spot_img
Homeຂ່າວຕ່າງປະເທດສົມເດັດ ເຈຍ ຊິມ ປະທານວຸດທິສະພາກຳປູເຈຍ ເຖິງແກ່ອະສັນຍະກຳ!

ສົມເດັດ ເຈຍ ຊິມ ປະທານວຸດທິສະພາກຳປູເຈຍ ເຖິງແກ່ອະສັນຍະກຳ!

Published on

EyWwB5WU57MYnKOuXxyG3VY995qSgGuE7Bsipsy5qjGuPngqeI10UC

ສົມເດັດອັກຄະມະຫາທຳໂພທິສານ ເຈຍ ຊິມ ປະທານວຸດທິສະພາ ແລະ ຫົວໜ້າພັກປະຊາຊົນກຳປູເຈຍ (CCP) ໄດ້ເຖິງແກ່ອະສັນຍະກຳ ໃນຕອນບ່າຍວັນທີ 8 ມິຖຸນາຜ່ານມານີ້ ລວມອາຍຸໄດ້ 82 ປີ.

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 9 ມິຖຸນານີ້ ໂດຍອ້າງຄຳປະກາດຂອງໂຄສົກພັກປະຊາຊົນກຳປູເຈຍວ່າ ທ່ານ ສົມເດັດອັກຄະມະຫາທຳໂພທິສານ ເຈຍ ຊິມ ຫລື ສົມເດັດ ເຈຍ ຊິມ ໄດ້ເຖິງແກ່ອະສັນຍະກຳແລ້ວ ພາຍໃນເຮືອນພັກຢູ່ນະຄອນຫລວງພະນົມເປັນ ເມື່ອເວລາ 15:45 ໂມງ ຕາມເວລາໃນທ້ອງຖິ່ນ ຂອງມື້ວັນທີ 8 ມິຖຸນາ 2015 ດ້ວຍໂລກຊະລາ ລວມອາຍຸໄດ້ 82 ປີ.

ສົມເດັດ ເຈຍ ຊິມ ແມ່ນເຮັດໜ້າທີ່ເປັນປະທານລັດຖະສະພາກຳປູເຈຍ ໃນລະຫວ່າງປີ 1981 – 1998 ແລະ ເປັນປະທານວຸດທິສະພາ ນັບແຕ່ປີ 1999 ເປັນຕົ້ນມາ ຈົນເຖິງເສຍຊີວິດ.  ປັດຈຸບັນ ນາຍົກລັດຖະມົນຕີຮຸນແຊນ ແຫ່ງ ຣາຊະອານາຈັກກຳປູເຈຍ ໄດ້ມີຄຳສັ່ງໃຫ້ມີການໄວ້ທຸກຢ່າງເປັນທາງການ ໃນວັນສຸກທີ 19 ມິຖຸນາທີ່ຈະມາເຖິງນີ້.

NjpUs24nCQKx5e1D7RzABDsizjyVqQdsEh6H4pbyrQL
ສົມເດັດ ເຈຍ ຊິມ (ຊ້າຍ) ແລະ ສົມເດັດ ຮຸນແຊນ (ຂວາ)

ບົດຄວາມຫຼ້າສຸດ

ປະຊາຊົນຊາວມາເລເຊຍຮວມຕົວກັນຫຼາຍພັນຄົນ ເພື່ອຮຽກຮ້ອງຄວາມຍຸຕິທຳ ໃຫ້ຊາຣາ ທີ່ເສຍຊີວິດຢ່າງປິສະໜາ

#JusticeForZara ແຮັດແທັກ (hastag) ເຕັມສື່ສັງຄົມອອນລາຍໃນປະເທດມາເລເຊຍ ເພື່ອຮຽກຮ້ອງຄວາມຍຸຕິທຳໃຫ້ ຊາຣາ ເດັກຍິງອາຍຸ 13 ປີ ເສຍຊີວິດປິດສະໜາ, ທ່າມກາງຂ່າວລືວ່າ ຊາຣາ ເປັນເຫຍື່ອຈາກການຖືກບູລີ້ ແລະ...

ເສຍຊີວິດເວທີດຽວກັນ! ຂ່າວເສົ້າວົງການມວຍຍີ່ປຸ່ນ ເມື່ອ 2 ນັກຊົກຈາກແດນປາດິບເສຍຊີວິດຫຼັງຂຶ້ນຊົກມວຍ ໝໍເຜີຍເລືອດອອກໃນເຫຍື້ອຫຸ້ມສະໝອງ.

ວົງການມວຍຍີ່ປຸ່ນເສົ້າ! 2 ນັກຊົກມວຍເສຍຊີວິດເວທີດຽວກັນ ຫຼັງໄດ້ຮັບອາການບາດເຈັບ ໝໍເຜີຍເລືອດອອກໃນເຫຍື້ອຫຸ້ມສະໝອງ. ສຳນັກຂ່າວຕ່າງປະເທດລາຍງານເຫດການສຸດສະຫຼົດ ຂອງວົງການມວຍຍີ່ປຸ່ນ ໄດ້ເກີດເຫດການສຸດຊ໋ອກ ຫຼັງຈາກຊິເງໂຕຊິ ນັກຊົກອາຍຸ 28 ປີ ເສຍຊີວິດ ເມື່ອວັນສຸກ 8...

ສ ເກົາຫຼີ ມອບທຶນຈຳນວນ 6 ລ້ານໂດລາ ເພື່ອຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາ ກຳນົດຈັດຕັ້ງປະຕິບັດ 2025-2029

ລັດຖະບານ ສ ເກົາຫຼີສະໜອງທຶນຊ່ວຍເຫຼືອລ້າໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວ ເມືອງຄຳເກີດ ພິທີເຊັນບົດບັນທຶກການຮ່ວມມືໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວເມືອງຄຳເກີດ ແຂວງບໍລິຄຳໄຊ ລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...

ຍທຂ ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ

ຍທຂ ປະກາດການຈັດຕັ້ງ ພະນັກງານການນຳຂັ້ນສູງ. ເມື່ອບໍ່ດົນມານີ້, ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ ແລະ ຍົກຍ້າຍ...