spot_img
Homeອຸບັດເຫດແລະປາກົດການຫຍໍ້ທໍ້ເຈົ້າໜ້າ​ທີ່ໄທ ​ຈັບ 2 ໜຸ່ມ​ລາວ ລັກລອບ​ຂົນເງິນ​ອອກ​ນອກ​ປະ​ເທດ 26 ລ້ານ​ບາດ!

ເຈົ້າໜ້າ​ທີ່ໄທ ​ຈັບ 2 ໜຸ່ມ​ລາວ ລັກລອບ​ຂົນເງິນ​ອອກ​ນອກ​ປະ​ເທດ 26 ລ້ານ​ບາດ!

Published on

money

 

ເຈົ້າໜ້າ​ທີ່​ພາສີ-ອາກອນ​ມຸກດາ​ຫານ ປະເທດໄທ ໄດ້ຈັບກຸມຊາຍໜຸ່ມລາວ 2 ຄົນ ຂະນະ​ທີ່​ຈະ​ເດີນທາງ​ຂ້າມ​ກັບ​ມາ​ຝັ່ງ​ລາວ, ກວດຄົ້ນ​ໃນ​ລົດ​ກະບະ​ພົບ​ເງິນ​ບາດ ໄທຈຳນວນ 26 ມັດ ລວມມີ 26 ລ້ານ​ບາດ.

ຜູ້​ສື່​ຂ່າວ​ລາຍ​ງານ​ວ່າ: ຕອນ​ແລງ​ວັນ​ທີ 26 ພຶດສະພາ​ນີ້, ທ່ານ ​ໂສ​ຣັດ ສັງຂະ​ວອນ ຫົວໜ້າ​ດ່ານ​ພາສີ-ອາກອນ​ມຸກດາ​ຫານ ​ໄດ້​ຮັບ​ລາຍ​ງານ​ຈາກ​ສາຍ​ຂ່າວ​ວ່າ​ຈະ​ມີ​ການ​ລັກລອບ​ຂົນ​ເງິນ​ອອກ​ນອກ​ປະ​ເທດ ຈຶ່ງ​ໄດ້​ສັ່ງ​ໃຫ້​ເຈົ້າໜ້າ​ທີ່​ພາສີ-ອາກອນ​ປະຈຳ​ດ່ານ​ຂົວ​ມິດຕະພາບ 2 (ມຸກດາ​ຫານ-ສະຫວັນ​ນະ​ເຂດ) ປະສານ​ກັບ ພົນ​ຕຳຫລວດ​ເອກ ສັງຄົມ ຕັດ​ໂສ ຜູ້​ກວດກາ​ກວດຄົ້ນ​ເຂົ້າ​ເມືອງ​ມຸກດາ​ຫານ ນຳ​ກຳລັງ​ກວດ​ສອບ​ຢ່າງ​ເຂັ້ມງວດ. ຈົນ​ຮອດ​ເວລາ 21:30 ​ໂມງ ມື້ດຽວ​ກັນ, ​ໄດ້​ມີ​ລົດ​ກະບະ​ຍີ່​ຫໍ້ MITSUBISHI ຮຸ່ນ STRADA MECACAB ສີດຳ ໝາຍ​ເລກ​ທະບຽນ ກກ 1981 ສະຫວັນ​ນະ​ເຂດ ມີ​ທ້າວ ບັນລື​ສັກ ສີ​ພັກດີ ອາຍຸ 31 ປີ ສັນຊາດ​ລາວ ​ຢູ່ເມືອງ​ໄກສອນ ພົມ ວິຫານ ​ແຂວງ​ສະຫວັນ​ນະ​ເຂດ ແລະ ທ້າວ ສັນຕິ​ໄຊ ຈັນ​ໂທ ອາຍຸ 25 ປີ ສັນຊາດ​ລາວ ຢູ່ບ້ານ​ໂພນ​ສະຫວັນ​ໃຕ້ ​ເມືອງ​ໄກສອນ ພົມວິຫານ ​ແຂວງ​ສະຫວັນ​ນະ​ເຂດ ສປປ ລາວ ​ຂັບຂີ່ລົດດັ່ງກ່າວ ແລະ ມີ​ທ່າ​ທາງ​​ພິລຸດໃນເວລາແຈ້ງໜັງສືຜ່ານແດນ. ​ເຈົ້າໜ້າ​ທີ່​ພາສີ-ອາກອນ ຈຶ່ງ​ໄດ້​ເຂົ້າ​ໄປ​ຂໍ​ກວດຄົ້ນພາຍ​ໃນ​ລົດ ພົບ​ກ່ອງ​ເຈ້ຍ​ຈຳນວນ 3 ກ່ອງ ວາງ​ຢູ່​ເທິງ​ເບາະ​ໃນ​ລົດ, ​ເຈົ້າໜ້າ​ທີ່​ໄດ້​​ໄຂ​ກ່ອງ​ອອກ​ມາ​ເບິ່ງ​ຈຶ່ງ​ພົບ​ທະນະ​ບັດ​ໄທ ​ໃບ​ 1.000 ບາດ ຈຳນວນ 26 ມັດ ລວມ​ເປັນ​ເງິນ 26 ລ້ານ​ບາດ.

ຈາກ​ນັ້ນ, ​ເຈົ້າໜ້າ​ທີ່​ໄດ້​ແຈ້ງ​ໃຫ້​ທ້າວ ບັນລື​ສັກ ​ແລະ ທ້າວ ສັນຕິ​ໄຊ ຮູ້​ວ່າ​ຕາມ​ກົດໝາຍ​ພາສີ-ອາກອນ​ຂອງ​ໄທ ການ​ກະທຳ​ດັ່ງກ່າວ​ເປັນຄວາມ​ຜິດ​ຂໍ້​ຫາ​ພະຍາຍາມ​ນຳ​ເງິນ (ທະນະ​ບັດ​ໄທ) ​ເຊິ່ງ​ເປັນ​ຂອງ​ຕ້ອງ​ຈຳກັດ​ອອກ​ໄປ​ນອກ ຣາຊະ​ອານາຈັກ ຕາມ​ມາດຕາ ມ.27, 27 ​ແຫ່ງ​ພະຣາຊະ​ບັນຍັດ​ພາສີ-ອາກອນ ພສ 2469 ໃນ​ມາດຕາ 16, ມາດ ຕາ 17 ​ແລະ ມາດຕາ 8 ​ແຫ່ງພະຣາຊະ​ບັນຍັດ​ຄວບ​ຄຸມ​ການ​ແລກປ່ຽນ​ເງິນຕາ (ສະບັບ​ທີ 5) ລົງ​ວັນ​ທີ 6 ພະຈິກ 2013 ແລະ ກົດໝາຍ​ອື່ນໆ​ທີ່​ກ່ຽວຂ້ອງ.

ຈາ​ກການ​ສອບ​ສວນ​ຜູ້​ຕ້ອງ​ຫາ​ທັງ​ສອງ​ຍອມ​ຍົກ​ເງິນ​ທັງ​ໝົດ​ໃຫ້​ຕົກ​ເປັນ​ຂອງ​ແຜ່ນດິນ, ​ເຈົ້າໜ້າ​ທີ່​ຈຶ່ງ​ໄດ້​ຈັບ​ກຸມ​ທ້າວ ບັນລື​ສັກ ​ແລະ ທ້າວ ສັນຕິ​ໄຊ ພ້ອມ​ຂອງ​ກາງ​ລົດ​ກະບະ ​ແລະ ​ເງິນ​ຈຳນວນ 26 ລ້ານ​ບາດ ສົ່ງ​ດ່ານ​ພາສີ-ອາ ກອນ​ມຸກດາ​ຫານ ​ເພື່ອ​ດຳ​ເນີນ​ຄະດີ​ຕາມ​ກົດໝາຍ​ຕໍ່​ໄປ.

 

ແຫລ່ງຂ່າວ: ລາວພັດທະນາ

 

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...