Homeຄວາມງາມໃຊ້​ນ້ຳກ້ອນ​ຕິດທ້ອງ​ 30 ນາ​ທີ ລຸດ​ຄວາມຕຸ້ຍໄດ້​ແທ້

ໃຊ້​ນ້ຳກ້ອນ​ຕິດທ້ອງ​ 30 ນາ​ທີ ລຸດ​ຄວາມຕຸ້ຍໄດ້​ແທ້

Published on

ice_pack_stomach-450x280

      ປົກກະຕິ​ນ້ຳກ້ອນ​ຈະ​ຖືກ​ນຳ​ມາ​ໃຊ້​ເພື່ອ​ລຸດ​ອາການ​ບວມ​ຫລື​ລຸດ​ການ​ອັກ​ເສບລ່າ​ສຸດ​ນັກ​ວິທະຍາ​ສາດ​ໂຮງຮຽນ ແພດແຫ່ງ​ມະຫາ​ວິທະຍາ​ໄລ ເຄນຕັກກີ ພົບ​ວ່ານ້ຳ​ກ້ອນສາມາດ​ຊ່ວຍລຸດ​ນ້ຳ​ໜັກໄດ້​ແທ້ພຽງ​ແຕ່​ໃຊ້​ນ້ຳ​ກ້ອນ​ຕິດ​ບໍລິເວນ​ທີ່​ມີ​ການ​ສະ​ສົມ​ໄຂ​ມັນ​ຫລາຍ​ໆຢ່າງຕົ້ນ​ຂາ,ສະ​ໂພກ,ໜ້າ​ທ້ອງພຽງ​ 30 ນາ​ທີກໍ​ສາມາດ​ຊ່ວຍ​ເຜົາ​ຜານ​ແຄ​ລໍ​ລີ່​ໄດ້​ແລ້ວ

ຄົນ​ເຮົາ​ມີ​ເນື້ອ​ເຍື່ອໄຂມັນ​ຢູ່ 2 ປະເ​ພດຄື ໄຂ​ມັນ​ຂາວທີ່​ເຮັດໃຫ້​ໜ້າ​ທ້ອງ​ແລະ​ສະ​ໂພກ​ອວບ​ອັ໋ນ​ຈົນ​ກາຍ​ເປັນ​ຄວາມຕຸ້ນໄຂ​ມັນ​ນ້ຳ​ຕານຈະ​ຖືກຮ່າງກາຍເຜົາຜານໃຫ້ກາຍ ເປັນພະລັງ​ງານ ນ້ຳ​ກ້ອນ​ຈຶ່ງ​ໄປ​ຊ່ວຍ​ກະຕຸ້ນ​ຮ່າງກາຍ​ໃຫ້​ປ່ຽນ​ໄຂ​ມັນ​ຂາວ​ໃຫ້​ກາຍ​ເປັນ​ໄຂ​ມັນ​ນ້ຳ​ຕານ​ນັ້ນ​ເອງ

ນັກ​ວິທະຍາ​ສາດ​ໄດ້​ຄົ້ນ​ພົບ​ວ່າ​ໄຂ​ມັນ​ສີ​ຂາວ​ເມື່ອ​ໄດ້ຮັບ​ຄວາມ​ເຢັນ​ຈະ​ສາມາດ​ປ່ຽນ​ຊະນິດ​ເປັນ​ໄຂ​ມັນ​ສີ​ນ້ຳ​ຕານ​ໄດ້​ນັກ​ວິ​ໄຈ​ຈຶ່ງ​ຮຽກ​ມັນ​ວ່າ ສີ​ເບສ ຊຶ່ງ​ກ່ອນ​ໜ້າ​ນີ້​ຄິ​ນິກ​ເສີມ​ຄວາມ​ງາມ​ຕ່າງໆກໍ​ໄດ້​ມີ​ການ​ໃຊ້​ຄວາມ​ເຢັນ​ມາ​ຕິດ​ບໍລິເວນ​ທີ່​ມີ​ໄຂ​ມັນ​ສ່ວນ​ເກີນ​ເພື່ອລຸດ​ຄວາມ​ຕຸ້ຍດ້ວຍ​ເຊັ່ນ​ກັນ

ບົດຄວາມຫຼ້າສຸດ

ຫວຽດນາມ ຈະສ້າງໄຟຟ້າພະລັງງານລົມ Savan 2 ມູນຄ່າສູງເຖິງ 768 ລ້ານໂດລາສະຫະລັດ ຫຼື ປະມານ 17 ພັນຕື້ກີບ

ກຸ່ມບໍລິສັດ T&T Group ຂອງຫວຽດນາມ ສືບຕໍ່ລົງທຶນໃຫຍ່! ເປີດໂຕໂຄງການໄຟຟ້າພະລັງງານລົມ "Savan 2" ເກືອບ 500 MW ຢູ່ແຂວງສະຫວັນນະເຂດ (ຝ່າຍຫວຽດນາມເປັນຜູ້ຈ່າຍ ແລະ...

ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ

ໂດຍຕອບສະໜອງຕາມຄໍາເຊື້ອເຊີນ ຂອງສະຫາຍ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສະຫາຍ ເລ ມິງ ຮຶງ, ນາຍົກລັດຖະມົນຕີ...

ສອງນາຍົກລັດຖະມົນຕີ ລາວ – ຫວຽດນາມ ຮ່ວມກັນ ເປີດໂຄງການກໍ່ສ້າງ ມະຫາວິທະຍາໄລມິດຕະພາບ ລາວ – ຫວຽດນາມ

ໃນການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ, ທ່ານ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ແລະ ທ່ານ...

ຮອງປະທານສະພາແຫ່ງຊາດ ຕາງໜ້າໃຫ້ ຄປຈສພຊ ປະກອບ 16 ຄໍາເຫັນຕໍ່ບົດລາຍງານຂອງລັດ

ວັນທີ 5 ຕຸລາ 2026, ທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ ໄດ້ຕາງໜ້າໃຫ້ຄະນະປະຈຳສະພາແຫ່ງຊາດ (ຄປຈສພຊ) ປະກອບຄໍາເຫັນຕໍ່ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ...