spot_img
Homeຂ່າວຕ່າງປະເທດຊາ​ອຸ​ດິ​ອາ​ຣະ​ເບຍ ປະ​ກາດ​ຮັບ​ສະ​ໝັກ​ເພັດ​ຊະ​ຄາດ 8 ຕຳ​ແໜ່ງ ຫລັງ​ນັກ​ໂທດ​ປະ​ຫານ​ເພີ່ມ​ຂຶ້ນ​ສູງ!

ຊາ​ອຸ​ດິ​ອາ​ຣະ​ເບຍ ປະ​ກາດ​ຮັບ​ສະ​ໝັກ​ເພັດ​ຊະ​ຄາດ 8 ຕຳ​ແໜ່ງ ຫລັງ​ນັກ​ໂທດ​ປະ​ຫານ​ເພີ່ມ​ຂຶ້ນ​ສູງ!

Published on

558000005869701

ທາງ​ການ​ຊາ​ອຸ​ດິ​ອາ​ຣະ​ເບຍ ປະ​ກາດ​ໃນ​ມື້​ວັນ​ຈັນ​ທີ 18 ພຶດ​ສະ​ພາ​ຜ່ານ​ມາ​ນີ້ ເພື່ອ​ຮັບ​ສະ​ມັກ ເພັດ​ຊະ​ຄາດ ຈຳ​ນວນ 8 ຕຳ​ແໜ່ງ ຫລັງ​ຈຳ​ນວນ​ຜູ້​ຖືກ​ຕັດ​ສິນ​ປະ​ຫານ​ຊີ​ວິດ​ເພີ່ມ​ສູງ​ຂຶ້ນ ເຮັດ​ໃຫ້​ເພັດ​ຊະ​ຄາດ​ທີ່​ມີ​ຢູ່​ບໍ່​ພຽງ​ພໍ.

ສຳ​ນັກ​ຂ່າວ​ຕ່າງ​ປະ​ເທດ ລາຍ​ງານ​ໃນ​ວັນ​ທີ 19 ພຶດ​ສະ​ພາ​ນີ້​ວ່າ ທາງ​ການຊາ​ອຸ​ດິ​ອາ​ຣະ​ເບຍ ​ໄດ້​ເປີດ​ຮັບ​ຂ້າ​ລາ​ຊະ​ການ​ໃໝ່ ໃນ​ຕຳ​ແນ່ງ​ເພັດ​ຊະ​ຄາດ ເພີ່ມ​ອີກ 8 ຕຳ​ແໜ່ງ ເຊິ່ງ​ມີ​ຂຶ້ນ​ທ່າມ​ກາງ​ຫາງ​ສຽງ​ໂຈມ​ຕີ​ວິ​ພາກວິ​ຈານ​ ຈາກ​ນັກ​ເຄື່ອນ​ໄຫວ​ດ້ານ​ສິດ​ທິ​ມະ​ນຸດ​ໃນ​ທົ່ວ​ໂລກ ທີ່​ໄດ້​ລະ​ບຸ​ວ່າ ຊາ​ອຸ​ດິ​ອາ​ຣະ​ເບຍ ເປັນ​ປະ​ເທດ​ທີ່​ມີ​ການ​ປະ​ຫານ​ຊີ​ວິດ​ນັກ​ໂທດສູງ​ທີ່​ສຸດ​ປະ​ເທດ​ໜຶ່ງ​ຢູ່​ໃນ​ໂລກ.

ລ່າ​ສຸດ​ໃນ​ມື້​ວັນ​ທີ 17 ພຶດ​ສະ​ພາ​ຜ່ານ​ມາ​ນີ້ ທາງ​ການ​ຊາ​ອຸ​ດິ​ອາ​ຣະ​ເບຍ ກໍ​ໄດ້​ປະ​ຫານ​ຊີ​ວິດ​ນັກ​ໂທດ​ຊາຍ​ຄົນ​ໜຶ່ງ ດ້ວຍ​ການ​ຕັດ​ຄໍ ເຊິ່ງ​ຖື​ເປັນ​ນັກ​ໂທດ​ຄົນ​ທີ 85 ແລ້ວ​ທີ່​ຖືກ​ປະ​ຫານ​ພາຍ​ໃນ​ປີ 2015 ນີ້ ເຊິ່ງ​ຄາດ​ວ່າ​ອາດ​ມີ​ທ່າ​ອ່ຽງ​ສູງ​ຂຶ້ນ ກາຍ​ສະ​ຖິ​ຕິ​ປີ​ກາຍ ທີ່​ມີ​ນັກ​ໂທດ​ຖືກ​ປະ​ຫານ​ລວມ​ທັງ​ໝົດ 88 ຄົນ.

ທັງ​ນີ້ ຜູ້​ທີ່​ຖືກ​ໂທດ​ຕັດ​ສິນ​ປະ​ຫານ​ຊີ​ວິ​ດໂດຍ​ສ່ວນ​ໃຫຍ່ ໃນ​ລາ​ຊະ​ອາ​ນາ​ຈັກ​ຊາ​ອຸ​ດິ​ອາ​ຣະ​ເບຍ ແມ່ນ​ເປັນ​ຜູ້​ທີ່​ມີ​ຄວາມ​ຜິດ​ຖານ​ຄາດ​ຕະ​ກຳ ແລະ ຄວາມ​ຜິດ​ກ່ຽວ​ກັບ​ຢາ​ເສບ​ຕິດ ເຊິ່ງ​ເຄິ່ງ​ໜຶ່ງ​ຂອງ​ນັກ​ໂທດ​ປະ​ຫານ ແມ່ນ​ເປັນ​ພົນ​ລະ​ເມືອງ​ຂອງ​ຊາ​ອຸ​ດິ​ອາ​ຣະ​ເບຍ​ເອງ.

 

ບົດຄວາມຫຼ້າສຸດ

ຣັດເຊຍເກີດແຜ່ນດິນໄຫວຮຸນແຮງລະດັບ 8.7 ຣິກເຕີ ທາງດ້ານຍີ່ປຸ່ນກຽມຮັບມືກັບຄຶ້ນໃຫຍ່ສຶນາມິ

ທາງການຣັດເຊຍເປີດເຜີຍ: ຄຶ້ນສຶນາມິສູງ 3-4 ແມັດ ພັດເຂົ້າສູ່ແຄມຝັ່ງທາງຕາເວັນອອກ ຫຼັງເກີດແຜ່ນດິໄຫວລະດັບ 8.7 ຣິກເຕີ ເບື້ອງຕົ້ນບໍ່ມີລາຍງານຜູ້ເສຍຊີວິດ ແລະ ບາດເຈັບ. ອີງຕາມສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 30 ກໍລະກົດ 2025,...

ເສຍຫາຍຫຼາຍສົມຄວນ! ປະເມີນຜົນກະທົບຈາກໄພພິບັດ ແລະ ແນວທາງການຊ່ວຍເຫຼືອຟື້ນຟູ

ລາວໄດ້ຮັບຜົນກະທົບທັງໝົດ 34 ເມືອງ ແລະ ເສຍຊີວິດ 4 ຄົນ ຈາກຜົນກະທົບຈາກພາຍຸວິພາ ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ຈັດກອງປະຊຸມເພື່ອປຶກສາຫາລືກ່ຽວກັບການປະເມີນຜົນກະທົບ, ຜົນເສຍຫາຍ ແລະ ແນວທາງຟື້ນຟູສຸກເສີນ ບັນດາແຂວງທີ່ໄດ້ຮັບຜົນກະທົບຈາກພາຍຸວິພາ ໃນວັນທີ...

ທ່ານຮູ້ຫຼືບໍ່? ສິນຄ້າສົ່ງອອກ ທີ່ໄດ້ຮັບການຍົກເວັ້ນ ອມພ (VAT) ມີຫຍັງແດ່?

ທ່ານຮູ້ຫຼືບໍ່? ສິນຄ້າສົ່ງອອກ ທີ່ໄດ້ຮັບການຍົກເວັ້ນ ອມພ (VAT) ມີຫຍັງແດ່? ອມພ ອາກອນມູນຄ່າເພີ່ມ ຫຼື VAT : ແມ່ນອາກອນມູນຄ່າເພີ່ມທີ່ເກັບຕາມມູນຄ່າສິນຄ້າ ຫຼື ການບໍລິການໃນປະເທດ ແລະ...

ຂ່າວດີ! ສົກຮຽນ 2025-2026 ມຊ ຈະຮັບນັກສຶກສາໃໝ່ 5.670 ຄົນ

ສົກຮຽນ 2025-2026 ມະຫາວິທະຍາໄລແຫ່ງຊາດ(ມຊ) ມີແຜນຮັບນັກສຶກສາໃໝ່ ໃນທຸກໆຫລັກສູດປະລິນຍາຕີ ຈໍານວນ 5.670 ຄົນ. ໃນສົກສຶກສາ 2025-2026 ມະຫາວິທະຍາໄລແຫ່ງຊາດ(ມຊ) ມີແຜນຮັບນັກສຶກສາໃໝ່ ໃນທຸກໆຫລັກສູດປະລິນຍາຕີ ຈໍານວນ 5.670...