spot_img
Homeຂ່າວພາຍ​ໃນມະຫະກຳຕະຫຼາດນັດແຮງງານ ປະຈຳປີ 2015 ໄຂຂຶ້ນຢ່າງຄຶກຄື້ນ

ມະຫະກຳຕະຫຼາດນັດແຮງງານ ປະຈຳປີ 2015 ໄຂຂຶ້ນຢ່າງຄຶກຄື້ນ

Published on

job fair

ງານມະຫະກຳຕະຫຼາດນັດແຮງງານປະຈຳປີ 2015 ໄດ້ຈັດຂຶ້ນຢ່າງເປັນທາງການ ໃນວັນທີ 5-6 ມິຖຸ ນານີ້, ຢູ່ຫໍປະຊຸມແຫ່ງຊາດດວ້ຍບັນຍາກາດຄຶກຄື້ນ, ໂດຍ ທ່ານນາຍົກລັດຖະມົນຕີ ທອງສິງ ທຳມະວົງ, ທ່ານລັດຖະມົນຕີວ່າການກະຊວງ ແຮງງານ ແລະ ສະຫວັດດີການສັງຄົມ ແລະ ຜູ້ຕ່າງໜ້າອົງການແຮງງານສາກົນ, ພ້ອມດ້ວຍບັນດາຫົວໜ້າທຸລິກິດ, ບໍລິສັດຫ້າງຮ້ານຕ່າງໆ ແລະ ນັກຮຽນນັກສຶກສາ ເຂົ້າຮ່ວມເປັນຈຳນວນຫຼາຍ.

ລັດຖະມົນຕີວ່າການກະຊວງແຮງງານກ່າວໃນພິທີເປີດງານດັ່ງກ່າວວ່າ: ກະຊວງແຮງ ງານ ແລະ ສະຫວັດດີການສັງຄົມ ຮ່ວມກັບບໍລິສັດ ໄອຈ໋ອບ ບໍລິການຈັດຫາງານ ແລະ ອົງການແຮງງານສາກົນຈັດມະຫະກຳນັດພົບແຮງງານປະຈຳປີ 2015 ຂຶ້ນ, ເພື່ອຕອບສະໜອງຂໍ້ມູນຂ່ານສານຕະຫຼາດແຮງງານ, ເຮັດໃຫ້ກຳລັງແຮງງານໄດ້ເຂົ້າເຖິງການມີ ວຽກເຮັດງານທຳ ທີ່ມີຄຸນ ຄ່າ ແລະ ເປັນທຳ, ສ້າງໂອກາດໃຫ້ຫົວໜ່ວຍແຮງງານຕ່າງໆທີ່ຕ້ອງການ ກຳລັງແຮງງານໄດ້ພົບປະປຶກສາຫາລືກັນ, ໂດຍສະ ເພາະດ້ານຂໍ້ມູນຂ່າວສານ, ການຝຶກສີມືແຮງງານ ໃຫ້ນັບມື້ສອດຄ່ອງກັບຄວາມຕ້ອງການຂອງຕະຫຼາດແຮງ ງານເທື່ອລະກ້າວ, ໃນຊຸມປີຜ່ານມາກະຊວງ ແຮງງານ ແລະ ສະຫວັດດີການສັງຄົມໄດ້ຈັດມະຫາກຳນັດພົບແຮງງານມາແລ້ວ 4 ຄັ້ງ, ທັງຢູ່ນະ ຄອນຫຼວງວຽງຈັນ ແລະ ທ້ອງຖິ່ນຕ່າງໆ, ຊຶ່ງມີກຳລັງແຮງງານ, ຜູ້ຕ້ອງການວຽກເຮັດງານທຳເຂົ້າ ຮ່ວມຫຼາຍໝື່ນຄົນ, ມີຫົວໜ່ວຍແຮງານ, ສະຖາບັນການສຶກສາ, ສູນພັດທະນາສີມືແຮງງານ ແລະ ວິສະຫະກິດຈັດຫາງານເຂົ້າຮ່ວມເປັນ ຈຳນວນຫຼາຍ, ສຳລັບການຈັດງານແຕ່ລະຄັ້ງທີ່ຜ່ານມາແມ່ນ ໄດ້ຮັບຄວາມຮ່ວມມືຈາກພາກສ່ວນກ່ຽວຂ້ອງເປັນຢ່າງດີ ແລະ ມີຜູ້ຖືກບັນຈຸເຂົ້າເຮັດວຽກເປັນຈຳ ນວນຫຼາຍ ແລະ ມີກຳລັງແຮງງານໄດ້ເຂົ້າເຖິງຂໍ້ມູນຂ່າວ ສານ ແລະ ສະຖາບັນການສຶກສາ, ສູນວິຊາ ຊີບ, ສູນພັດທະນາສີມືແຮງງານ, ເຮັດໃຫ້ເຂົາເຈົ້າມີຄວາມຮູ້, ມີສີມືແຮງງານທີ່ສອດຄ່ອງກັບ ຄວາມຕ້ອງການ ຂອງຕະຫຼາດແຮງງານທັງພາຍໃນ ແລະ ຕ່າງປະເທດ, ເພື່ອສ້າງຄວາມພ້ອມໃຫ້ແກ່ ການເຊື່ອມໂຍງເຂົ້າກັບພາກພື້ນ ແລະ ສາກົນທາງດ້ານແຮງງານໄດ້ເປັນຢ່າງດີ.

ລັດຖະມົນຕີກະຊວງແຮງງານກ່າວວ່າ: ສຳລັບງານມະຫາກຳນັດພົບແຮງງານຄັ້ງນີ້ມີ ບັນດາຫົວໜ່ວຍທຸລະກິດ, ການຜະລິດ, ການບໍລິການ ແລະ ບໍລິສັດຈັດຫາງານ, ເພື່ອສະໜອງ ຂໍ້ມູນຕ່າງໆ, ໂດຍສະເພາະແມ່ນການໃຫ້ຄຳແນະນຳ, ຂັ້ນຕອນການສະໝັກງານ, ການຂັ້ນທະບຽນ, ການສຳພາດ ແລະ ການເຮັດສັນຍາແຮງງານ, ພ້ອມນີ້ກໍມີບັນດາສູນຝຶກສີມືແ ຮງງານ ແລະ ວິທະຍາໄລວິຊາຊີບຕ່າງໆໄດ້ມາສະແດງກິດຈະກຳການຝຶກສີມືແຮງງານ ແລະ ໃຫ້ຄຳ ແນະນຳດ້ານອາຊີບ, ການຂຶ້ນທະບຽນເພື່ອທົດສອບສີມືແຮງງານ, ພ້ອມນັ້ນກໍມີການແຂ່ງຂັນສີມືແຮງງານບາງວິຊາຊີບເຊັ່ນ: ການແກະສະຫຼັກ ໝາກໄມ້, ການປຸງແຕ່ງອາຫານ, ການກໍ່ສ້າງອາຄານ ແລະ ຕິດຕັ້ງໄຟຟ້າໃນອາຄານເປັນຕົ້ນ, ນອກນີ້ຍັງມີການວາງສະແດງ ສິນຄ້າຫັດຖະກຳ, ຜະລິດຕະພັນກະສິກຳ, ຜະລິດຕະພັນພູມປັນຍາຂອງຊາວບ້ານ ແລະ ອື່ນໆ ໃນງານດັ່ງກ່າວໄດ້ມີຄວາມ ຕ້ອງການແຮງງານຫຼາຍກວ່າ 120 ຫົວໜ່ວຍ ແລະ ມີຕຳໜ່າງງານວາງ ເຖິງ 2 ພັນຕຳແໜ່ງງານ ແລະ ຄາດວ່າຈະມີຜູ້ເຂົ້າ ມາສະໜັກງານຫຼາຍກວ່າ 4 ພັນຄົນ ແລະ ເຊື້ອວ່າງານມະຫະກຳນັດພົບແຮງງານຄັ້ງນີ້ຈະຊ່ວຍຊຸກຍູ້ສົ່ງເສີມການ ສ້າງວຽກເຮັດງານທຳ ໃຫ້ແກ່ກຳລັງແຮງງານລາວໄດ້ເປັນຢ່າງດີ, ເຮັດໃຫ້ຜູ້ອອກແຮງງານ ແລະ ຜູ້ໃຊ້ແຮງງານມີໂອກາດເຂົ້າ ເຖິງເຊິ່ງກັນ ແລະ ກັນ, ໂດຍສະເພາະແມ່ນການຍົກລະດັບສີມືແຮງງານ.

 

ແຫລ່ງຂ່າວ: ລາວພັດທະນາ

 

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...