Homeຂ່າວຕ່າງປະເທດອິນເດຍຮ້ອນຮຸນແຮງ ບາງພື້ນທີ່ສູງ 48 ອົງສາ ພົນລະເມືອງຕາຍແລ້ວ 1,100 ຄົນ!

ອິນເດຍຮ້ອນຮຸນແຮງ ບາງພື້ນທີ່ສູງ 48 ອົງສາ ພົນລະເມືອງຕາຍແລ້ວ 1,100 ຄົນ!

Published on

india-heatwave-1
(ພາບປະກອບ)

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 28 ພຶດສະພານີ້ວ່າ ຄື່ນຄວາມຮ້ອນທີ່ຍັງຄົງປົກຄຸມທົ່ວອິນເດຍໄລຍະນີ້ ຍັງຄົງມີຢ່າງຕໍ່ເນື່ອງ ເຮັດໃຫ້ມີຍອດຜູ້ເສຍຊີວິດຈາກອາກາດຮ້ອນແຮງ ທະລຸ 1,100 ຄົນແລ້ວ ພາຍໃນເວລາບໍ່ເຖິງໜຶ່ງອາທິດ ໂດຍພື້ນທີ່ທີ່ໄດ້ຮັບຜົນກະທົບຫລາຍທີ່ສຸດ ແມ່ນຢູ່ລັດອານທະຣະປະເທດ ທີ່ທາງການຂອງລັດເປີດເຜີຍວ່າ ມີປະຊາຊົນພາຍໃນລັດເສຍຊີວິດ 825 ຄົນ ແລະ ພື້ນທີ່ໄດ້ຮັບຜົນກະທົບໜັກຖັດລົງມາ ແມ່ນຢູ່ລັດເຕລັງຄະນະ ທີ່ມີຍອດຜູ້ເສຍຊີວິດ 266 ຄົນ.

ທັງນີ້ ຄື່ນຄວາມຮ້ອນດັ່ງກ່າວ ໄດ້ເຮັດໃຫ້ສະພາບອາກາດຮ້ອນອົບເອົ້າຢ່າງຮຸນແຮງ ເກືອບ 48 ອົງສາເຊໃນບາງພື້ນທີ່ ໂດຍກົມອຸຕຸນິຍົມວິທະຍາຄາດວ່າ ອິນເດຍຈະປະເຊີນກັບສະພາບອາກາດຮ້ອນແບບນີ້ໄປອີກ 2 ມື້ ແລະ ເຖິງແມ່ນວ່າຄື່ນຄວາມຮ້ອນດັ່ງກ່າວນີ້ຜ່ານໄປແລ້ວ ກໍຈະມີຄື່ນຄວາມຮ້ອນຮອບໃໝ່ຜ່ານຕາມມາອີກ.

 

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...