spot_img
Homeຄວາມງາມສິວ​ຍຸບ​ໃນ​ຄືນ​ດຽວດ້ວຍ 5 ຢ່າງ​ໃກ້​ຕົວ​ລາ​ຄາ​ປະ​ຢັດ

ສິວ​ຍຸບ​ໃນ​ຄືນ​ດຽວດ້ວຍ 5 ຢ່າງ​ໃກ້​ຕົວ​ລາ​ຄາ​ປະ​ຢັດ

Published on

1

– ຢາ​ສີ​ແຂ້ວ ຢາ​ສີ​ແຂ້ວ​ທີ່​ໃຊ້​ຢູ່​ທຸກ​ມື້​ນີ້​ແຫລະ​ສາມາດ​ນຳ​ມາ​ຮັກສາສິວ​ໄດ້​ນຳເພາະ​ມັນ​ຈະ​ຊ່ວຍ​ໃຫ້​ສິວ​ແຫ້ງ​ໄດ້​ໃນ​ເວລາ​ບໍ່​ຈັກ​ຊົ່ວ​ໂມງແຕ່​ໃຫ້​ໃຊ້​ຢາ​ສີ​ແຂ້ວ​ສີ​ຂາວ​ທຳມະດາ​ແທນ​ຢາ​ສີ​ແຂ້ວ​ແບບ​ເຈວ​ສີ​ອື່ນໆ ຈະ​ດີກວ່າ​ພຽງ​ແຕະ​ຢາ​ສີ​ແຂ້ວ​ມາ​ແຕ້ມ​ເທິງ​ສິວແລ້ວ​ປະ​ໄວ້​ຂ້າມ​ຄືນ​ເທົ່າ​ນັ້ນສິວ​ກໍ​ຈະ​ຍຸບ​ລົງ​ທັນ​ໃຈ​ແລ້ວ ແຕ່​ຂໍ​ເຕືອນ​ໄວ້​ກ່ອນ​ວ່າ​ສາວ​ຜິວ​ແພ້​ງ່າຍ​ຢ່າ​​ລອງ​ວິທີ​ນີ້​ຈະ​ດີກວ່າ

2

  -ໄຂ່​ຂາວ ບໍ່ແມ່ນ​ແຕ່ກິ​ນ​ແຊບ​ແລະ​ມີ​ປະໂຫຍດ​ເທົ່າ​ນັ້ນແຕ່​ໄຂ່​ຍັງ​ນຳ​ມາ​ປິ່ນປົວ​ບັນຫາ​ສິວ​ໄດ້​ແຕ່​ໃຫ້​ໃຊ້​ສະເພາະ​ໄຂ່​ຂາວ​ເທົ່າ​ນັ້ນ​ໂດຍ​ໃຫ້​ນຳ​ມາ​ໄຂ່​ຂາວ​ມາ​ຕີໆຢ່າງ​ວ່ອງໄວຈາກ​ນັ້ນ​ນຳ​ມາ​ແຕ້ມ​ທາ​ລົງ​ໄປ​ເທິງ​ສິວແລ້ວ​ປະ​ໄວ້ 20 ນາ​ທີຫລື​ຖ້າ​ສິວ​ຂອງ​ເຈົ້າ​ບວມ​ອັກ​ເສບ​ຫລາຍ​ໆກໍ​ອາດຈະ​ປະໄວ້​ຂ້າມ​ຄືນ​ແລ້ວ​ຄ່ອຍ​ລ້າງ​ອອກ​ຕອນ​ເຊົ້າ​ກໍ​ໄດ້

3

  -ຊາ​ຂຽວ ຮູ້​ຫລື​ບໍ່​ວ່າ​ໃນ​ຊາ​ຂຽວ​ສາມາດ​ຊ່ວຍ​ລຸດ​ອາການ​ອັກ​ເສບ​ໄດ້ແລະ​ມັນ​ກໍ​ສາມາດ​ນຳ​ມາ​ປິ່ນປົວ​ສິວ​ອັກ​ເສບ​ໃຫ້​​ສາວໆໄດ້​ດ້ວຍໂດຍ​ໃຫ້ນຳ​ຊາ​ຂຽວ​ໄປ​ຕົ້ມ​ໃນ​ນ້ຳ​ຮ້ອນຈາກ​ນັ້ນ​ນຳ​ຖົງ​ຊາ​ອອກ​ໄປປະ​ໄວ້​ໄວ້ໃຫ້​ເຢັນ​ຈຶ່ງ​ຄ່ອຍ​ນຳ​ນ້ຳ​ຊາ​ຂຽວ​ມາ​ແຕະໆເທິງ​ສິວ​ອັກ​ເສບຫລື​ຈະ​ໃຊ້​ສຳ​ລີ​ກ້ອນ​ກົມ​ຊຸບ​ແລ້ວ​ນຳ​ມາ​ແຕ້ມ​ເທິງ​ສິວ​ອັກ​ເສບ​ກໍ​ໄດ້

4

ນ້ຳ​ເຜຶ້ງ ຢ່າ​ຄິດວ່າ​ນ້ຳ​ຜຶ້ງ​ຈະ​ນຳ​ມາ​ຊົງ​ດື່ມ​ຫລື​ລາດ​ເທິງ​ແພນ​ເຄ້ັກ​ໄດ້​ຢ່າງ​ດຽວເພາະ​ນີ້​ແຫລະ​ຄື​ຕົວ​ສຸດ​ເພີເຟກ​ໃນ​ການ​ປິ່ນປົວ​ສິວ​ເລີຍ​ເພາະ​ໃນ​ນ້ຳເ​ຜຶ້ງ​ມີ​ຄຸນສົມບັດ​ຊ່ວຍ​ຕໍ່​ຕ້ານ​ເຊື້ອ​ແບກ​ທີ​ເລຍ ຊຶ່ງ​ຈະ​ຊ່ວຍ​ໃຫ້​ສິວ​ຍຸບ​ລົງ​ໄດ້​ໃນ​ຂ້າມ​ຄືນເອົາ​ເປັນ​ວ່າ​ຮີບ​ນຳ​ນ້ຳ​ເຜຶ້ງ​ມາ​ແຕ້ມ​ເທິງ​ສິວ​ອັກ​ເສບປະ​ໄວ້​ 1 ຊົ່ວ​ໂມງ​ແລ້ວ​ຄ່ອຍ​ລ້າງ​ອອກບໍ່​ຄວນ​ຈະ​ຖິ້ມ​ໄວ້​ຂ້າມ​ຄືນ​ເພາະ​ບໍ່​ດັ່ງນັ້ນ​​ໜຽວ​ເຕັມ​ໝອນ​ແນ່ນອນ

5

  -ເຈ​ວວ້ານ​ຫາ​ງ​​ແຂ້ ຖ້າ​ສິວ​ອັກ​ເສບ​ບວມ​ຂຶ້ນ​ມາ​ຫລາຍ​ບອກ​ເລີຍ​ວ່າ​ເຈ​ວວ້ານ​ຫາ​ງ​ເ​ເຂ້​ນີ້​ແຫລະ​ຊ່ວຍ​​ໄດ້ເພາະ​ໃນ​ວ້ານ​ຫາ​ງ​ເ​ເຂ້​ມີ​ຄຸນສົມບັດ​ຕ້ານ​ລິດ​ແບກ​ທີ​ເລຍຊຶ່ງ​ຈະ​ຊ່ວຍ​ໃຫ້​ສິວ​ຍຸບ​ແລະ​ນ້ອຍ​ລົງອີກ​ທາ​ປະ​ໄວ້​ເລີຍ​ຂ້າມ​ຄືນຮັບຮອງ​ວ່າ​ສິວ​ຈະ​ຍຸບ​ນ້ອຍ​ລົງ​ຢ່າງ​ທີ່​ຕ້ອງ​ການແຖມ​ວິທີ​ນີ້​ຍັງ​ເໝາະ​ສຳລັບ​ສາວໆທີ່​ມີ​ບັນຫາ​ຜິວ​ແພ້​ງ່າຍ​

6

ບົດຄວາມຫຼ້າສຸດ

ຣັດເຊຍເກີດແຜ່ນດິນໄຫວຮຸນແຮງລະດັບ 8.7 ຣິກເຕີ ທາງດ້ານຍີ່ປຸ່ນກຽມຮັບມືກັບຄຶ້ນໃຫຍ່ສຶນາມິ

ທາງການຣັດເຊຍເປີດເຜີຍ: ຄຶ້ນສຶນາມິສູງ 3-4 ແມັດ ພັດເຂົ້າສູ່ແຄມຝັ່ງທາງຕາເວັນອອກ ຫຼັງເກີດແຜ່ນດິໄຫວລະດັບ 8.7 ຣິກເຕີ ເບື້ອງຕົ້ນບໍ່ມີລາຍງານຜູ້ເສຍຊີວິດ ແລະ ບາດເຈັບ. ອີງຕາມສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 30 ກໍລະກົດ 2025,...

ເສຍຫາຍຫຼາຍສົມຄວນ! ປະເມີນຜົນກະທົບຈາກໄພພິບັດ ແລະ ແນວທາງການຊ່ວຍເຫຼືອຟື້ນຟູ

ລາວໄດ້ຮັບຜົນກະທົບທັງໝົດ 34 ເມືອງ ແລະ ເສຍຊີວິດ 4 ຄົນ ຈາກຜົນກະທົບຈາກພາຍຸວິພາ ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ຈັດກອງປະຊຸມເພື່ອປຶກສາຫາລືກ່ຽວກັບການປະເມີນຜົນກະທົບ, ຜົນເສຍຫາຍ ແລະ ແນວທາງຟື້ນຟູສຸກເສີນ ບັນດາແຂວງທີ່ໄດ້ຮັບຜົນກະທົບຈາກພາຍຸວິພາ ໃນວັນທີ...

ທ່ານຮູ້ຫຼືບໍ່? ສິນຄ້າສົ່ງອອກ ທີ່ໄດ້ຮັບການຍົກເວັ້ນ ອມພ (VAT) ມີຫຍັງແດ່?

ທ່ານຮູ້ຫຼືບໍ່? ສິນຄ້າສົ່ງອອກ ທີ່ໄດ້ຮັບການຍົກເວັ້ນ ອມພ (VAT) ມີຫຍັງແດ່? ອມພ ອາກອນມູນຄ່າເພີ່ມ ຫຼື VAT : ແມ່ນອາກອນມູນຄ່າເພີ່ມທີ່ເກັບຕາມມູນຄ່າສິນຄ້າ ຫຼື ການບໍລິການໃນປະເທດ ແລະ...

ຂ່າວດີ! ສົກຮຽນ 2025-2026 ມຊ ຈະຮັບນັກສຶກສາໃໝ່ 5.670 ຄົນ

ສົກຮຽນ 2025-2026 ມະຫາວິທະຍາໄລແຫ່ງຊາດ(ມຊ) ມີແຜນຮັບນັກສຶກສາໃໝ່ ໃນທຸກໆຫລັກສູດປະລິນຍາຕີ ຈໍານວນ 5.670 ຄົນ. ໃນສົກສຶກສາ 2025-2026 ມະຫາວິທະຍາໄລແຫ່ງຊາດ(ມຊ) ມີແຜນຮັບນັກສຶກສາໃໝ່ ໃນທຸກໆຫລັກສູດປະລິນຍາຕີ ຈໍານວນ 5.670...