Homeຄວາມງາມຮູຂຸມຂົນກວ້າງ ແຕ່ງໜ້າແນວໃດດີ

ຮູຂຸມຂົນກວ້າງ ແຕ່ງໜ້າແນວໃດດີ

Published on

1

ບັນຫາ ຮູຂຸມ​ຂົນ​ກວ້າງ ນັບ​ເປັນ​ບັນຫາ​ທີ່​ເຮັດໃຫ້​ສາວໆ ກຸ້ມ​ໃຈ​ໄປ​ຕາມໆ ກັນ ເພາະ​ນອກ​ຈາກ​ຈະ​ແກ້​ໄດ້​ຍາກ​ແລ້ວ ຍັງ​ເຮັດໃຫ້​ແຕ່ງ​ໜ້າ​ອອກ​ມາ​ເບິ່ງ​ບໍ່​ນຽນ​ໃສ​ອີກ​ດ້ວຍ ມື້​ນີ້ ກະ​ປຸກ​ດອດ​ຄອມ​ກໍ​ເລີຍ​ມີ​ເຄັດ​ລັບ​ການ​ເບິ່ງແຍງ​ຜິວ​ໜ້າ​ ແລະ​ ແຕ່ງ​ໜ້າ​ສຳລັບ​ສາວໆ ທີ່​ມີ​ລູ​ຂຸມ​ຂົນ​ກວ້າງ​ມາ​ຝາກ ໃຫ້​ສາວໆ
1. ໃຊ້​ໂທນ​ເນີລ໌​ກ່ອນ​ລົງ​ເຄື່ອງ​ສຳ​ອາງ ໂດຍໂທນ​ເນີລ໌​ໃຫ້​ເລືອກ​ທີ່​ເໝາະ​ສົມ​ກັບ​ຜິວ ແລ້ວ​ໃຊ້​ສຳ​ລີ​ຊຸບ​ກ່ອນ​ເຊັດ​ໃຫ້​ທົ່ວ​ໃບ​ໜ້າ​ຈົນ​ຮູ້ສຶກ​ເຖິງ​ຄວາມ​ສະ​ອາດ

  1. ໃຊ້​ນ້ຳກ້ອນ ​ຫລື​ ນ້ຳ​ເຢັນ​ເປັນ​ຕົວ​ຊ່ວຍ​ໃຫ້ຮູ​ຂຸມ​ຂົນນ້ອຍລົງການ​ໃຊ້​ນ້ຳ​ກ້ອນ ​ຫລື ​ນ້ຳ​ເຢັນ​ທາ​ເທິງ​ໃບ​ໜ້າ​ນອກ​ຈາກ​ຈະ​ເຮັດໃຫ້​ລູ​ຂຸມ​ຂົນ​ນ້ອຍແລ້ວ​ຍັງ​ເປັນ ການ​ເພີ່ມ​ຄວາມ​ຊຸ່ມ​ຊື້ນ​ໃຫ້​ກັບ​ຜິວ​ອີກ​ດ້ວຍ ດັ່ງ​ນັ້ນ​ການ​ໃຊ້​ນ້ຳ​ກ້ອນ ຫລື​ ນ້ຳ​ເຢັນ​ທາ​ໃບ​ໜ້າ​ບໍ່​ໄດ້​ເຮັດ​ຮ້າຍ​ຜິວ​ໜ້າ​ທ່ານ​ເລີຍ​ ເຮັດ​ທຸກ​ມື້​ໄດ້ ບໍ່ກໍ່​ເສຍ​ຫາຍ ແຖມ​ໃຫ້​ຜົນດີີ​ອີກ​ດ້ວຍ
  2. ທາ​ມອຍຊ໌​ເຈີ​ໄລ​ເຊີ ມອຍຊ໌​ເຈີ​ໄລ​ເຊີລ໌​ເປັນ​ສິ່ງ​ທີ່​ໃຫ້​ຊ່ວຍ​ໃຫ້​ຄວາມ​ຊຸ່ມ​ຊື້ນ​ກັບ​ຜິວ ແຕ່​ສຳລັບ​ຜູ້​ທີ່​ມີ​ຮູຂຸມ​ຂົນ​ກວ້າງ​ແລ້ວ ຄວນ​ໃຊ້​ມອຍຊ໌​ເຈີ​ໄລ​ເຊີລ໌​ໃຫ້​ຖືກ​ວິທີ ໂດຍ​ຄ່ອຍ​ໆ ນວດ​ມັນ​ໃຫ້​ຊຶມ​ຊັບ​ລົງ​ໃນ​ຜິວ​ເບົາໆ ການ​ລົງ​ມອຍຊ໌​ເຈີ​ໄລ​ເຊີລ໌​ນອກ​ຈາກ​ຈະ​ບຳ​ລຸງ​ຜິວ​ແລ້ວ​ຍັງ​ເຮັດໃຫ້​ທ່ານ​ເກ່ຍ​ຮອງ​ພື້ນ​ໄດ້​ງ່າຍ ແລະ​ຕິດ​ທົນ​ດົນ​ອີກ​ດ້ວຍ
  3. ເມື່ອ​ທາ​ມອຍຊ໌​ເຈີ​ໄລ​ເຊີລ໌​ແລ້ວໃຫ້​ທາ​ຜະລິດຕະພັນ​ຄວບ​ຄຸມ​ຄວາມ​ມັນ​ເປັນ​ອັນ​ດັບ​ຕໍ່ໄປ ເພື່ອ​ເພີ່ມ​ປະ​ສິດ​ທິ​ພາບ​ໃນ​ການ​ຄວບ​ຄຸມ​ຄວາມ​ມັນ​
  4. ລົງ​ຮອງ​ພື້ນເຖິງແມ່ນວ່າ​ສາວໆ ຈະ​ໃຊ້​ຮອງ​ພື້ນ​ໃນ​ການ​ປົກ​ປິດ​ລູ​ຂຸມ​ຂົນ​ທີ່​ກວ້າງ​ໃຫ້​ເບິ່ງ​ນຽນ​ຂຶ້ນ ແຕ່​ພະຍາຍາມ​ຫລີກ​ລ້ຽງ​ການ​ໃຊ້​ຮອງ​ພື້ນ​ທີ່​ຫລາຍ​ເກີນ​ໄປ​ ເພາະ​ມັນ​ຍິ່ງ​ຈະ​ເຮັດໃຫ້​ຮອງ​ພື້ນ​ໄປ​ອຸດ​ຕັນ​ລູ​ຂຸມ​ຂົນ​ຈົນ​ຍິ່ງ​ເຫັນ​ລູ​ຂຸມ​ຂົນ​ແຈ້ງ​ຂຶ້ນ​ໄປ​ອີກ ດັ່ງ​ນັ້ນ ເຈົ້າ​ຄວນ​ໃຊ້​ຮອງ​ພື້ນ​ແບບ​ນ້ຳ​ທີ່​ກົມ​ກືນ​ໄປ​ກັບ​ຜິວ​ໜ້າ​ດີກວ່າ ແລ້ວ​ຕາມ​ດ້ວຍ​ແປ້ງ​ຝຸ່ນ​

6. ບໍ່​ຄວນ​ໃຊ້​ແປ້ງ​ປະສົມ​ຮອງ​ພື້ນ ເພາະ​ທ່ານລົງ​ຮອງ​ພື້ນ​ໄປ​ແລ້ວ ດັ່ງ​ນັ້ນ​ໃຫ້​ລົງ​ແປ້ງ​ຝຸ່ນ​ເທົ່າ​ນັ້ນ ເພາະ​ແປ້ງ​ປະສົມ​ຮອງ​ພື້ນ​ຈະ​ເຮັດໃຫ້​ໜ້າ​ເບິ່ງ​ໜັກ​ຫລາຍ​ຂຶ້ນ​ໄປ​ອີກ ຍິ່ງ​ທ່ານຈັບມາ​ຕົບ​ແປ້ງ​ລະຫວ່າງ​ມື້​ແລ້ວ ຍິ່ງ​ເຮັດໃຫ້​ຮອງ​ພື້ນ​ໜາ​​ຂຶ້ນ ຈົນ​ອຸດ​ຕັນ​ລູ​ຂຸມ​ຂົນ​ ແລະ ​ໃນ​ທີ່ສຸດ​ລູ​ຂຸມ​ຂົນ​ຂອງ​ທ່ານກໍ​ຈະ​ຍິ່ງ​ກວ້າງ​ຂຶ້ນ​ໄປ​ອີກ​ດ້ວຍ

ບົດຄວາມຫຼ້າສຸດ

ສານປະຊາຊົນແຂວງອັດຕະປື ໄດ້ພິຈາລະນາຕັດສີນຄະດີ ກ່ຽວກັບການກະທຳຜິດສໍ້ລາດບັງຫຼວງ.

ສານປະຊາຊົນແຂວງອັດຕະປື ໄດ້ພິຈາລະນາຕັດສີນຄະດີ ກ່ຽວກັບການກະທຳຜິດສໍ້ລາດບັງຫຼວງ ຂອງພະນັກງານຢູ່ ແຂວງອັດຕະປື ໂດຍໄດ້ຕັດສິນລົງໂທດຈໍາເລີຍທີ່ກະທໍາຜິດ ທັງໝົດ 15 ຄົນ, ຍິງ 4 ຄົນ, ໃນນັ້ນ ໂທດຈໍາຄຸກຕະຫຼອດຊີວິດ...

ປູກຜັກກະລໍາປີ ຕາມສັນພູເຮັດໃຫ້ຊີວິດການເປັນຢູ່ຂອງຊາວ ບ້ານ ລ້ອງໜ້ຽງ ແລະ ບ້ານ ພູລັງຈັງ ເມືອງ ພູຄູນ ສ້າງລາຍຮັບໄດ້ທັງໝົດ 17 ຕື້ ກີບ.

ໃນວັນທີ 27 ກໍລະກົດ2026 ຜ່ານມານີ້, ທ່ານ ບຸນເລື່ອມ ມະນີວົງ ກໍາມະການສູນກາງພັກ ເລຂາບໍລິຫານງານພັກແຂວງ, ປະທານຄະນະສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 6, ປະທານສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ V,...

ຜົນກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນກໍລະກົດ 2026.

ວັນທີ 28 ກໍລະກົດ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ປອ. ເຂິງຄຳ ແກ້ວໜູຈັນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມສະໄໝສາມັນ ຂອງລັດຖະບານ...

ກົມໃຫຍ່ການເມືອງ ປກສ ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ໄດ້ 47 ໜ່ວຍ.

ໃນປີຜ່ານມາ, ອົງຄະນະພັກກົມໃຫຍ່ການເມືອງ ກະ ຊວງ ປກສ ໄດ້ຖືສໍາຄັນ ແລະ ເອົາໃຈໃສ່ການນໍາພາ-ຊີ້ນໍາສະມາຊິກພັກ , ນາຍ ແລະ ພົນຕໍາຫຼວດທຸກຂັ້ນ ຈັດຕັ້ງປະຕິບັດໜ້າທີ່ການເມືອງຕາມ 5...