spot_img
Homeປ່ອງຢ້ຽມດວງດາວນັກ​ດາ​ລາ​ສາດ ຄົ້ນ​ພົບ​ກາ​ແລັກ​ຊີ ທີ່ໄກທີ່​ສຸດ​ເທົ່າ​ທີ່​ມະ​ນຸດ​ເຄີຍ​ຄົ້ນ​ພົບ!

ນັກ​ດາ​ລາ​ສາດ ຄົ້ນ​ພົບ​ກາ​ແລັກ​ຊີ ທີ່ໄກທີ່​ສຸດ​ເທົ່າ​ທີ່​ມະ​ນຸດ​ເຄີຍ​ຄົ້ນ​ພົບ!

Published on

z-1_860

ນັກ​ດາ​ລາ​ສາດ​ຄົ້ນ​ພົບ ໜຶ່ງ​ໃນ​ກາ​ແລັກ​ຊີ​ທີ່​ໄກ​ທີ່​ສຸດ ເທົ່າ​ທີ່​ມະ​ນຸດ​ເຄີຍ​ຄົ້ນ​ພົບ ຢູ່​ຫ່າງ​ຈາກ​ໂລກ​ເຖິງ 13,100 ລ້ານ​ປີ​ແສງ.

ເວັບ​ໄຊ space.com ໄດ້​ລາຍ​ງານ​ເລື່ອງ​ດັ່ງ​ກ່າວ ໃນ​ມື້​ວັນ​ທີ 5 ພຶດ​ສະ​ພາ​ຜ່ານ​ມາ​ນີ້​ວ່າ ນັກ​ດາ​ລາ​ສາດ​ໄດ້​ຄົ້ນ​ພົບ​ອີກ​ກາ​ແລັກ​ຊີ​ໜຶ່ງ​ທີ່​ໄກ​ທີ່​ສຸດ ເທົ່າ​ທີ່​ມະ​ນຸດ​ເຄີຍ​ຄົ້ນ​ພົບ ໂດຍ​ມີ​ໄລ​ຍະ​ທາງ​ໄກ​ຈົນ​ເກີນ​ຈິນ​ຕະ​ນາ​ການ ຢູ່​ທີ່ 13,100 ປີ​ແສງ ຫລື ເອີ້ນ​ໄດ້​ວ່າ ແສງ​ຈາກ​ກາ​ແລັກ​ຊີ​ດັ່ງ​ທີ່​ເຮົາ​ເຫັນ​ໃນ​ມື້​ນີ້​ນັ້ນ ແມ່ນ​ເກີດ​ຂຶ້ນໃນ​ອະ​ດີດ​ເມື່ອ 13,100 ລ້ານ​ປີ​ກ່ອນ.

ກາ​ແລັກ​ຊີ​ນີ້ມີ​ຊື່​ວ່າ EGS-zs8-1 ຖືກ​ຄົ້ນ​ພົບ​ໂດຍ​ນັກ​ດາ​ລາ​ສາດ ຈາກ​ມະ​ຫາ​ວິ​ທະ​ຍາ​ໄລ​ເຢນ ແລະ ມະ​ຫາ​ວິ​ທະ​ຍາ​ໄລ​ຊານ​ຕາ​ຄ​ຣູດ ກາ​ລິ​ຟໍ​ເນຍ ໂດຍ​ໃຊ້​ກ້ອງ​ໂທ​ລະ​ທັດ​ຂະ​ໜາດ​ໃຫຍ່​ເຖິງ 3 ເທົ່າຕົວ ເຊິ່ງ​ໄດ້​ພົບ​ກາ​ແລັກ​ຊີ​ດັ່ງ​ກ່າວ ປະ​ກົດ​ເປັນ​ແສງ​ສີ​ຟ້າ​ຈາງ ແລະ ນ້ອຍ​ຫລາຍ ຕ້ອງ​ໄດ້​ໃຊ້​ກ້ອງ​ໂທ​ລະ​ທັດ​ຂະ​ໜາດ​ໃຫຍ່ ແລະ ຄຸນ​ນະ​ພາບ​ສູງ​ເທົ່າ​ນັ້ນ ຈິ່ງ​ຈະ​ສ່ອງ​ເຫັນ.

ທ່ານ ກາດ ອິນ​ລິງ​ເວີດ ຈາກ​ມະ​ຫາ​ວິ​ທະ​ຍາ​ໄລ​ຊານ​ຕາ​ຄ​ຣູດ ກາ​ລິ​ຟໍ​ເນຍ ເປີດ​ເຜີຍ​ວ່າ ກາ​ແລັກ​ຊີ​ແຫ່ງ​ນີ້ ໃຫ້​ກຳ​ເນີດ​ດາວ​ລຶກ ຫລາຍ​ກ່​ວາ​ດາວ​ລຶກ ໃນ​ກາ​ແລັກ​ຊີ​ທາງ​ຊ້າງ​ເຜືອກ​ຂອງ​ພວກ​ເຮົາ 80 ເທົ່າ, ໂດຍ​ການ​ຄົ້ນ​ພົບ​ໃນ​ຄັ້ງ​ນີ້ ແມ່ນ​ຈະ​ຊ່ວຍ​ໃຫ້​ມີ​ການ​ສຶກ​ສາ​ເຖິງ ວິ​ວັດ​ທະ​ຍາ​ການ​ຂອງ​ກາ​ແລັກ​ຊີ ວ່າ​ໃນ​ຕອນ​ທຳ​ອິດ​ຂອງ​ຍຸກ​ກາ​ແລັກ​ຊີ​ນັ້ນ ມີ​ການ​ກໍ່​ກຳ​ເນີດ​ຂຶ້ນ​ມາ​ຄື​ແນວ​ໃດ ເຮັດ​ໃຫ້​ການ​ຄົ້ນ​ພົບ​ໃນ​ຄັ້ງ​ນີ້ ຈິ່ງ​ເປັນ​ການ​ຄົ້ນ​ພົບ​ທີ່​ມີ​ປະ​ໂຫຍດ​ມະ​ຫາ​ສານ ສຳ​ລັບ​ມະ​ນຸດ​ພວກ​ເຮົາ.

 

(ພາບ​ຈາກ: NASA)

ບົດຄວາມຫຼ້າສຸດ

ສາຍກິນດິບໃຫ້ລະວັງ! ພະຍາດໃບໄມ້ໃນປອດທີ່ເກີດຈາກການກິນດິບ ໂດຍສະເພາະເມນູກຸ້ງເຕັ້ນ ແລະ ປູດິບຈາກແຫຼ່ງນໍ້າຈືດ

ພະຍາດໃບໄມ້ໃນປອດ ເກີດຈາກການກິນອາຫານດິບ ແລະ ສຸຂະອະນາໄມໃນການປຸງແຕ່ງອາຫານ ສາຍກິນດິບຄວນລະວັງ, ເມື່ອບໍ່ດົນມານີ້,ມີກໍລະນີເດັກນ້ອຍອາຍຸ 14 ປີ ຈາກ ສ.ເກົາຫຼີ ທີ່ມັກກິນກຸ້ງສົດ ແລະ ປູສົດນໍ້າຈືດ ມີອາການຫາຍໃຈລໍາບາກ, ໄອມີເສມຫະ...

ເກີດຂຶ້ນ 1 ໃນ 8 ລ້ານ ຕ້ອງໄດ້ທຳການຜ່າອອກດ່ວນ ຍິງຊາວອິນເດຍພົບໂຕອ່ອນມາຢູ່ໃນຕັບ

ຍິງຊາວອິນເດຍມີອາການເຈັບທ້ອງ ຜົນສະແກນ MRI ພົບວ່າມີໂຕອ່ອນມາຢູ່ໃນຕັບ ເຊິ່ງເກີດຂຶ້ນໄດ້ຍາກມີພຽງ 45 ກໍລະນີ ໃນທົ່ວໂລກ ຈາກກໍລະນີຍິງຊາວອິນເດຍ ອາຍຸ 35 ປີ, ທີ່ກຳລັງຖືພາ 12 ອາທິດ...

ຍອດຜູ້ເສຍຊີວິດທະລຸ 1,400 ຄົນ ຈາກເຫດແຜ່ນດິນໄຫວໃນອັບການິສຖານ

ອັບເດດຍອດຜູ້ເສຍຊີວິດຈາກເຫດການແຜ່ນດິນໄຫວໃນອັບການິສຖານ ຄວາມຮຸນແຮງ 6.0 ຣິກເຕີ ຫຼ້າສຸດມີລາຍງານການເສຍຊີວິດເພີ່ມຂຶ້ນເປັນ 1,400 ຄົນ ແລະ ບາດເຈັບອີກຫຼາຍພັນຄົນ. ອີງຕາມສຳນັກຂ່າວຮອຍເຕີລາຍງານໃນວັນທີ 2 ກັນຍາ 2025, ກ່ຽວກັບເຫດການແຜ່ນດິນໄຫວໃນອັບການິສຖານ ເຮັດໃຫ້ມີຍອດຜູ້ເສຍຊີວິດເພີ່ມຂຶ້ນເປັນ...

ຫວຽດນາມ ຈັດພິທີສະຫລອງ 80 ປີ ການປະຕິວັດເດືອນສິງຫາ ແລະ ວັນຊາດ.

ສະເຫຼີມສະຫຼອງຢ່າງຍິ່ງໃຫຍ່! ປະທານປະເທດແຫ່ງ ສປປ ລາວ ເຂົ້າຮ່ວມ ພິທີສະເຫລີມສະຫລອງ 80 ປີ ການປະຕິວັດເດືອນສິງຫາທີ່ສຳເລັດຜົນ ແລະ ວັນຊາດ ສສ ຫວຽດນາມ. ໃນເຊົ້າວັນທີ 2...