spot_img
Homeຄວາມງາມໄຂຂໍ້ສົງໃສດື່ມນົມຖົ່ວເຫລືອງເຮັດໃຫ້ໜ້າເອິກໃຫຍ່ແທ້ຫລືບໍ່?

ໄຂຂໍ້ສົງໃສດື່ມນົມຖົ່ວເຫລືອງເຮັດໃຫ້ໜ້າເອິກໃຫຍ່ແທ້ຫລືບໍ່?

Published on

ดาวน์โหลด

ດື່ມ​ນົມ​ຖົ່ວ​ເຫລືອງ​ແລ້ວ​ຈະ​ຊ່ວຍ​ອັບ​ໄຊ​ໜ້າ​ເອິກ​​ໄດ້​ແທ້ໆຫລືບໍ່ຫລັງຈາກ​ມີ​ຂ່າວ​ຊາຍ​ຄົນ​ຈີນ​ດື່ມ​ນົມ​ຖົ່ວ​ເຫລືອງ​ມື້​ລະ1ລີດຈົນ​ໜ້າ​ເອິກ​ໃຫຍ່​ຄື​ກັບ​ຜູ້ຍິງ​ອ່ານ​ເລື່ອງ​ນີ້​ກ່ອນ​ເຮັດ​ຕາມ​ກະ​ແສເພາະ​ດື່ມ​ຫລາຍ​ໄປ​ອາດ​ບໍ່ດີ​ຕໍ່​ສຸຂະ​ພາບ

ຕື່ນ​​ກັນ​ທົ່ວ​ໂລກ​ໂຊ​ຊຽວ​ເລີຍ​ເມື່ອ​ມີ​ການ​ນຳ​ຮູບ​ແລະ​ເລື່ອງ​ລາວ​ຂອງທ້າວ​ຫລິວຊາຍ​ຄົນ​ຈີນອາຍຸ40ປີຈາກ​ເມືອງ​ເຈີ້​ຈຽງທີ່​ມີ​ຂະໜາດ​ເຕົ້າ​ນົມ​ຂະຫຍາຍ​ໃຫຍ່​ເຖິງ​ຂະໜາດ​ຄັບ​ຊີ​ຂອງ​ຜູ້ຍິງ​ມາ​ແຊລ​ກັນ​ອີກ​ເທື່ອໜຶ່ງຫລັງ​ຈາກ​ເລື່ອງ​ນີ້​ເຄີຍ​ເປັນ​ຂ່າວ​ດັງ​ໃນ​ປະເທດ​ຈີນ​ມາ​ຕັ້ງ​ແຕ່​ໄລຍະ​ກາງ​ປີ2014

ໂດຍ​ຄວາມ​ໜ້າ​ສົນ​ໃຈ​ຂອງ​ເລື່ອງ​ນີ້​ຢູ່​ບ່ອນ​ທີ່​ຂະໜາດ​ໜ້າ​ເອິກ​ຂອງ​ທ້າວ​ຫລິວ​ໄດ້​ຂະຫຍາຍ​ໃຫຍ່​ຫລາຍ​ຈົນ​ໜ້າ​ຕົກ​ໃຈແພດ​ຈຶ່ງ​ໄດ້​ກວດ​ສອບຢ່າງ​ລະອຽດແລ້ວ​ກໍ​ພົບ​ວ່າ​ທ້າວ​ຫລິວ​ມີ​ອາການ​ເຕົ້າ​ນົມ​ໃຫຍ່(Gynecomastia)ຊຶ່ງ​ເກີດ​ຂຶ້ນ​ໄດ້​ໃນ​ເພດ​ຊາຍແລະ​ຍັງ​ກວດ​ພົບ​ວ່າ​ໃນ​ຮ່າງກາຍ​ຂອງ​ທ້າວຫລິວ​ມີ​ຮໍໂມນ​ເອດ​ໂຕ​ເຈນຊຶ່ງ​ເປັນ​ຮໍ​ໂມນ​ເພດ​ຍິງໃນ​ລະ​ດັບ​ທີ່​ສູງ​ຫລາຍເມື່ອ​ຖາມ​ເພື່ອ​ຫາ​ສາ​ເຫດ​ເຖິງ​ໄດ້​ຮູ້ວ່າ​ທ້າວ​ຫລິວ​ດື່ມ​ນົມ​ຖົ່ວ​ເຫລືອງ​ຫລາຍ​ເຖິງ​ມື້​ລະ1ລິດ

ເລື່ອງ​ນີ້​ກໍ​ເລີຍ​ເຮັດໃຫ້​​ສາວໆ​ຕົກ​ໃຈ​ກັນ​ບໍ່​ຫນ້ອຍຈົນ​ເກີດ​ເປັນ​ກະ​ແສ​ບອກ​ຕໍ່​ກັນ​ວ່າ​ການ​ດື່ມ​ນົມ​ຖົ່ວ​ເຫລືອງ​ຫລາຍ​ໆຈະ​ຊ່ວຍ​ເຮັດໃຫ້​ໜ້າ​ເອິກ​ໃຫຍ່​ໄດ້ວ່າ​ແຕ່​ເລື່ອງ​ນີ້​ເປັນ​ຄວາມ​ຈິງ​ຫລື​ບໍ່ແລະ​ການ​ດື່ມ​ນົມ​ຖົ່ວ​ເຫລືອງ​ໃນ​ປະລິມານ​ທີ່​ຫລາຍ​ເກີນ​ໄປ​ຈະ​ເປັນ​ອັນຕະລາຍ​ແບບໃດຕ້ອງ​ໄປ​ຫາ​ຄຳ​ຕອບ​

ສຳລັບ​ຂໍ້​ມູນ​ນີ້ແທ້ໆແລ້ວ​ຍັງ​ບໍ່​ມີ​ຜົນ​ວິ​ໄຈ​ຫລື​ລາຍ​ງານ​ທາງ​ການ​ແພດ​ຢືນຢັນ​ຊັດເຈນ​​ວ່າ ການ​ດື່ມ​ນົມ​ຖົ່ວ​ເຫລືອງ​ຈະ​ເຮັດໃຫ້​ໜ້າ​ເອິກ​ໃຫຍ່​ໄດ້ການ​ທີ່​ຜູ້​ຊາຍ​ມີ​ໜ້າ​ເອິກ​ໃຫຍ່​ໄດ້​ນັ້ນ ກໍ​ອາດ​ເປັນ​ໄປ​ໄດ້​ວ່າ​ເກີດ​ຈາກ​ການ​ດື່ມ​ນົມ​ຖົ່ວ​ເຫລືອງ​ຫລາຍ​ເກີນ​ໄປໂດຍ​ຖົ່ວ​ເຫລືອງ​ເປັນ​ພືດ​ທີ່​ມີ​ໄຟ​ໂຕເອດ​ໂຕ​ເຈນຫລື​ຮໍ​ໂມນ​ເພດ​ຍິງແຕ່​ບໍ່​ສາມາດ​ບອກ​ໄດ້​ວ່າ​ມີ​ຄວາມ​ເຂັ້ມ​ຂຸ້ນ​ຂອງ​ຮໍ​ໂມນ​ຫລາຍ​ພຽງໃດ

ໂດຍ​​ໝໍ​ອະທິບາຍ​ວ່າປົກກະຕິ​ແລ້ວ​ຜູ້​ຊາຍ​ຈະ​ມີ​ຄວາມ​ໄວ​ຕໍ່​ຮໍ​ໂມນ​ເພດ​ຍິງ​ຢູ່​ແລ້ວແຕ່​ເຖິງຢ່າງໃດກໍ່ຕາມ​​ກໍ​ຍັງມີ​ພະຍາດ​ອື່ນໆທີ່​ກ່ຽວ​ຂ້ອງ​ກັບ​ການ​ທີ່​ຜູ້​ຊາຍ​ມີ​ຂະໜາດ​ໜ້າ​ເອິກ​ໃຫຍ່​ຂຶ້ນ​ນໍາເຊັ່ນ​ກັນເຊັ່ນ:ພະຍາດ​ມະ​ເຮັງ​ເຕົ້າ​ນົມ,ທີ່​ຜູ້​ຊາຍ​ຫລາຍ​ຄົນ​ເຂົ້າໃຈ​ຜິດ​ວ່າ​ເປັນ​ພະຍາດ​ຂອງ​ຜູ້ຍິງແຕ່ຄວາມຈິງແລ້ວ​ຜູ້​ຊາຍ​ມີ​ໂອ​ກາດ​ເປັນ​ໄດ້​ເຖິງ​ຮ້ອຍ​ລະ1ນອກ​ຈາກ​ນີ້ ພະຍາດ​ມະ​ເຮັງ​ຕັບ​ກໍ​ເຮັດໃຫ້​ຜູ້​ຊາຍ​ມີ​ຂະໜາດ​ໜ້າ​ເອິກ​ທີ່​ໃຫຍ່​ຂຶ້ນ​ໄດ້ເນື່ອງ​ຈາກ​ຮັບ​ຮໍ​ໂມນ​ເພດ​ຍິງ​ເຂົ້າໄປ​ຫລາຍ​ແລ້ວ​ຮ່າງກາຍ​ຂັບໄລ່​ອອກ​ມາ​ບໍ່​ໝົດຈຶ່ງ​ສະ​ສົມ​ໄວ້​ກາຍ​ເປັນ​ຮໍ​ໂມນ​ເພດ​ຍິງ​ຄ້າງລວມ​ທັງ​ບັນຫາ​ການເຮັດວຽກງານ​ຂອງ​ໄຕ

ສ່ວນ​ກະ​ແສ​ທີ່​ຜູ້ຍິງ​ຫັນ​ໄປ​ດື່ມ​ນົມ​ຖົ່ວ​ເຫລືອງເພື່ອ​ຢາກ​ອັບ​ໄຊ​ໜ້າ​ເອິກ​ນັ້ນຂໍເຕືອນວ່າຖ້າ​ຜູ້ຍິງ​ມີ​ຮໍ​ໂມນ​ເພດ​ຍິງ​ຫລາຍ​ເກີນ​ໄປ​ກໍ​ເປັນ​ໂຕກະຕຸ້ນ​ໃຫ້​ເກີດ​ມະ​ເຮັງ​ເຕົ້າ​ນົມ​ໄດ້​ບໍ່​ຕ່າງ​ກັນ ເນື່ອງ​ຈາກ​ຮໍ​ໂມນ​ເພດ​ຈະ​ໄປ​ກະຕຸ້ນ​ເຕົ້າ​ນົມ​ຕະຫລອດເຮັດໃຫ້​ມີ​ໂອ​ກາດ​ເປັນ​ມະ​ເຮັງ​ເຕົ້າ​ນົມ​ສູງໂດຍ​ສະເພາະ​ຜູ້​ທີ່​ມີ​ປະຈຳ​ເດືອນ​ໄວໝົດ​ປະຈຳ​ເດືອນ​ຊ້າແລະ​ບໍ່​ມີ​ລູກລວມ​ທັງ​ການ​ດື່ມ​ນົມ​ຖົ່ວ​ເຫລືອງ​ຫລາຍ​ເກີນ​ໄປອາດຈະ​ໄປ​ກະຕຸ້ນ​ໃຫ້​ເກີດ​ພະຍາດ​ມະ​ເຮັງ​ທີ່​ກ່ຽວກັບ​ຜູ້ຍິງ​ໄດ້ນໍາ​ອີກບໍ່​ວ່າ​ຈະ​ເປັນ​ມະ​ເຮັງ​ຮວຍໄຂ່,ມະ​ເຮັງ​ມົດລູກຫລື​ເຍື່ອ​ຫຸ້ມ​ໂພງ​ມົດລູກ​ຈະເລີນ​ຜິດບ່ອນ

ດັ່ງ​ນັ້ນ​ແລ້ວ​ຜູ້ຍິງ​ກໍ​ບໍ່​ຄວນ​ຈະ​ດື່ມ​ນົມ​ຖົ່ວ​ເຫລືອງ​ໃນ​ປະລິມານ​ຫລາຍ​ໆເພື່ອ​ຫວັງ​ໃຫ້​ໜ້າ​ເອິກ​ມີ​ຂະໜາດ​ໃຫຍ່​ຂຶ້ນຄວນ​ດື່ມ​ແຕ່​ພໍ​ປະມານ​ຄື​ປະ​ມານ​ມື້​ລະ2ຈອກຫລື​ແມ່ນແຕ່​ນົມ​ງົວ​ກໍ​ບໍ່​ຄວນ​ດື່ມ​ເກີນ2ຈອກແລະ​ຄວນ​ກິນລົດ​ຈືດບໍ່​ເຕີມ​ນ້ຳ​ຕານ​ຫລາຍພ້ອມ​ກັບ​ກິນອາຫານ​ໃຫ້​ຫລາກ​ຫລາຍ

ບົດຄວາມຫຼ້າສຸດ

ໃຊ້ AI ໃຫ້ເປັນປະໂຫຍດ ຊາຍຊາວອາເມລິການໍາໃຊ້ Chat GPT ໃນການສຸ່ມໂຕເລກເພື່ອຊື້ຫວຍ ຖືກລາງວັນ 100,000 ໂດລາ ຫຼື ປະມານ 2.1 ຕື້ກີບ

ເມື່ອບໍ່ດົນມານີ້ ກາຍເປັນກະແສດັງຢູ່ປະເທດອາເມຣິກາ ເມື່ອມີຊາຍຄົນໜຶ່ງ ອາຍຸ 45 ປີ ອາໄສຢູ່ທີ່ເມືອງ Wyandotte ຣັດ Michigan ສ.ອາເມລິກາ ໄດ້ຖືກຫວຍທ້ອງຖິ່ນ Powerball ພາຍຫຼັງນຳໃຊ້ປັນຍາປະດິດ...

ເສຍຊີວິດສອງຄົນ ເຮືອບິນຂົນສົ່ງສິນຄ້າຂອງສາຍການບິນ ເອມິເຣດ ລຸດອອກນອກລັນເວ ທີ່ສະໜາມບິນຮົງກົງ

ອຸບັດຕິເຫດເຮືອບິນຂົນສົ່ງສິນຄ້າ ເອມິເຣດ ໄຫຼອອກນອກລັນເວ ທີ່ສະໜາມບິນຮົງກົງ ເຮັດໃຫ້ເສຍຊີວິດສອງຄົນ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 20 ຕຸລາ 2025 ນີ້ວ່າ: ເກີດເຫດເຮືອບິນຂົນສົ່ງສິນຄ້າຂອງສາຍການບິນ ເອມິເຣດ ໄຫຼອອກນອກລັນເວຕຳກັບລົດຈົນຕົກທະເລ ທີ່ສະໜາມບິນຮົງກົງ ເຊິ່ງເຫດການດັ່ງກ່າວມີເຈົ້າທີ່ເສຍຊີວິດສອງຄົນ. ຕາມການລາຍງານລະບຸວ່າ:...

ຈະເປີດໃຫ້ບໍລິການໃນປີ 2030 ທາງລົດໄຟວຽງຈັນ-ໜອງຄາຍ ໂດຍຈະເລີ່ມລົງມືກໍ່ສ້າງໃນປີ 2027

ກອງ​ປະຊຸມ​ໄດ້​ຈັດ​ຂຶ້ນ​ຢູ່​ກະຊວງ​ໂຍທາ​ທິການ ​ແລະ ຂົນ​ສົ່ງ ​ແຫ່ງ ສປປ ລາວ ​ໃນ​ວັນ​ທີ 17 ຕຸລາ 2025 ​ເພື່ອ​ປຶກສາ​ຫາລື​ກ່ຽວ​ກັບ​ການ​ກໍ່ສ້າງ​ຂົວ​ທາງ​ລົດ​ໄຟ​ຂ້າມ​ແມ່ນ້ຳຂອງ​ແຫ່ງ​ໃໝ່. ກອງ​ປະຊຸມ​ຄັ້ງ​ນີ້​ໄດ້​ເປັນ​ປະທານ​ຮ່ວມ​ຂອງ​ທ່ານ ທ່ານ ຈັນທອນ...

ຍີ່ປຸ່ນໃຫ້ທຶນຊ່ວຍເຫຼືອ 88,546 ໂດລາ ໃນໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນ ບ້ານຫາດສະ ເມືອງປາກທາ ແຂວງບໍ່ແກ້ວ ເພື່ອຍົກລະດັບສະພາບແວດລ້ອມການສຶກສາຮ່ຳຮຽນ

ໃນວັນທີ 15 ຕຸລາ 2025 ທີ່ຜ່ານມາ, ລັດຖະບານຍີ່ປຸ່ນໄດ້ໃຫ້ການຊ່ວຍເຫຼືອເປັນມູນຄ່າປະມານ 88,546 ໂດລາສະຫະລັດ ໃນ ໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນບ້ານຫາດສະ ເຊິ່ງແມ່ນໂຄງການທີ່ຢູ່ພາຍໃຕ້ກອບຮ່ວມມືທີ່ມີຊື່ວ່າ ໂຄງການເສີມສ້າງຄວາມໝັ້ນຄົງຂອງມະນຸດຂັ້ນຮາກຖານ (GGP). ໂຄງການດັ່ງກ່າວແມ່ນການສະໜັບສະໜູນທຶນຮອນເພື່ອກໍ່ສ້າງອາຄານຮຽນໃໝ່, ຫ້ອງນໍ້າ...