Homeຂ່າວພາຍ​ໃນລັດຖະບານກູ້ ADB ຫ້າລ້ານໂດລາ ເຂົ້າໃນໂຄງການ ສົ່ງເສີມຜະລິດກະສິກຳເປັນສິນຄ້າ!

ລັດຖະບານກູ້ ADB ຫ້າລ້ານໂດລາ ເຂົ້າໃນໂຄງການ ສົ່ງເສີມຜະລິດກະສິກຳເປັນສິນຄ້າ!

Published on

Asan-Development-Bank

ເພື່ອ​ສົ່ງເສີມ​ການ​ຜະລິດ​ກະສິ​ກຳ​ຂອງ​ປະຊາຊົນ​ບັນດາເຜົ່າ ໃຫ້​ກາຍເປັນ​ສິນຄ້າ ລັດຖະບານໄດ້​ເອົາໃຈໃສ່​ປະສານ​ສົມທົບ ແລະ ຊອກ​ຫາ​ແຫຼ່ງ​ທຶນ​ກູ້​ຢືມ ​ເພື່ອນຳ​ໃຊ້​ເຂົ້າ​ໃນ​ການ​ສົ່ງເສີມ​ວຽກງານ​ດັ່ງກ່າວ ​ໃຫ້​ເຕີບ​ໃຫຍ່​ຂະຫຍາຍ​ຕົວ​ຍິ່ງ​ຂຶ້ນ ໃນ​ປີ 2011 ລັດຖະ​ບານ ກໍ່​ຄື​ກະຊວງ​ກະສິກຳ ແລະ ປ່າໄມ້ ໄດ້​ເຮັດ​ສັນຍາ​ກູ້​ຢືມກັບ​ທະນາຄານ​ພັດທະນາ​ອາຊີ (ADB) ເພື່ອ​ນຳ​ມາ​ຈັດ​ຕັ້ງ​ປະຕິບັດ ​ໂຄງການ​ສົ່ງເສີມ​ການ​ຜະລິດກະສິກຳ​ເປັນ​ສິນຄ້າ ມູນ​ຄ່າ 5 ລ້ານ​ໂດ​ລາ​ສະຫະລັດ ຫຼື ປະມານ 40 ຕື້​ກີບ ມີ​ໄລຍະ​ເວລາ​ການປະຕິບັດ​ງານ ແຕ່​ປີ 2012-2014 ໂຄງການ​ມີ​ພື້ນ​ທີ່​ເປົ້າ​ໝາຍ​ຢູ່ 16 ເມືອງ​ຂອງ​ແຂວງ​ວຽງ​ຈັນ ຄຳ​ມ່ວນ ສະຫວັນ​ນະ​ເຂດ ແລະ ແຂວງ​ຈຳປາ​ສັກ.

ການຈັດຕັ້ງ​ປະຕິບັດ​ໂຄງການສົ່ງເສີມ​ຜະລິດ​ກະສິກຳ​ເປັນ​ສິນຄ້າ ປະກອບ​ມີ 4 ໜ້າ​ວຽກ​ໃຫຍ່ຄື: ການ​ຊຸກຍູ້​ສົ່ງເສີມ​ຊາວ​ກະ​ສິກອນ ການ​ພັດທະນາ​ທຸລະ​ກິດ​ກະສິ​ກຳ ແລະ ການ​ຕະຫຼາດ ການພັດທະນາ​ພື້ນຖານ​ໂຄງ​ລ່າງ​ດ້ານກະສິກຳ​ຢູ່​ຊົນນະບົດ ແລະ ການຄຸ້ມ​ຄອງ​ບໍລິຫານ​ໂຄງການ​ທີ່ກ່ຽວ​ພັນ​ກັບ​ວຽກ​ງານ​ກະສິກຳ ເພື່ອ​ເຮັດ​ໃຫ້​ຄອບຄົວ​ຊາວ​ກະສິກອນ​ຂະໜາດ​ນ້ອຍ ໂດຍ​ຕິດ​ພັນກັບ​ກຸ່ມ​ທຸລະ​ກິດ​ກະສິກຳ ເຮັດ​ໃຫ້ຜົນ​ຜະລິດ​ກະສິກຳ​ມີ​ມູນ​ຄ່າ​ເພີ່ມ ສ້າງ​ຖານ​ຕະຫຼາດ​ທີ່​ໝັ້ນຄົງ ເພື່ອຍົກ​ລະດັບ​ຊີວິດ​ການ​ເປັນ​ຢູ່​ຂອງເຂົາເຈົ້າ ​ໃຫ້​ນັບ​ມື້​ດີ​ຂຶ້ນ​ເປັນກ້າວໆ ຜ່ານ​ການ​ປະຕິບັດ​ຕົວ​ຈິງ ເຫັນ​ວ່າ​ໂຄງການ​ປະສົບ​ຜົນ​ສຳເລັດ​ຕາມ​ຄາດໝາຍ​ວາງ​ໄວ້ ໂດຍ​ໂຄງການ​ສາມາດ​ສ້າງ​ກຸ່ມການ​ຜະລິດ​ຂຶ້ນ​ໃນ 24 ເມືອງ ຈຳນວນ 262 ກຸ່ມ 446 ບ້ານ ມີ​ສະມາ​ຊິກ 21.433 ຄົນ ໃນ​ນັ້ນ​ມີ​ກຸ່ມການ​ຜະລິດ​ເປັນ​ສິນຄ້າ 221 ກຸ່ມ 227 ບ້ານ ສະມາຊິກ 7.479 ຄົນ ໂຄງການ​ສາມາດ​ເຝິກ​ອົບຮົມ​ໃຫ້​ຊາວ​ກະສິກອນ​ທັງ​ໝົດ 3.406 ຄົນ.

ເພື່ອ​ເປັນ​ການ​ສະຫຼຸບ​ຕີ​ລາຄາ​ຄືນ ​ການຈັດຕັ້ງ​ປະຕິບັດ​ວຽກງານ​ໂຄງການ​ດັ່ງກ່າວ ລະຫວ່າງວັນ​ທີ 27-28 ພຶດສະພາ 2015 ຢູ່​ທີ່​ສະ​ຖາ​ບັນ​ຄົ້ນຄວ້າ​ກະສິ​ກຳ ແລະ ປ່າໄມ້ ໄດ້​ຈັດ​ກອງ​ປະຊຸມ​ຄະນະ​ຊີ້​ນຳ​ ໂຄງການ​ສົ່ງເສີມຜະລິດ​ກະສິກຳ​ເປັນ​ສິນຄ້າ​ຂັ້ນ​ສູນກາງ ໃນ​ໂອກາດ​ສິ້ນ​ສຸດ​ການ​ດຳເນີນ​ວຽກ​ງານ​ໂຄງການ​ປະຕິບັດວຽກ​ງານ​ດັ່ງກ່າວ ເຂົ້າ​ຮ່ວມ​ມີທ່ານ ​ດຣ. ເພັດ ພົມ​ພິ​ພັກ ລັດ​ຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ກະ​ສິກຳ ແລະ ປ່າໄມ້ ທັງ​ເປັນ​ປະທານຄະນະ​ຊີ້​ນຳ​ໂຄງການ ພ້ອມ​ດ້ວຍບັນດາ​ຄະນະ​ກຳມະການ ແລະ ຜູ້ຕາງໜ້າ​ຈາກ​ສູນ​ກາງ-ທ້ອງຖິ່ນ.

 

ແຫລ່ງຂ່າວ: ວຽງຈັນໃໝ່

 

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...