spot_img
Homeສຸຂະພາບ ແລະ ສີ່ງແວດລ້ອມສາທາລະນະສຸກ ນ.ວ ພ້ອມແຈກປາຫາງນົກຍຸງ ໃຫ້ປະຊາຊົນໄປລ້ຽງ ເພື່ອກິນໜອນນ້ຳ!

ສາທາລະນະສຸກ ນ.ວ ພ້ອມແຈກປາຫາງນົກຍຸງ ໃຫ້ປະຊາຊົນໄປລ້ຽງ ເພື່ອກິນໜອນນ້ຳ!

Published on

peacock fish

ຫົວໜ້າພະແນກສາທາລະນະສຸກນະຄອນຫຼວງວຽງຈັນ ດຣ ພອນປະເສີດ ອຸນາພົມ ໃຫ້ຮູ້ວ່າ : ລະດູຝົນນີ້ ຊຶ່ງເປັນເງື່ອນໄຂໃຫ້ຍຸງລາຍຂະຫຍາຍພັນໄດ້ງ່າຍ, ດັ່ງນັ້ນ ເພື່ອຈຳກັດການຂະຫຍາຍພັນຂອງມັນ, ພະແນກສາ ທນະຄອນຫຼວງວຽງຈັ ນຈິ່ງໄດ້ແນະນຳໃຫ້ປະຊາຊົນເອົາ ໃຈໃສ່ທຳລາຍໜອນນ້ຳຍຸງລາຍ, ໂດຍການທຳ ລາຍແຫຼ່ງແຜ່ພັນຂອງຍຸງລາຍຕາມບໍລິເວນເຮືອນຊານຂອງຕົນໃຫ້ດີ ແລະ ໃຊ້ປາ ຫາງນົກຍຸງເພື່ອກິນໜອນນ້ຳຍຸງລາຍຢູ່ຕາມໂອ່ງ, ແອ່ງທີ່ບໍ່ສາມາດປົກປິດໄດ້ , ຊຶ່ງທາງສາທາຈຶ່ງໄດ້ຈັດຕັ້ງໂຄງການສະໜອງປາຫາງງນົກຍຸງ ທີ່ໄດ້ຈັດຕັ້ງປະຕິບັດມາແຕ່ປີ 2013 ໂດຍມອບໃຫ້ຂະ ແໜງສາ ທາລະນະສຸກເມືອງເປັນຜູ້ຈັດຕັ້ງປະຕິບັດ, ໂດຍອາໄສວັດເປັນບ່ອນລ້ຽງ ແລະ ຂະຫຍາຍພັນປາດັ່ງກ່າວ, ມາຮອດປັດຈຸບັນ ທົ່ວນະຄອນຫຼວງມີຢູ່ 50 ວັດ ແລະ ພ້ອມທີ່ຈະແຈກຢາຍໃຫ້ປະຊົນຊົນນຳໄປລ້ຽງ ເພື່ອກິນໜອນນ້ຳຍຸງລາຍ, ສຳລັບຜູ້ທີ່ສົນ ໃຈສາມາດໄປຮັບເອົາປາໄດ້ຢູ່ວັດຕ່າງໆຂອງແຕ່ລະເມືອງ ເຊັ່ນ: ເມືອງໄຊເສດຖາສາ ມາດໄປຮັບເອົາໄດ້ທີ່ໂຮງມໍເມືອງ, ວັດໂພນສະອາດ, ວັດໜອງສ້າງທໍ່, ວັດສະພັງໝໍ້, ວັດສີສັງວອນ, ວັດນາໄຊ, ວັດຮ່ອງແກ, ວັດໂພນໄຊ, ວັດເມືອງນ້ອຍ, ວັດຊຽງດາ, ວັດໂນນຄໍ້, ວັດຫົວ ຂົວ, ວັດໂນນສະຫວ່າງ, ວັດຊຳເຄ້, ວັດອາມອນ, ວັດຂາມງອຍ, ວັດໄຮຄຳ, ວັດໂຊກໃຫຍ່, ວັດຈອມມະນີ, ວັດໜອງບອນ; ເມືອງສີໂຄດຕະບອງ : ໂຮງໝໍເມືອງ, ວັດອຸບມຸງ, ວັດຊຽງແວ, ວັດດົງນາໂຊກເໜືອ, ວັດໂພນຄຳ, ວັດຕາດທອງ, ວັດໂນນຂີ້ຫຼັກ; ເມືອງປາກງື່ມ: ໂຮງໝໍເມືອງ, ວັດໜອງບົວທອງ, ວັດສ້າງໄສ, ວັດບ້ານໄຮ່; ເມືອງໄຊທານີ: ໂຮງໝໍເມືອງ, ວັດທ່າງ່ອນ, ວັດທ່າສະຫວ່າງ, ວັດລາດຄວາຍ, ວັດອຸດົມຜົນ; ເມືອງສີສັດຕະນາກ: ໂຮງໝໍເມືອງ, ວັດຈອມພັດ, ວັດເກົ້າຍອດ, ວັດພະໄຊ, ວັດບຶງຂະຫຍອງ, ວັດໂສກປ່າຫຼວງ, ວັດດົງປ່າລານ; ເມືອງຈັນທະບູລີ: ຢູ່ໂຮງໝໍເມືອງ, ວັດໂພນຕ້ອງ, ວັດຫາຍໂສກ, ວັດມີໄຊ, ວັດໜອງປີງ, ວັດຮ່ອງໄກ່ແກ້ວ; ສ່ວນເມືອງນາຊາຍທອງ: ຢູ່ໂຮງໝໍເມືອງ, ວັດດົງຊຽງດີ, ວັດນາຄູນໃຕ້, ວັດນາຄູນເໜືອ, ວັດໂພນແກ້ວ ແລະ ເມືອງຫາດຊາຍຟອງ: ໂຮງໝໍ ເມືອງ, ວັດໂຄກໃຫຍ່, ວັດສີຖານ, ວັດທ່າແຂກ, ວັດຊາຍຟອງໃຕ້, ວັດຊາຍຟອງເໜືອ, ວັດດົງໂພສີ, ວັດໜອງພົງ, ວັດຄວາຍແດງ; ເມືອງສັງທອງ ແມ່ນມີຢູ່ໂຮງໝໍເມືອງຂອງຕົນ.

 

ແຫລ່ງຂ່າວ: ລາວພັດທະນາ

 

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...