Homeອຸບັດເຫດແລະປາກົດການຫຍໍ້ທໍ້ຕຳຫລວດເລັ່ງນຳ​ຈັບ​ ມີປືນຍິງ​ຄົນ​​ເສຍ​ຊີວິດ ຢູ່​ບ້ານ​ສີ​ໄຄ!

ຕຳຫລວດເລັ່ງນຳ​ຈັບ​ ມີປືນຍິງ​ຄົນ​​ເສຍ​ຊີວິດ ຢູ່​ບ້ານ​ສີ​ໄຄ!

Published on

shoot

ໃນ​ເວລາ​ປະມານ 14:30 ​ໂມງ​ຂອງ​ວັນ​ທີ 24 ພຶດສະພາ​ຜ່ານ​ມາ​ນີ້, ​ໄດ້​ມີ​ເຫດ ການ​ຍິງ​ກັນ​ຕາຍ ທີ່​ບ້ານ​ສີ​​ໃຄ ​ເມືອງ​ສີ​ໂຄດ​ຕະບອງ ນະຄອນຫລວງ​ວຽງ​ຈັນ ​ເຊິ່ງເປັນ​ຊາຍ​ໄວ​ກາງຄົນ ຖືກ​ຍິງ​ 2 ຈຸດ ​​ເສຍ​ຊີວິດ​ຄາ​ທີ່.

ເຈົ້າ​ໜ້າ​ທີ່​ກອງ​ພິສູດ​ຫລັກ​ຖານນະຄອນຫລວງ​ວຽງ​ຈັນ ​ໃຫ້​ຮູ້​ວ່າ: ​ພາຍຫລັງ​ໄດ້​ຮັບ​ແຈ້ງເຫດກໍ​ນຳ​ກຳລັງ​ລົງ​ຈຸດ​ ເກັບ​ກຳ​ຂໍ້​ມູນ​, ຫລັກ​ຖານ, ​ຊຶ່ງ​ຜູ້​ເສຍຊີວິດ​ຄື ທ້າວ ສົມ​ຈັນ ຈັນທະ​ວິດ ຫລື ຕຸ້ຍ ອາຍຸ 41 ປີ ອາຊີບ​ຄ້າຂາຍ ຢູ່​ບ້ານ​ວັດ​ໃຕ​ນ້ອຍ​ທ່າ ໜ່ວຍ 10 ​ເມືອງ​ສີ​ໂຄດ​ຕະບອງ ນະຄອນຫລວງ​ວຽງຈັນ. ກ່ອນ​ເກີດ​ເຫດ​ຜູ້ກ່ຽວ​ກັບ​ໝູ່​ອີກ 2 ຄົນ ​ໄດ້​ນັ່ງຊຸມ​ແຊວຢູ່​ໂຕະ​ຫີນ​ໜ້າ​​ເຮືອນຂອງໝູ່, ​​​​ແຕ່​ບໍ່ພໍ​ເທົ່າ​ໃດ​ນາທີຕໍ່ມາກໍ​ໄດ້​ມີ​ລົດຈັກ​ຄັນ​ໜຶ່ງຂັບ​ຂີ່​ເຂົ້າ​ມາ​ຈອດ​ຢູ່​ຕໍ່ໜ້າ​​ເຮືອນ​ດັ່ງກ່າວແລ້ວ​ຍ່າງ​ເຂົ້າ​ໄປ​ຍິງ​​ທ້າວ ຕຸ້ຍ ທີ່​ກຳລັງ​ຊຸມ​ແຊວ​ກັບ​ໝູ່​ຢູ່​ນັ້ນ 2 ນັດ,

ນັດ​ທີ 1 ຍິງ​ເຂົ້າ​ໄປ​ທີ່​ລຸ່ມ​ແກ້ມ​ເບື້ອງ​ຂວາ ​ແລະ ອີກ​ນັດ 1 ​ແມ່ນ​ຍິງ​ເຂົ້າ​ກາ​ງຫລັງ​ເບື້ອງ​ຂວາເຮັດໃຫ້ເສຍ​ຊີວິດ​ຄາ​ທີ່. ຈາກ​ນັ້ນ​ຜູ້​ກໍ່​ເຫດກໍ​ໄດ້​ຂຶ້ນ​ລົດ​ຈັກ​ຫລົບໜີ​ໄປ, ​ຊຶ່ງ​ປັດຈຸບັນ​ກຳລັງ​ເຈົ້າ​ໜ້າ​ທີ່​ພວມ​ເລັ່ງນຳ​ຈັບ​ຕົວ​ມາ​ລົງ​ໂທດ​​ໃຫ້​ໄດ້​ໂດຍ​ໄວ. ສ່ວນ​ສາ​ເຫດ​ຂອງ​ການ​ຄາດ​ຕະກຳ​ຄັ້ງ​ນີ້ ​ເຈົ້າ​ໜ້າ​ທີ່​ພວມ​ດຳ​ເນີນການ​ສືບສວນ-ສອບ​ສວນ ​ແລະ ​ໄດ້ມຸ້ງ​ປະ​ເດັນ​ໄປ​ທີ່​ການ​ຄັດ​ແຍ່ງ​ຜົນ​ປະ​ໂຫຍ​ດທາງ​ທຸລະ​ກິດ.

 

ແຫລ່ງຂ່າວ: ລາວພັດທະນາ

 

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...