spot_img
Homeຂ່າວຕ່າງປະເທດນັກທ່ອງທ່ຽວຊາວອູແກຣນ ຫລິ້ນບັນຈີ້ຈ້ຳຢູ່ຫາດປ່າຕອງ ປະເທດໄທ ໂຊກຮ້າຍສາຍສະລິງຂາດ ຕົກກະແທກພື້ນເສຍຊີວິດ!

ນັກທ່ອງທ່ຽວຊາວອູແກຣນ ຫລິ້ນບັນຈີ້ຈ້ຳຢູ່ຫາດປ່າຕອງ ປະເທດໄທ ໂຊກຮ້າຍສາຍສະລິງຂາດ ຕົກກະແທກພື້ນເສຍຊີວິດ!

Published on

6_19
(ພາບປະກອບ)

ສຳນັກຂ່າວຕ່າງປະເທດ ເດລິນິວ ຂອງໄທ ລາຍງານໃນວັນທີ 28 ພຶດສະພານີ້ວ່າ ໃນມື້ວັນພຸດທີ 27 ພຶດສະພາຜ່ານມາ ໄດ້ເກີດເຫດນັກທ່ອງທ່ຽວຊາວອູແກຣນ ທ້າວ ອັບດຸນລາ ອະເດນ ອາຍຸ 25 ປີ ຫລິ້ນໂດດບັນຈີ້ຈ້ຳ (Bungy Jump) ຢູ່ບໍລິເວນຫາດປ່າຕອງ ແຂວງພູເກັດ ປະເທດໄທ ແຕ່ໂຊກຮ້ານສາຍສະລິງຂາດ ດິ່ງໂຕລົງກະແທກພື້ນ ຈົນໄດ້ຮັບບາດເຈັບສາຫັດໃນສະພາບຄໍ ແລະ ກະດູກຂ້າງເບື້ອງຂວາຫັກ ແລະ ເສຍຊີວິດໃນເວລາຕໍ່ມາ.

ດ້ານເຈົ້າໜ້າທີ່ໄດ້ເຂົ້າກວດສອບສະຖານທີ່ເກີດເຫດ ພ້ອມທັງສອບສວນພະນັກງານທີ່ຮັບຜິດຊອບເຄື່ອງຫລິ້ນບັນຈີ້ຈ້ຳດັ່ງກ່າວ ຈິ່ງຮູ້ວ່າ ໃນຂະນະທີ່ທ້າວ ອັບດຸນລາ ກຳລັງໂດດລົງມານັ້ນ ຂໍ້ຕໍ່ສາຍສະລິງທີ່ໃຊ້ຍຶດກັບຂ້ຕີນຂອງລາວໄດ້ຫລຸດອອກມາ ເຮັດໃຫ້ໂຕຂອງລາວລອຍຢູ່ກາງອາກາດ ກ່ອນດິ່ງລົງມາກະແທກພື້ນຢ່າງຮຸນແຮງ, ແນວໃດກໍຕາມ ເຈົ້າໜ້າທີ່ຈະມີການສືບສວນຢ່າງລະອຽດ ເພື່ອດຳເນີນການຕາມກົດໝາຍຂອງໄທຕໍ່ໄປ.

 

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...