Homeເກາະຕິດກິລາຊີເກມມາຮູ້ຈັກກັບເຈົ້າພາບໃນຊີເກມຄັ້ງທີ 28

ມາຮູ້ຈັກກັບເຈົ້າພາບໃນຊີເກມຄັ້ງທີ 28

Published on

“ສິງກະໂປ” ເຖິງຈະເປັນປະເທດທີ່ເປັນເກາະນ້ອຍໆ ທີ່ມີພື້ນທີ່ ພຽງ 716.1 ກິໂລຕາແມັດ, ແຕ່ເປັນປະເທດທີ່ມີຄວາມທັນສະໄໝ, ມີຄວາມຈະເລີນທາງດ້ານເຕັກໂນໂລຢີ ແລະ ຊີວິດການເປັນຢູ່ຂອງຄົນສິງກະໂປ ຫລື ຄຸນນະພາບຊີວິດຂອງພວກເຂົາບໍ່ແຕກຕ່າງຈາກຄົນໃນແຖບຢູໂຣບ ຫລື ອາເມລິກາເລີຍ.
“ພູມອາກາດ” ສິງກະໂປ ຢູ່ໃກ້ເສັ້ນສູນສູດ ຈຶ່ງມີອາກາດຮ້ອນຊຸ່ມຕະຫລອດທັງປີ, ອຸນຫະພູມໂດຍສະເລ່ຍ ປະມານ 26 ອົງສາເຊວຊຽດສ໌, ຂ້ອນຂ້າງມີຝົນຕົກຫລາຍ  ແລະ ສິງກະໂປ ໄດ້ຮັບອິດທິພົນຈາກທະເລ ເຮັດໃຫ້ອາກາດ ບໍ່ຮ້ອນຈັດ ລະຫວ່າງເດືອນ ພະຈິກ ເຖິງເດືອນ ມັງກອນ ເປັນໄລຍະທີ່ລົມມໍລະສຸມຕາເວັນອອກ ສ່ຽງເໜືອ ພັດຜ່ານ. ໃນໄລຍະນີ້ອາກາດຈຶ່ງຂ້ອນຂ້າງເຢັນ.


“ປະຊາກອນ” ເປັນປະເທດທີ່ມີປະຊາກອນ ໜາແໜ້ນທີ່ສຸດ ໃນພູມີພາກ ແລະ ເປັນປະເທດທີ່ນ້ອຍສຸດ ໃນພູມີພາກ ແລະ ເປັນ ອັນດັບ 2 ຂອງໂລກ ທີ່ມີປະຊາກອນໜາແໜ້ນຖ້າທຽບໃສ່ພື້ນທີ່ທີ່ມີປະຊາກອນ 5,399 ລ້ານຄົນ (2014) ປະກອບດ້ວຍຊາວຈີນ 76,5%, ມາເລ 13,8%, ອິນເດຍ 8,1%  ແລະ  ອື່ນໆອີກ 1,6%.


“ວັດທະນະທຳ” ເນື່ອງຈາກສິງກະໂປ ມີຫລາຍເຊື້ອຊາດ ເຮັດໃຫ້ຊາວສິງກະໂປ ນັບຖືສາດສະໜາທີ່ແຕກຕ່າງກັນ ເຊັ່ນ: ສາດສະໜາພຸດ, ຮິນດູ, ຄຣິສຕຽນ ແລະ ລັດທິ ເຕົ໋າ.


ສະກຸນເງິນ: ໂດລາ ສິງກະໂປ(SGD)
ພາສາທາງການ:  ອັງກິດ
ປະທານາທິບໍດີ:  ໂທນີ ຕັນ
ນາຍົກລັດຖະມົນຕີ:  ລີຊຽນ ຫລຸງ
ສະຖານທີ່ທ່ອງທ່ຽວ: ເຊັນໂຕຊາ, ສວນສັດສິງກະໂປ, ໄນ ຊາຟາຣີ ເປັນຕົ້ນ

10462968_1591040991161729_842134779715814037_n

10628491_1591040881161740_138453939130686501_n

11141308_1591040897828405_2015660535786031403_n

ບົດຄວາມຫຼ້າສຸດ

ກອງປະຊຸມສະໄໝສາມັນເທື່ອທີ 2 ຈະພິຈາລະນາ 6 ບັນຫາສຳຄັນຂອງຊາດ

(ສພຊ) - ຕອນບ່າຍວັນທີ 01 ຕຸລານີ້, ທ່ານ ບຸນຈັນ ສີວົງພັນ ຫົວໜ້າຫ້ອງວ່າການສະພາແຫ່ງຊາດ, ຫົວໜ້າກອງເລຂາກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X,...

ແຂວງຈຳປາສັກ ຈະແກ້ໄຂຄວາມທຸກຍາກຂອງປະຊາຊົນ ເຮັດໃຫ້ຄອບຄົວທຸກຍາກຫຼຸດໜ້ອຍຖອຍລົງ

ວັນທີ 30 ກັນຍາ 2026,ທີ່ຫ້ອງວ່າການ ແຂວງຈໍາປາສັກໄດ້ຈັດກອງປະຊຸມວິຊາການ ກຳນົດຫົວຂໍ້ສຳຄັນດ້ານການຈັດຕັ້ງປະຕິບັດແຜນພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ.ໂດຍເປັນປະທານຂອງ ທ່ານ ພິມພອນ ພັນດານຸວົງ ຄະນະປະຈຳພັກແຂວງ,ຮອງປະທານຄະນະກຳມະການປົກຄອງແຂວງ,ມີປະທານຄະນະກຳມະການປົກຄອງນະຄອນປາກເຊ,ປະທານ,ຮອງປະທານຄະນະກຳມະການປົກຄອງເມືອງ,ຫົວໜ້າ ແລະ ຮອງພະແນການອ້ອມຂ້າງແຂວງ,ຂະແໜງກໍ່ສ້າງຮາກຖານການເມືອງ,ຫ້ອງວ່າການແຂວງ,ຂະແໜງພັດທະນາຊົນນະບົດ...

ແຂວງຄຳມ່ວນ ຈັດກອງປະຊຸມປຶກສາຫາລື ແລະ ຄົ້ນຄວ້າ ການຈັດຕັ້ງວາລະແຫ່ງຊາດ

ແຂວງຄຳມ່ວນ ຈັດກອງປະຊຸມປຶກສາຫາລື ແລະ ຄົ້ນຄວ້າ ການຈັດຕັ້ງວາລະແຫ່ງຊາດ ວ່າດ້ວຍວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໄລຍະປີ 2027-2030 ເພື່ອກຳນົດແຜນງານ, ໂຄງການ ແລະ ເປົ້າໝາຍໃຫ້ຈະແຈ້ງ...

ສໍາລັບຊຸດຮຽນ ຮຸ່ນທີ 26 (2022-2026) ມີນັກສຶກສາ ສໍາເລັດການສຶກສາທັງໝົດ 3,492 ຄ

ວັນທີ 26 ກັນຍາ 2026 ນີ້, ມະຫາວິທະຍາໄລແຫ່ງຊາດ ໄດ້ຈັດພິທີມອບ-ຮັບປະກາສະນີຍະບັດ ໃຫ້ນັກສຶກສາ ທີ່ສໍາເລັດການສຶກສາ ປະຈຳສົກສຶກສາ 2025-2026 (ຊຸດຮຽນ ຮຸ່ນທີ 26,...