spot_img
Homeຂ່າວຕ່າງປະເທດWHO ເປີດ​ເຜີຍ ພົບ​ຜູ້​ຕິດ​ເຊື້ອ​ອີ​ໂບ​ລາ​ລາຍ​ໃໝ່ຕໍ່​ເນື່ອງ ໃນ​ກີ​ນີ ແລະ ເຊຍ​ຣາ​ລີ​ໂອນ!

WHO ເປີດ​ເຜີຍ ພົບ​ຜູ້​ຕິດ​ເຊື້ອ​ອີ​ໂບ​ລາ​ລາຍ​ໃໝ່ຕໍ່​ເນື່ອງ ໃນ​ກີ​ນີ ແລະ ເຊຍ​ຣາ​ລີ​ໂອນ!

Published on

558000005970901

ອົງ​ການ​ອະ​ນາ​ໄມ​ໂລກ ຫລື WHO ເປີດ​ເຜີຍ​ໃນ​ມື້​ວັນ​ສຸກ​ທີ 20 ພຶດ​ສະ​ພາ​ຜ່ານ​ມາ​ນີ້​ວ່າ ພົບ​ຜູ້​ຕິດ​ເຊື້ອ​ໄວ​ຣັດ​ອີ​ໂບ​ລາ​ລາຍ​ໃໝ່ ເຖິງ 35 ຄົນ​ໃນ​ຮອບ 7 ມື້ ໃນ​ປະ​ເທດ​ກີ​ນີ ແລະ ເຊຍ​ຣາ​ລີ​ໂອນ ເຊິ່ງ​ຖື​ເປັນ​ການ​ພົບ​ຜູ້​ຕິດ​ເຊື້ອ​ໃໝ່ ທີ່​ສູງ​ຂຶ້ນ​ຈາກ​ອາ​ທິດ​ກ່ອນ​ໜ້າ ທີ່​ມີ​ຜູ້​ຕິດ​ເຊື້ອ​ພຽງ​ແຕ່ 9 ຄົນ.

ໃນ​ຈຳ​ນວນ​ຜູ້​ຕິດ​ເຊື້ອ​ໄວ​ຣັດ​ອີ​ໂບ​ລາ​ລາຍ​ໃໝ່ 35 ຄົນ​ນີ້ ແມ່ນ​ເປັນ​ຄົນ​ກີ​ນີ ສູງ​ເຖິງ 27 ຄົນ ນອກ​ນັ້ນ​ແມ່ນ​ເປັນ​ຊາວ​ເຊຍ​ຣາ​ລີ​ໂອນ, ຮອດ​ປັດ​ຈຸ​ບັນ ມີ​ຍອດ​ລວມ​ຂອງ​ຜູ້​ຕິດ​ເຊື້ອ​ທັງ​ໝົດ ພາຍ​ໃນ​ພາກ​ພື້ນ​ອາ​ຟ​ຣິ​ກາ​ຕາ​ເວັນ​ຕົກ ເພີ່ມ​ເປັນ 26,933 ຄົນ ໃນ​ນັ້ນ​ແມ່ນ​ເສຍ​ຊີ​ວິດ​ລ່າ​ສຸ​ດ 11,120 ຄົນ.

ລາຍ​ງານ​ຂ່າວ​ຍັງ​ລະ​ບຸ​ວ່າ ພົບ​ເຈົ້າ​ໜ້າ​ທີ່​ສາ​ທາ​ລະ​ນະ​ສຸກ ຊາວ​ເຊຍ​ຣາ​ລີ​ໂອນຄົນ​ໜຶ່ງ ຕິດ​ເຊື້ອ​ອີ​ໂບ​ລາ ໃນ​ຂະ​ນະ​ໃຫ້​ການ​ປິ່ນ​ປົວ​ໃກ້​ຊິດ​ກັບ​ຄົນ​ເຈັບທີ່​ຕິດ​ເຊື້ອ ໃນ​ນະ​ຄອນ​ຫລວງ​ຟ​ຣີ​ທາວ ໂດຍ WHO ໄດ້​ລະ​ບຸ​ວ່າ ນັບ​ຕັ້ງ​ແຕ່​ເກີດ​ການ​ລະ​ບາດ​ໃນ​ພາກ​ພື້ນ​ອາ​ຟ​ຣິ​ກາ​ຕາ​ເວັນ​ຕົກ​ເປັນ​ຕົ້ນ​ມາ ແມ່ນ​ມີ​ເຈົ້າ​ໜ້າ​ທີ່​ສາ​ທາ​ລະ​ນະ​ສຸກ ແລະ ບຸກ​ຄະ​ລາ​ກອນ​ການ​ແພດ ຕິດ​ເຊື້ອ​ໄປ​ແລ້ວ 869 ຄົນ ໃນ​ນັ້ນ​ເສຍ​ຊີ​ວິດ 507 ຄົນ.

 

 

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...