Homeຂ່າວຕ່າງປະເທດເຢຍລະມັນພົບລະເບີດຍຸກສົງຄາມໂລກ ໜັກ 1 ໂຕນ ຢູ່ໃຈກາງເມືອງ! ອົບພະຍົບກ່ວາ 2 ໝື່ນຄົນ ເພື່ອດຳເນີນການເກັບກູ້!

ເຢຍລະມັນພົບລະເບີດຍຸກສົງຄາມໂລກ ໜັກ 1 ໂຕນ ຢູ່ໃຈກາງເມືອງ! ອົບພະຍົບກ່ວາ 2 ໝື່ນຄົນ ເພື່ອດຳເນີນການເກັບກູ້!

Published on

GERMANY-WWII-BOMB

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 28 ພຶດສະພານີ້ວ່າ ທາງການເຢຍລະມັນ ສົ່ງເຈົ້າໜ້າທີ່ເຂົ້າເກັບກູ້ລະເບີດຍຸກສົງຄາມໂລກຄັ້ງທີ 2 ໃນມື້ວານນີ້ (27 ພຶດສະພາ) ເຊິ່ງຖືກພົບຝັງຢູ່ໃນດິນ ເຂດກໍ່ສ້າງແຫ່ງໜຶ່ງ ໃນເມືອງໂຄໂລນ ທາງພາກຕາເວັນຕົກຂອງປະເທດ ໂດຍເຈົ້າໜ້າທີ່ໄດ້ສັ່ງອົບພະຍົບປະຊາຊົນ ປະມານ 20,000 ຄົນ ອອກຈາກພື້ນທີ່ອ້ອມຮອບ ເພື່ອຄວາມປອດໄພ, ຫລັງຈາກນັ້ນ ເຈົ້າໜ້າທີ່ເກັບກູ້ລະເບີດ ຈິ່ງໄດ້ເຂົ້າປົດກະນວນສຳເລັດດ້ວຍຄວາມປອດໄພ.

ລະເບີດລູກດັ່ງກ່າວນີ້ ແມ່ນມີນ້ຳໜັກ 1 ໂຕນ ຜະລິດຢູ່ສະຫະລັດອາເມຣິກາ ທີ່ຖືກນຳມາຖິ້ມໂດຍຝ່າຍສຳພັນທະມິດ ໃສ່ກອງທັບຂອງນາຊີເຢຍລະມັນ ໃນຍຸກສົງຄາມໂລກຄັ້ງທີ 2 ໂດຍເຖິງແມ່ນຈະປິດສາກໄປແລ້ວດົນເຖິງ 70 ປີ ແຕ່ວ່າຢູ່ໃນບາງພື້ນທີ່ຂອງປະເທດເຢຍລະມັນ ກໍຍັງພົບມີລູກລະເບີດທີ່ຍັງບໍ່ທັນແຕກ ຕົກຄ້າງຢູ່ໃນດິນ ແລະ ຜູ້ທີ່ຄົ້ນພົບສ່ວນໃຫຍ່ ກໍແມ່ນກຳມະກອນກໍ່ສ້າງ.

-

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...