spot_img
Homeຂ່າວຕ່າງປະເທດທີມ​ເກັບກູ້​ລະ​ເບີດ​ກຳ​ປູ​ເຈຍ ສາ​ມາດ​ກູ້​ລະ​ເບີດ​ໜັກ 500 ກິ​ໂລ ​ຂຶ້ນ​ຈາກ​ນ້ຳ​ຂອງ ເປັນ​ຄັ້ງ​ທຳ​ອິດ!

ທີມ​ເກັບກູ້​ລະ​ເບີດ​ກຳ​ປູ​ເຈຍ ສາ​ມາດ​ກູ້​ລະ​ເບີດ​ໜັກ 500 ກິ​ໂລ ​ຂຶ້ນ​ຈາກ​ນ້ຳ​ຂອງ ເປັນ​ຄັ້ງ​ທຳ​ອິດ!

Published on

CAMBODIA-HISTORY-BOMB

ສຳ​ນັກ​ຂ່າວ​ຕ່າງ​ປະ​ເທດ ລາຍ​ງານ​ໃນ​ວັນ​ທີ 22 ພຶດ​ສະ​ພາ​ນີ້​ວ່າ ທີມ​ເກັບ​ກູ້​ລະ​ເບີດ​ຈາກ​ສູນ​ປະ​ຕິ​ບັດ​ການເກັບ​ກູ້​ລະ​ເບີດ​ແຫ່ງກຳ​ປູ​ເຈຍ (CMAC) ສາ​ມາດ​ກູ້​ລະ​ເບີດ​ຂຶ້ນ​ຈາກ​ແມ່​ນ້ຳ​ຂອງ​ໄດ້ ເປັນ​ຄັ້ງ​ທຳ​ອິດ​ມື້​ວານ​ນີ້ (21 ພຶດ​ສະ​ພາ)  ໂດຍລະ​ເບີດ​ລູກ​ດັ່ງ​ກ່າວ ແມ່ນ​ເປັນ​ລະ​ເບີດ MK82  ໜັກ 500 ກິ​ໂລກ​ຣາມ ເຊິ່ງ​ຜະ​ລິດ​ຂຶ້ນ​ຢູ່​ໃນ​ສະ​ຫະ​ລັດ​ອາ​ເມ​ຣິ​ກາ ແລະ ຄາດ​ວ່າ​ຖືກ​ນຳ​ມາ​ຖິ້ມ​ລົງ​ໃສ່​ກຳ​ປູ​ເຈຍ ໃນ​ຊ່ວງ​ທ້າຍ​ຊຸມ​ປີ 1960 ຫລື ໄລ​ຍະ​ຕົ້ນ​ຊຸມ​ປີ 1970 ເພື່ອ​ດັບ​ສູນການ​ປະ​ຕິ​ວັດ​ຂອງ​ປະ​ຊາ​ຊົນ​ກຳ​ປູ​ເຈຍ ເຊິ່ງ​ລະ​ເບີດ​ລູກ​ນີ້ ຖືກ​ພົບ​ໃນ​ແມ່​ນ້ຳ​ຂອງໂດຍ​ຊາວ​ປະ​ມົງ​ ຢູ່ຫ່າງ​ຈາກ​ຊາຍ​ຝັ່ງ​ໄປ 200 ແມັດ ເລິກ 7 ແມັດ, ເຈົ້າ​ໜ້າ​ທີ່​ເກ​ັບ​ກູ້​ລະ​ເບີດ ໄດ້​ໃຊ້​ຄວາມ​ພະ​ຍາ​ຍາມ​ເປັນ​ພິ​ເສດ ໃນ​ການ​ເຂົ້າ​ເກັບ​ກູ້​ລະ​ເບີດ​ລູກ​ດັ່ງ​ກ່າວ ເນື່ອງ​ຈາກ​ເປັນ​ເທື່ອ​ທຳ​ອິດ​ໃນ​ການ​ເກັບ​ກູ້​ລະ​ເບີດ​ຢູ່​ໃນ​ນ້ຳ ເພາະ​ການ​ເກັບ​ກູ້​ລະ​ເບີດ​ໃນ​ນ້ຳ ເປັນ​ບັນ​ຫາ​ພິ​ເສດ​ທີ່​ທີມ​ເກັບ​ກູ້​ຫລາຍ​ຄົນ ຍັງ​ບໍ່​ທັນ​ມີ​ປະ​ສົບ​ການ​ໃນ​ການ​ມຸດ​ນ້ຳ​ເທື່ອ.  ແນວ​ໃດ​ກໍ​ຕາມ, ດ້ວຍ​ຄວາມ​ພະ​ຍາ​ຍາມ​ຂອງ​ເຈົ້າ​ໜ້າ​ທີ່ ລະ​ເບີດ​ລູກ​ດັ່ງ​ກ່າວສາ​ມາດ​ເກັບ​ກູ້​ຂຶ້ນ​ມາ​ເທິງ​ບົກ​ໄດ້ ແລະ ປົດ​ກະ​ນວນ​ລະ​ເບີດ​ເປັນ​ທີ່​ຮຽບ​ຮ້ອຍ​ແລ້ວ.

ທັງ​ນີ້ ຕາມ​ສະ​ຖິ​ຕິ​ຂອງ​ລັດ​ຖະ​ບານ​ກຳ​ປູ​ເຈຍ​ໄດ້​ລະ​ບຸ​ວ່າ ມີ​ປະ​ຊາ​ຊົນ​ເສຍ​ຊີ​ວິດ ຫລື ໄດ້​ຮັບ​ບາດ​ເຈັບ​ຈາກ​ລະ​ເບີດ​ຕົກ​ຄ້າງ​ທັງ​ໝົດ 154 ຄົນ ໃນ​ປີ 2014 ທີ່​ຜ່ານ​ມາ ແລະ ໃນ​ປີ 2013 ກໍ​ມີ​ຜູ້​ເສຍ​ຊີ​ວິດ​ທັງ​ໝົດ 111 ຄົນ.

 

CAMBODIA-HISTORY-BOMB

CAMBODIA-HISTORY-BOMB

CAMBODIA-HISTORY-BOMB

ບົດຄວາມຫຼ້າສຸດ

ໄທຜ່ານແລ້ວ! ກົດໝາຍສົມລົດເທົ່າທຽມ ສາມາດຈົດທະບຽນສົມລົດໄດ້ໃນຕົ້ນປີ 2025

ອີງຕາມສຳນັກຂ່າວ BBC ລາຍງານໃນວັນທີ 25 ກັນຍາ 2024 ນີ້ວ່າ ເວັບໄຊ້ ຣາຊກິດຈານຸເບກສາ ປະກາດ ກົດໝາຍສົມລົດເທົ່າທຽມ ມີຜົນບັງຄັບໃຊ້ 120 ວັນຫຼັງປະກາດ...

ສະພາບອາກາດປະຈຳວັນທີ 25 ກັນຍາ 2024

ຮ່ອງຄວາມກົດດັນອາກາດຕໍ່າຍັງສືບຕໍ່ພັດຜ່ານຢູ່ພາກກາງຂອງປະເທດ ສົມທົບກັບລົມມໍລະສຸມຕາເວັນຕົກສ່ຽງໃຕ້ພັດປົກຄຸມ ເຊິ່ງຈະເຮັດໃຫ້ຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມ ໃນລະດັບຄ່ອຍຫາປານກາງຢູ່ເກືອບທົ່ວໄປໃນແຕ່ລະພາກ ແລະ ຈະຕົກໜັ້ກຢູ່ບາງທ້ອງຖິ່ນພາກກາງພ້ອມມີລົມພັດແຮງບາງໂອກາດ (ອ່ານເພິ່ມລຸ່ມນີ້)

ແຂວງຢຸນນານ ສປ ຈີນ ມອບເຄື່ອງຊ່ວຍເຫຼືອ ແກ່ແຂວງບໍ່ແກ້ວ ມູນຄ່າ 70 ລ້ານກີບ

ວັນທີ 24 ກັນຍາ 2024 ນີ້, ທ່ານ ຢວນຢາພິງ ຫົວໜ້າ ກອງບັນຊາການຕໍາຫຼວດນໍ້າ ແຂວງຢູນນານ ສປ ຈີນ ພ້ອມຄະນະ ໄດ້ນຳເອົາເຂົ້າສານ,...

ກຽມເປີດລົດເມໂດຍສານລະຫວ່າງປະເທດ ອຸດອນ-ໜອງຄາຍ-ວັງວຽງ

ບໍລິສັດຂົນສົ່ງ (ບກສ) ຂອງປະເທດໄທ ກຽມເປີດແລ່ນລົດເມ ເສັ້ນທາງ ອຸດອນ-ສະໜາມບິນອຸດອນ-ໜອງຄາຍ-ວັງວຽງ ເພື່ອອໍານວຍຄວາມສະດວກ ໃຫ້ບັນດານັກທ່ອງທ່ຽວ ແລະ ມີແຜນສຶກສາ ເສັ້ນທາງໃໝ່ ອີກ 5 ເສັ້ນທາງ...