spot_img
Homeຂ່າວຕ່າງປະເທດປະ​ທາ​ນາ​ທິ​ບໍ​ດີ​ເກົາ​ຫລີ​ໃຕ້ ແຕ່ງ​ຕັ້ງ​ນາ​ຍົກ​ຜູ້​ໃໝ່ແລ້ວ ຫລັງ​ຜູ້​ເກົ່າ​ລາ​ອອກ ຍ້ອນ​ມີ​ຫາງ​ສຽງ​ຮັບ​ສິນ​ບົນ!

ປະ​ທາ​ນາ​ທິ​ບໍ​ດີ​ເກົາ​ຫລີ​ໃຕ້ ແຕ່ງ​ຕັ້ງ​ນາ​ຍົກ​ຜູ້​ໃໝ່ແລ້ວ ຫລັງ​ຜູ້​ເກົ່າ​ລາ​ອອກ ຍ້ອນ​ມີ​ຫາງ​ສຽງ​ຮັບ​ສິນ​ບົນ!

Published on

558000005985701
ທ່ານ ຮ​ວາງ ຄຽວ ອັນ ນາ​ຍົກ​ລັດ​ຖະ​ມົນ​ຕີ ແຫ່ງ ສ.ເກົາ​ຫລີ ຜູ້​ໃໝ່

ປະ​ທາ​ນາ​ທິ​ບໍ​ດີ ປັກ ກຶນ ເຮ ແຫ່ງ ສ.ເກົາ​ຫລີ ໄດ້​ແຕ່ງ​ຕັ້ງ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ຍຸດ​ຕິ​ທຳ ເປັນ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ແຫ່ງ​ເກົາ​ຫລີ​ໃຕ້ ຄົນ​ໃໝ່ໃນ​ມື້​ນີ້ (21 ພຶດ​ສະ​ພາ).

ສຳ​ນັກ​ຂ່າວ​ຕ່າງ​ປະ​ເທດ​ລາຍ​ງານ​ວ່າ ທ່ານ ນາງ ປັກ ກຶນ ເຮ ປະ​ທາ​ນາ​ທິ​ບໍ​ດີ ແຫ່ງ ສາ​ທາ​ລະ​ນະ​ລັດ​ເກົາ​ຫລີ ໄດ້​ແຕ່ງ​ຕັ້ງ ທ່ານ ຮ​ວາງ ຄຽວ ອັນ ອາ​ຍຸ 58 ປີ ເຊິ່ງ​ເປັນ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ຍຸດ​ຕິ​ທຳ ຂຶ້ນ​ເປັນ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ແຫ່ງປະ​ເທດ​ເກົາ​ຫລີ​ໃຕ້ຜູ້​ໃໝ່ ແທນ​ທ່ານ ລີ ວານ ຄູ ທີ່​ລາ​ອອກ​ຈາກ​ຕຳ​ແໜ໋ງ​ເມື່ອ​ເດືອນ​ເມ​ສາ​ທີ່​ຜ່ານ​ມາ ຈາກ​ກໍ​ລະ​ນີ​ຖືກ​ຫາງ​ສຽງ​ສັງ​ຄົມ ສົງ​ໄສ​ຮັບ​ສິນ​ບົນ​ຈາກ​ນັກ​ທຸ​ລະ​ກິດ​ຊື່​ດັງ.

ທັງ​ນີ້ ພາຍ​ໃຕ້​ລັດ​ຖະ​ບານ​ຂອງ​ທ່ານ ນາງ ປັກ ກຶນ ເຮ ແມ່ນ​ໄດ້​ປ່ຽນ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ແລ້ວ​ ເທື່ອ​ນີ້​ເປັນ​ເທື່ອ​ທີ 3 ເນື່ອງ​ຈາກ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຜູ້​ທຳ​ອິດ ທ່ານ ຊຸງ ຮອງ ວອນ ໄດ້​ລາ​ອອກ​ຈາກ​ຕຳ​ແໜ່ງ ຫລັງ​ຈາກ​ທີ່​ເກີດ​ເຫດ​ເຮືອ​ຂ້າມ​ຟາກ​ເຊວອນ​ຫລົ້ມ​ໃນ​ທະ​ເລ ເມື່ອ​ເດືອນ​ເມ​ສາ 2014 ທີ່​ຜ່ານ​ມາ, ສ່ວນ​ຜູ້​ທີສອງ ກໍ​ແມ່ນ​ທ່ານ ລີ ວານ ຄູ ເຊິ່ງ​ລາ​ອອກ​ໄປ​ແລ້ວ ຈົນ​ມາ​ເຖິງ​ ທ່ານ ຮ​ວາງ ຄຽວ ອັນ ໄດ້​ຖືກ​ແຕ່ງ​ຕັ້ງ​ໃຫ້​ດຳ​ລົງ​ຕຳ​ແໜ່ງ ເປັນ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ແທນ ເຊິ່ງ​ຕຳ​ແໜ່ງ​ດັ່ງ​ກ່າວ​ນີ້ ຈະ​ຕ້ອງ​ໄດ້​ຮັບ​ການ​ເຫັນ​ດີ​ຈາກ​ລັດ​ຖະ​ພາ​ເສຍ​ກ່ອນ.

 

ບົດຄວາມຫຼ້າສຸດ

ໄທຜ່ານແລ້ວ! ກົດໝາຍສົມລົດເທົ່າທຽມ ສາມາດຈົດທະບຽນສົມລົດໄດ້ໃນຕົ້ນປີ 2025

ອີງຕາມສຳນັກຂ່າວ BBC ລາຍງານໃນວັນທີ 25 ກັນຍາ 2024 ນີ້ວ່າ ເວັບໄຊ້ ຣາຊກິດຈານຸເບກສາ ປະກາດ ກົດໝາຍສົມລົດເທົ່າທຽມ ມີຜົນບັງຄັບໃຊ້ 120 ວັນຫຼັງປະກາດ...

ສະພາບອາກາດປະຈຳວັນທີ 25 ກັນຍາ 2024

ຮ່ອງຄວາມກົດດັນອາກາດຕໍ່າຍັງສືບຕໍ່ພັດຜ່ານຢູ່ພາກກາງຂອງປະເທດ ສົມທົບກັບລົມມໍລະສຸມຕາເວັນຕົກສ່ຽງໃຕ້ພັດປົກຄຸມ ເຊິ່ງຈະເຮັດໃຫ້ຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມ ໃນລະດັບຄ່ອຍຫາປານກາງຢູ່ເກືອບທົ່ວໄປໃນແຕ່ລະພາກ ແລະ ຈະຕົກໜັ້ກຢູ່ບາງທ້ອງຖິ່ນພາກກາງພ້ອມມີລົມພັດແຮງບາງໂອກາດ (ອ່ານເພິ່ມລຸ່ມນີ້)

ແຂວງຢຸນນານ ສປ ຈີນ ມອບເຄື່ອງຊ່ວຍເຫຼືອ ແກ່ແຂວງບໍ່ແກ້ວ ມູນຄ່າ 70 ລ້ານກີບ

ວັນທີ 24 ກັນຍາ 2024 ນີ້, ທ່ານ ຢວນຢາພິງ ຫົວໜ້າ ກອງບັນຊາການຕໍາຫຼວດນໍ້າ ແຂວງຢູນນານ ສປ ຈີນ ພ້ອມຄະນະ ໄດ້ນຳເອົາເຂົ້າສານ,...

ກຽມເປີດລົດເມໂດຍສານລະຫວ່າງປະເທດ ອຸດອນ-ໜອງຄາຍ-ວັງວຽງ

ບໍລິສັດຂົນສົ່ງ (ບກສ) ຂອງປະເທດໄທ ກຽມເປີດແລ່ນລົດເມ ເສັ້ນທາງ ອຸດອນ-ສະໜາມບິນອຸດອນ-ໜອງຄາຍ-ວັງວຽງ ເພື່ອອໍານວຍຄວາມສະດວກ ໃຫ້ບັນດານັກທ່ອງທ່ຽວ ແລະ ມີແຜນສຶກສາ ເສັ້ນທາງໃໝ່ ອີກ 5 ເສັ້ນທາງ...