spot_img
Homeຂ່າວພາຍ​ໃນທາງການລາວຈັດພິທີສົ່ງສະການ 6 ນ້ອງນັກຮຽນ ດ້ວຍຄວາມອາໄລອາວອນ

ທາງການລາວຈັດພິທີສົ່ງສະການ 6 ນ້ອງນັກຮຽນ ດ້ວຍຄວາມອາໄລອາວອນ

Published on

ຕອນບ່າຍເວລາ 13:00 ວັນທີ 29 ພຶດສະພາ 2015 ນີ້ ຢູ່ທີ່ປ່າຊ້າບ້ານນາບົງ ເມືອງປາກງື່ມ ນະຄອນຫຼວງວຽງຈັນ, ໄດ້ມີພິທີ ສົ່ງສະການ ນ້ອງນັກຮຽນ ທັງ 6 ຄົນ ທີ່ສາມາດກູ້ສົບໄດ້ແລ້ວ ຈາກທັງໝົດ 10 ນ້ອງທີ່ຈົມນ້ຳເສຍຊີວິດ ໃນເຫດການເຮືອແພຫຼົ້ມ ທີ່ທ່ານ້ຳບ້ານນາບົງ (ນ້ຳງື່ມ) ເມືອງປາກງື່ມ ນະຄອນຫຼວງວຽງຈນ.

ໃນພິທີຄັ້ງນີ້, ໄດ້ມີພະນະທ່ານ ທ່ານ ທອງສິງ ທຳມະວົງ ນາຍົກລັດຖະມົນຕີແຫ່ງ ສປປລາວ, ຄະນະລັດຖະມົນຕີ, ບັນດາການນຳຂອງນະຄອນຫຼວງວຽງຈັນ, ເມືອງປາກງື່ມ, ພໍ່ແມ່ປະຊົນ ແລະ ຍາດມິດສະຫາຍ ເຂົ້າຮ່ວມ ດ້ວຍບັນຍາກາດອັນໂສກເສົ້າ ແລະອາໄລອາວອນ.

ລາຍຊື່ຂອງນັກຮຽນທີ່ຊາປະນະກິດເທື່ອນີ້ ປະກອບມີ
1. ນາງ ສີລຽນ ອາຍຸ 12 ປີ ບ້ານ ຫົວນາທົ່ງ ພົບເຫັນເວລາ 16:45
2. ນາງ ກົມ ອາຍຸ 12 ປີ ບ້ານ ຫົວນາ ທົ່ງ ພົບເຫັນເວລາ 21:40
3. ນາງ ແຄັດຕີ້ ອາຍຸ 10 ປີ ບ້ານ ຫົວນາທົ່ງ ພົບເຫັນເວລາ 23:40
4. ນາງ ກຸ້ງ ອາຍຸ 12 ປີ ບ້ານ ຫົວນາ ທົ່ງ ພົບເຫັນເວລາ 24:30
5. ນາງ ປະທຸມມາ ອາຍຸ 11 ປີ ບ້ານ ໂພນຂາມ ພົບເຫັນເວລາ 24:30
6. ທ້າວ ວາດສະຫນາ ອາຍຸ 11 ປີ ຢູ່ບ້ານໂພນຂາມ

1908137_984064044958601_969122798178656359_n

11227912_984063991625273_2296362942053553363_n

10653881_984064011625271_6455131537064374090_n

11057206_984064008291938_6842937115134438928_n

 

11228114_984059011625771_3097057939041640075_n

11377310_984058954959110_797910831738608610_n

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...