາຍ-ຍິງ 2 ຫຼຽນທອງ ຄື: ທ້າວ ບົວແດງ ວົງວອນ ແລະ ນາງ ຄູນຄຳ ສຸກສະຫວັດ. ສ່ວນອີກ 2 ຫຼຽນທອງໄດ້ຈາກປະເພດຊາຍ-ຍິງດ່ຽວ ທ້າວ ພຸດທະລາ ແກ້ວກັນນີກາ ແລະ ນາງ ໂບວິລັກ ເທບພະກັນ. ສ່ວນອີກ 5 ຫຼຽນທອງ ກໍ່ເປັນຜົນງານ ເປັນຜົນງານຂອງ ທ້າວ ສຸກພະໄຊ ສິດທິສານ ນັກກິລາຢູໂດປະເພດຕໍ່ສູ້ ຮຸ່ນ 66 ກິໂລກຣາມ, ທ້າວ ເຂັມຄຳ ກົມມະນີວົງ ນັກກິລາຢູໂດປະເພດຕໍ່ສູ້ ຮຸ່ນ +100 ກິໂລກຣາມ, ທ້າວ ຄຳຫຼ້າ ສຸຂະພອນ ນັກກິລາຢູໂດ ຮຸ່ນນໍ້າໜັກ 60 ກິໂລກຣາມ, ທ້າວ ບຸນປອນ ລາຊະວົງສີ ນັກມວຍສາກົນຮຸ່ນ 46 ກິໂລກຣາມ ແລະ ທ້າວ ທອງບາງ ເຊື້ອພົມ ນັກມວຍສາກົນ ຮຸ່ນ 52 ກິໂລກຣາມ.

11162081_866098270094487_9220030997476222287_n

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...