Homeຂ່າວຕ່າງປະເທດມຽນມາເປີດຜົນສຳຫລວດພົນລະເມືອງ ໃນຮອບ 30 ປີ ລະບຸມີປະຊາກອນ 51.5 ລ້ານຄົນ ບໍ່ລວມຊາວໂຣຮິງຍາ!

ມຽນມາເປີດຜົນສຳຫລວດພົນລະເມືອງ ໃນຮອບ 30 ປີ ລະບຸມີປະຊາກອນ 51.5 ລ້ານຄົນ ບໍ່ລວມຊາວໂຣຮິງຍາ!

Published on

558000006423701

ມຽນມາເຜີຍແຜ່ຜົນສຳຫລວດພົນລະເມືອງທົ່ວປະເທດ ຄັ້ງທຳອິດໃນຮອບ 30 ປີ ໂດຍລະບຸມີພົນລະເມືອງທັງໝົດ 51.5 ລ້ານຄົນ ແຕ່ບໍ່ໄດ້ລວມເອົາຊົນເຜົ່າໂຣຮິງຍາ ພາຍໃນປະເທດເຂົ້ານຳ.

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 1 ມິຖຸນາຜ່ານມານີ້ວ່າ ປະທານາທິບໍດີ ເທັນ ເຊັນ ແຫ່ງສາທາລະນະລັດ ແຫ່ງ ສະຫະພາບມຽນມາ ໄດ້ເປັນປະທານກ່າວສູນທອນພົດ ໃນພິທີເຜີຍແຜ່ຜົນການສຳຫລວດພົນລະເມືອງທົ່ວປປະເທດ ໃນມື້ວັນທີ 29 ພຶດສະພາຜ່ານມາ ທີ່ນະຄອນຫລວງເນປິດໍ ໂດຍການສຳຫລວດດັ່ງກ່າວນີ້ ແມ່ນໄດ້ເລີ່ມຂຶ້ນຕັ້ງແຕ່ເດືອນມີນາ ຫາເດືອນເມສາ 2014​ ທີ່ຜ່ານມາ ເຊິ່ງຜົນຂອງການສຳຫລວດໄດ້ລະບຸວ່າ ມຽນມາມີປະຊາກອນທັງໝົດ 51.5 ລ້ານຄົນ ໂດຍໃນນັ້ນແມ່ນບໍ່ທັນໄດ້ລວມຊາວໂຣຮິງຍາຈຳນວນປະມານ 1.1 ລ້ານຄົນເຂົ້ານຳ ເນື່ອງຈາກຊາວໂຣຮິງຍາ ຖືກຈັດໃຫ້ຢູ່ໃນສະພາບເປັນບຸກຄົນໄຮ້ສັນຊາດ ຫລື ໄຮ້ລັດ ທີ່ບໍ່ໄດ້ຖືເປັນພົນລະເມືອງຂອງມຽນມາຢ່າງເປັນທາງການ.

ຜົນການສຳຫລວດດັ່ງກ່າວ ຍັງໄດ້ລະບຸອີກວ່າ ອັດຕາການຮູ້ໜັງສືຂອງຜູ້ໃຫຍ່ຊາວມຽນມາ ແມ່ນຢູ່ລະດັບ 90% ແລະ ຍັງລວມທັງຂໍ້ມູນດ້ານອື່ນໆອີກເຊັ່ນ: ມີປະຊາກອນມຽນມາ ພຽງ 1/3 ເທົ່ານັ້ນ ທີ່ໄດ້ຮັບການຊົມໃຊ້ໄຟຟ້າ ແລະ ອາຍຸຍືນສະເລ່ຍຂອງປະຊາກອນ ແມ່ນຢູ່ທີ່ 66.8 ປີ ດັ່ງນີ້ເປັນຕົ້ນ.

ທັງນີ້ ການສຳຫລວດພົນລະເມືອງຂອງມຽນມາຄັ້ງປັດຈຸບັນ ແມ່ນເປັນຄັ້ງທີ 3 ຢູ່ໃນປະຫວັດສາດ, ໂດຍຄັ້ງທຳອິດ ແມ່ນຈັດຂຶ້ນໃນປີ 1872 ເຊິ່ງລະບຸວ່າ ມີພົນລະເມືອງມຽນມາທັງໝົດ 2.7 ລ້ານຄົນ, ຄັ້ງທີສອງຈັດຂຶ້ນໃນປີ 1983 ຜົນສຳຫລວດສະຫລຸບວ່າ ມີພົນລະເມືອງມຽນມາ 35.3 ລ້ານຄົນ.

 

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...