Homeຂ່າວຕ່າງປະເທດນັກວິສະວະກຳຈີນ ພັດທະນາຕູ້ເອທີເອັມ ສາມາດຈື່ຈຳໃບໜ້າເຈົ້າຂອງບັດໄດ້!

ນັກວິສະວະກຳຈີນ ພັດທະນາຕູ້ເອທີເອັມ ສາມາດຈື່ຈຳໃບໜ້າເຈົ້າຂອງບັດໄດ້!

Published on

EyWwB5WU57MYnKOuXxylPPh2CZyzFbtRtzWSDxaKZo3Vbssy8WDSQu

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 4 ມິຖຸນານີ້ວ່າ ນັກວິໄຈຈີນ ໄດ້ພັດທະນາຕູ້ເອທີເອັມ ທີ່ມີເຕັກໂນໂລຊີຈື່ຈຳໃບໜ້າຂອງຄົນໄດ້ໃນຕົວ ອັນຈະສາມາດຊ່ວຍປ້ອງກັນບັນຫາອາຊະຍາກຳ ທີ່ເກີດຂຶ້ນກັບຕູ້ເອທີເອັມ.

ແຫລ່ງຂ່າວຂອງຈີນໄດ້ລະບຸວ່າ ຕູ້ເອທີເອັມທີ່ໃຊ້ກັນຢູ່ໃນປະເທດຈີນທຸກວັນນີ້ ແມ່ນລ້ວນແຕ່ອາໄສເຕັກໂນໂລຊີຈາກຕ່າງປະເທດທັງໝົດ ໂດຍຕູ້ເອທີເອັມໃໝ່ນີ້ຜະລິດໂດຍຄົນຈີນເອງ ສາມາດນັບທະນາບັດໄດ້ວ່ອງໄວ ແລະ ສາມາດດັກກວດຈັບເງິນປອມໄດ້ອີກດ້ວຍ ພ້ອມກັນນັ້ນ ກໍຍັງສາມາດຈື່ຈຳໃບໜ້າເຈົ້າຂອງບັດເອທີເອັມໄດ້ອີກ ເຊິ່ງຖືເປັນຄວາມສາມາດຂອງນັກວິສະວະກຳຈີນລ້ວນໆ.

ຢ່າງໃດກໍຕາມ ໄດ້ມີການໂຕ້ຖຽງກັນໃນວົງນັກສັງເກດການວ່າ ຖ້າຫາກມີການນຳໃຊ້ຕູ້ເອທີເອັມດັ່ງກ່າວນີ້ແທ້ຈິງ ແລະ ເກີດມີກໍລະນີບາງໄປດັດແປງເຮັດສັນຍະກຳໃບໜ້າ ເພື່ອໃຫ້ຄ້າຍຄືກັບເສດຖີຄົນໃດໜຶ່ງຂຶ້ນມາ ແລ້ວຈະເກີດຫຍັງຂຶ້ນ.

 

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...