Homeຂ່າວຕ່າງປະເທດສະຫລົດ! ລົດຂົນສົ່ງເດັກນ້ອຍນັກຮຽນຕົກເຫວຢູ່ເປຣູ ເສຍຊີິວິດ 17 ຄົນ!

ສະຫລົດ! ລົດຂົນສົ່ງເດັກນ້ອຍນັກຮຽນຕົກເຫວຢູ່ເປຣູ ເສຍຊີິວິດ 17 ຄົນ!

Published on

558000006733101

ລົດບັນທຸກໂດຍສານນັກຮຽນ ປະສົບອຸບັດເຫດຕົກເຫວເທິງສັນພູແອນດິດ ມີຜູ້ເສຍຊີວິດເຖິງ 17 ຄົນ ໂດຍສ່ວນໃຫຍ່ແມ່ນເປັນເດັກນ້ອຍ ພ້ອມມີຜູ້ໄດ້ຮັບບາດເຈັບອີກ 54 ຄົນ.

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 9 ມິຖຸນານີ້ວ່າ ເຫດການດັ່ງກ່າວເກີດຂຶ້ນໃນວັນທີ 7 ມິຖຸນາຜ່ານມານີ້ ໂດຍມີລົດບັນທຸກຂອງອົງການປົກຄອງທ້ອງຖິ່ນ Cahuac ເຊິ່ງເປັນເມືອງນ້ອຍໆຕັ້ງຢູ່ຫ່າງຈາກນະຄອນຫລວງລິມາ ປະເທດເປຣູ ໄປທາງພາກຕາເວັນອອກສຽໜງເໜືອ ປະມານ 260 ກິໂລແມັດ ໂດຍລົດບັນທຸກຄັນດັ່ງກ່າວ ໄດ້ແກ່ເດັກນ້ອຍຈຳນວນຫລາຍສິບຄົນ ເພື່ອໄປຮ່ວມງານສວນສະໜາມ ໃນເມືອງເອກຂອງແຂວງ ເນື່ອງໃນວັນປະຕິຍານຕົນຕໍ່ທຸງຊາດ ແຕ່ໄດ້ເກີດອຸບັດຕິເຫດ ຕົກລົງເຫວສູງກ່ວາ 100 ແມັດ ເສຍກ່ອນ.

ເບື້ອງຕົ້ນແມ່ນເຈົ້າໜ້າທີ່ໄດ້ກ່າວວ່າ ສາເຫດທີ່ພາໃຫ້ເກີດອຸບັດເຫດອັນໜ້າສະຫລົດໃຈດັ່ງກ່າວນີ້ ແມ່ນເກີດຈາກສະພາບຖະໜົນທີ່ບໍ່ດີ ແລະ ການຕັດສິນໃຈທີ່ຜິດພາດຂອງໂຊເຟີຂັບລົດ.

 

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...