spot_img
Homeຂ່າວຕ່າງປະເທດອຸ​ບັດ​ເຫດ​ສະ​ເທືອນ​ຂັວນ! ລົດ​ເມ​ທ່ອງ​ທ່ຽວ​ຫວຽດ​ນາມ ຕຳ​ລົດ​ສົ່ງກຳ​ມະ​ກອນ​ຢູ່​ກຳ​ປູ​ເຈຍ ເສຍ​ຊີ​ວິດ 25 ຄົນ!

ອຸ​ບັດ​ເຫດ​ສະ​ເທືອນ​ຂັວນ! ລົດ​ເມ​ທ່ອງ​ທ່ຽວ​ຫວຽດ​ນາມ ຕຳ​ລົດ​ສົ່ງກຳ​ມະ​ກອນ​ຢູ່​ກຳ​ປູ​ເຈຍ ເສຍ​ຊີ​ວິດ 25 ຄົນ!

Published on

558000005907901

ສຳ​ນັກ​ຂ່າວ​ຕ່າງ​ປະ​ເທດ ລາຍ​ງານ​ໃນ​ວັນ​ທີ 19 ພຶ​ດ​ສະ​ພາ​ຜ່ານ​ມາ​ນີ້​ວ່າ ໄດ້​ເກີດ​ອຸ​ບັດ​ເຫດ​ສະ​ເທືອນ​ຂັວນ​ຂຶ້ນຢູ່​ກຳ​ປູ​ເຈຍ ໃນ​ຕອນ​ເຊົ້າ​ຂອງ​ມື້​ວັນ​ອັງ​ຄານ (19 ພຶດ​ສະ​ພາ) ເມື່ອ​ລົດ​ເມ​ບັນ​ທຸກ​ນັກ​ທ່ອງ​ທ່ຽວ​ຈາກ​ຫວຽດ​ນາມ ໄດ້​ຕຳ​ເຂົ້າ​ປະ​ສານ​ງາ​ກັບ​ລົດ​ໂດຍ​ສານ​ ເຊິ່ງບັນ​ທຸກ​ກຳ​ມະ​ກອນ​ຕັບ​ຫຍິບ​ຂອງ​ກຳ​ປ​ູ​ເຈຍ ​ເຮັດ​ໃຫ້​ມີ​ຜູ​້​ເສຍ​ຊີ​ວິດ​ທັງໝົດ 25 ຄົນ ແລະ ມີ​ຜູ້​ໄດ້​ຮັບ​ບາດ​ເຈັບ​ 17 ຄົນ ໃນ​ນັ້ນ​ອາ​ການ​ສາ​ຫັດ 5 ຄົນ ໂດຍ​ທັງ​ໝົດ​ເປັນ​ຊາວ​ກຳ​ປູ​ເຈຍ.

ເຫດ​ການ​ດັ່ງ​ກ່າວ​ເກີດ​ຂຶ້ນ ໃນ​ເມືອງ​ກຳ​ປົງຣໍ (Kampong Ro) ແຂວງ​ສວາຍ​ຣຽງ (Svay Rieng) ປະ​ເທດ​ກຳ​ປູ​ເຈຍ ເຊິ່ງ​ແຫລ່ງ​ຂ່າວ​ໄດ້​ລາຍ​ງານ​ວ່າ ລົດ​ເມ​ບັນ​ທຸກ​ນັກ​ທ່ອງ​ທ່ຽວ​ທີ່​ມາ​ຈາກ​ຫວຽດ​ນາມ​ນັ້ນ ກຳ​ລັງ​ຈະ​ເດີນ​ທາງ​ມຸ່ງ​ໜ້າ​ໄປ​ນະ​ຄອນ​ຫລວງ​ພະ​ນົມ​ເປັນ ແຕ່​ກໍ​ມາ​ເກີດ​ເຫດ​ສະ​ຫລົດ​ເສຍ​ກ່ອນ ໂດຍ​ຄູ່​ກໍ​ລະ​ນີ​ແມ່ນ​ກຳ​ລັງ​ໂດຍ​ສານ​ກຳ​ມະ​ກອນ​ໂຮງ​ງານ​ຕັດ​ຫຍິບ ເພື່ອ​ອອກ​ໄປ​ເຮັດ​ວຽກ​ຕາມ​ປົກ​ກະ​ຕິ, ດ້ານ​ຕຳ​ຫລວດ​ແຂວງ​ສວາຍ​ຣຽງ ໄດ້​ຈັບ​ກຸມ​ພະ​ນັກ​ງານ​ຂັບ​ລົດ ຂອງ​ບໍ​ລິ​ສັດທ່ອງ​ທ່ຽວ ໄດ້​ດຳ​ເນີນ​ຄະ​ດີ ພ້ອມ​ທັງ​ສອບ​ສວນ​ເຖິງ​ສາ​ເຫດ​ຂອງ​ອຸ​ບັດ​ເຫດ​ສະ​ເທືອນ​ຂັວນ​ດັ່ງ​ກ່າວ​ນີ້.

 

ບົດຄວາມຫຼ້າສຸດ

ງົດງາມທີ່ສຸດຈາກທົ່ວໂລກ ຕາດກວາງຊີ ແຂວງຫຼວງພະບາງ ຖືຈັດຢູ່ໃນ 21 ນໍ້າຕົກທີ່ສວຍງາມຈາກທົ່ວໂລກ ປີ 2025

ວາລະສານ ການທ່ອງທ່ຽວຊື່ດັງຂອງໂລກ Travel + Leisure ໄດ້ຈັດອັນດັບ Top 21 Most Beautiful Waterfalls in the World...

ໄທເລີ່ມປະຕິບັດແລ້ວ ທະນາຄານເລີ່ມປາບປາມຂະບວນການບັນຊີມ້າ ຖ້າກວດພົບຄວາມສົງໄສ ຈະອາຍັດບັນຊີທັນທີ

ບັນຊີມ້າແມ່ນບັນຊີທະນາຄານທີ່ຖືກນໍາໃຊ້ໂດຍອາດຊະຍາກອນ ເພື່ອເກັບເງິນ ຫຼື ຟອກເງິນທີ່ໄດ້ມາແບບຜິດກົດໝາຍ ແມ່ນບັນຊີທີ່ຖືກຈ້າງໃຫ້ເປີດ ຫຼື ຖືກລັກຂໍ້ມູນໄປໃຊ້ ເພື່ອເປັນທາງຜ່ານຂອງເງິນທີ່ໄດ້ມາຈາກການກະທຳຜິດກົດໝາຍ ລວມທັງການພະນັນ. ໃນຊ່ວງໜຶ່ງອາທິດທີ່ຜ່ານມາ ທາງທະນາຄານເເຫ່ງປະເທດໄທ ເລີ່ມກວດສອບ ແລະ ລົງມືປະຕິບັດຢ່າງເຂັ້ມງວດ ໃນການອາຍັດບັນຊີມ້າ...

ຄວາມຫວັງໃໝ່ຂອງເນປານ ແຕ່ງຕັ້ງລັດຖະມົນຕີຄົນໃໝ່ ໂດຍຈະປະຕິບັດໜ້າຮັກສາການ 6 ເດືອນ

ພາຍຫຼັງຄວາມວຸ່ນວາຍຂອງເຫດການປະທ້ວງໃນປະເທດເນປານ ເຮັດໃຫ້ອະດີດນາຍຍົກລັດຖະມົນຕີໄດ້ລາອອກ ພ້ອມທັງເດີນທາງອອກນອກປະເທດ ນຳພາໃຫ້ເນປານບໍ່ມີຄົນດຳລົງຕໍາເເໜ່ງນາຍົກລັດຖະມົນຕີໃນໄລຍະໜຶ່ງ. ເຊິ່ງໃນວັນທີ 12 ກັນຍາ 2025 ທີ່ຜ່ານມາ, ໄດ້ມີການປະກາດແຕ່ງຕັ້ງ ທ່ານ ນາງ  ສຸຊີລາ ກາກີ ຂຶ້ນຮັບຕໍາແໜ່ງຮັກສາການນາຍົກລັດຖະມົນຕີ...

ສະຫຼົດ! ຊາຍອາຍຸ 26 ປີ (ເສຍຊີວິດ) ຍ້ອນຂັບລົດຕຳງົວ ທີ່ບ້ານວຽງແກ້ວ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ

ບັນຫາການປ່ອຍສັດຊະຊາຍ ສ່ຽງເຮັດໃຫ້ຄົນອື່ນເກີດອຸບັດຕິເຫດ ເຖິງຂັ້ນເສຍຊີວິດໄດ້. ບັນຫາການປ່ອຍສັດລ້ຽງ (ງົວ, ຄວາຍ, ແບ້, ມ້າ...) ຍັງຄົງຖືກພົບເຫັນເລື້ອຍໆຢູ່ຫຼາຍໆຂົງເຂດ ຕັ້ງແຕ່ເຂດຊານເມືອງຈົນໄປເຖິງໃນເມືອງ. ຈົນກາຍເປັນຄວາມເຄີຍຊິນໄປແລ້ວສຳລັບຜູ້ສັນຈອນໄປມາທີ່ຕ້ອງລະວັງເອງ ແຕ່ບາງຄັ້ງກໍມີອຸບປະຕິເຫດຕາມມາ ເຊັ່ນ: ລົດໃຫຍ່ຕຳງົວ, ລົດຈັກຕຳງົວ,...