Homeອຸບັດເຫດແລະປາກົດການຫຍໍ້ທໍ້ລັດ­ຖະ­ບານ​ໄທ ໃຫ້​ທຶນ​ຊ່ວຍ­ເຫຼືອ​ກໍ່­ສ້າງ​ສູນ​ບຳ­ບັດ​ຢາ​ເສບ​ຕິດ ຢູ່​ແຂວງ​ວຽງ​ຈັນ

ລັດ­ຖະ­ບານ​ໄທ ໃຫ້​ທຶນ​ຊ່ວຍ­ເຫຼືອ​ກໍ່­ສ້າງ​ສູນ​ບຳ­ບັດ​ຢາ​ເສບ​ຕິດ ຢູ່​ແຂວງ​ວຽງ​ຈັນ

Published on

DSC_0881

ວັນ​ທີ 18 ພຶດ­ສະ­ພາ 2015 ທີ່​ໂຮງ­ໝໍ​ເມືອງ​ໂພນ​ໂຮງ ແຂວງວຽງ​ຈັນ ໄດ້​ຈັດ​ມີ​ພິ­ທີ​ວາງສີ​ລາເລີກ​ໂຄງ­ການ​ກໍ່­ສ້າງ​ອາ­ຄານ​ສູນບຳ­ບັດ ແລະ ຟື້ນ​ຟູ​ຜູ້​ຕິດ​ຢາ​ເສບຕິດ ແລະ ການປັບ­ປຸງ​ອາ­ຄານຄົນ​ເຈັບ​ພາຍ​ນອກ​ເປັນ​ສູນ​ຮອງຮັບ​ຜູ້​ໄດ້​ຮັບ​ອຸ­ບັດ​ຕິ​ ເຫດ ແລະ ສົ່ງຕໍ່ ໂດຍທຶນ​ຊ່ວຍ­ເຫຼືອ​ຈາກ​ລັດຖະ​ບານ​ໄທ ພາຍ​ໃຕ້​ຂອບ​ການຮ່ວມ​ມື​ດ້ານ​ວິ­ຊາ​ການ ລາວ-ໄທ ເຊິ່ງ​ປະ­ກອບ​ມີ​ການ​ກໍ່­ສ້າງ​ອາຄານ ການ​ພັດ­ທະ­ນາ​ບຸກ​ຄະ­ລາກອນ ແລະ ການ​ສະ­ໜອງອຸ­ປະກອນ​ທາງ​ການ​ແພດ​ລວມ​ມູນ​ຄ່າທັງ​ໝົດ ຈຳ­ນວນ 50 ລ້ານ​ບາດ ຫຼື ປະ­ມານ 12,5 ຕື້​ກີບ ຕາງ­ໜ້າລັດ­ຖະ­ບານ​ລາວ ແມ່ນ​ທ່ານ ທອງ​ລຸນ ສີ​ສຸ​ລິດ ຮອງ​ນາ­ຍົກ​ລັດຖະ​ມົນ­ຕີ ລັດ­ຖະ­ມົນ­ຕີ​ວ່າການ​ກະຊວງ​ການ​ຕ່າງ­ປະ­ເທດ ແລະ ຕາງ­ໜ້າ​ລັດ­ຖະ­ບານ​ໄທ ແມ່ນທ່ານພົນ​ເອກ ທະ­ນະ​ສັກ ປະ­ຕິມາ​ປຣະ​ກອນ ຮອງ​ນາ­ຍົກ​ລັດ​ຖະມົນ­ຕີ​ລັດ­ຖະ­ມົນ­ຕີ​ວ່າ­ການ​ກະຊວງ​ການ​ຕ່າງ­ປະ­ເທດ ເປັນ​ປະ­ທານ​ໃນ​ພິ­ທີ ນອກຈາກ​ນັ້ນ ຍັງ​ມີ​ທ່ານ​ລັດ­ຖະ­ມົນ­ຕີວ່າ­ການ​ກະ­ຊວງ​ສາ­ທາ­ລະ­ນະ​ສຸກ ທ່ານ​ເຈົ້າແຂວງ​ວຽງ​ຈັນ ມີ​ທ່ານທູດ​ລາວ ປະ­ຈຳ​ປະ­ເທດໄທ ທ່ານທູດ​ໄທ ປະ­ຈຳລາວ ແລະ ພະ­ນັກ­ງານ​ຈາກ​ກະ­ຊວງ ຂະແໜງ​ການ​ທີ່​ກ່ຽວ­ຂ້ອງ​ຂອງ ສປປ ລາວ ແລະ ຣາ​ຊະ​ອາ­ນາ­ຈັກ​ໄທ ເຂົ້າ​ຮ່ວມ.

ໂຄງ­ການ​ດັ່ງ­ກ່າວ​ແມ່ນ​ນອນຢູ່​ໃນ​ແຜນ​ພັດ­ທະ­ນາ​ຂະ­ແໜງ​ສາທາ​ລະ­ນະ​ສຸກຂອງ​ ລັດ­ຖະ­ບານ ສປປ ລາວ ໂດຍ​ມີ​ຈຸດ­ປະ­ສົງ​ເພື່ອໃຫ້­ການ​ບໍ­ລິ­ການ​ປິ່ນ­ປົວ​ປະ­ຊາ­ຊົນ​ທີ່​ໄດ້​ຮັບ​ ເຄາະຮ້າຍ​ຈາກ​ຢາ​ເສບຕິດ​ໃນ​ແຂວງ​ວຽງ​ຈັນ ກໍ່​ຄື​ບັນ­ດາແຂວງ​ໃກ້​ຄຽງ ການ​ສ້າງ​ອາ­ຄານ ສູນບຳ­ບັດ​ດັ່ງ­ກ່າວ ​ຈະ​ປະ­ກອບສ່ວນ​ອັນ​ໃຫຍ່​ຫຼວງ​ໃຫ້​ແກ່​ການພັດ­ທະ­ນາ​ຂະ­ແໜງ​ສາ­ທາ­ລະ­ນະສຸກ ໂດຍ​ສະ­ເພາະແມ່ນ​ຈະ​ເຮັດໃຫ້­ການ​ບໍ­ລິ­ການ​ສາ­ທາ­ລະ­ນະສຸກ​ມີ​ຄວາມ​ສະ­ດວກ ແລະ ຄ່ອງຕົວ​ຫຼາຍ​ຂຶ້ນ​ກວ່າ​ເກົ່າ ອັນ​ຈະ​ເປັນການ​ສ້າງ​ເງື່ອນ­ໄຂ​ທີ່​ດີ​ໃຫ້​ແກ່ການ­ຈັດ­ຕັ້ງປະ­ຕິ­ບັດ​ເປົ້າ​ ໝາຍ​ສະຫັດ​ສະ​ວັດ​ດ້ານ​ການ​ພັດ­ທະ­ນາ ນອກ­ຈາກ​ເຂົ້າ​ຮ່ວມ​ພິ­ທີ​ວາງ​ສີ​ລາເລີກ​ແລ້ວ ທ່ານ​ຮອງ​ນາ­ຍົກ​ລັດຖະ​ມົນ­ຕີ ລັດ­ຖະ­ມົນ­ຕີ​ວ່າ­ການ​ກະຊວງ​ການ​ຕ່າງ­ປະ­ເທດໄທ ຍັງ​ໄດ້ເດີນ­ທາງ​ໄປ​ຢ້ຽມ­ຢາມ​ໂຮງ­ຮຽນເຕັກ­ນິກ ແຂວງ​ວຽງ​ຈັນ ເຊິ່ງ​ເປັນໂຮງ­ຮຽນ​ທີ່​ມີ​ໂຄງ­ການ​ຮ່ວມ​ມື​ທີ່ນອນ​ໃນ​ຂອບ​ການ​ຮ່ວມ​ມື​ດ້ານ​ ວິຊາ​ການ ລາວ-ໄທ ເຊັ່ນ​ດຽວ​ກັນ.

ທ່ານ ພົນ​ເອກ ທະ­ນະ​ສັກ ປະ­ຕິ­ມາ​ປຣະ​ກອນ ໄດ້​ສະ­ແດງຄວາມ​ຂອບ­ໃຈ​ຢ່າງ​ຈິງ​ໃຈ​ຕໍ່ລັດຖະ​ບານ​ລາວ ອຳ­ນາດ​ການ​ປົກຄອງ ແລະ ປະ­ຊາ­ຊົນ​ຊາວ​ແຂວງວຽງ​ຈັນ ທີ່​ໄດ້​ໃຫ້­ການ​ຕ້ອນ­ຮັບຢ່າງ​ອົບ​ອຸ່ນ ດ້ວຍ​ໄມ­ຕີ​ຈິດ​ມິດ​ຕະພາບ ແລະ ອຳ­ນວຍ​ຄວາມ​ສະດວກ​ທຸກດ້ານ ເຮັດ​ໃຫ້­ການ​ຢ້ຽມຢາມ ແລະ ພິ­ທີ​ວາງ​ສີ​ລາ​ເລີກ​ຄັ້ງນີ້ ປະ­ສົບ​ຜົນ­ສຳ­ເລັດ​ຢ່າງ​ຈົບ­ງາມ ແລະ ໃນ​ຕອນ​ແລງ​ຂອງ​ວັນ​ດຽວກັນ ທ່ານ ທອງ​ລຸນ ສີ​ສຸ​ລິດ ຍັງໄດ້​ເປັນ​ເຈົ້າ­ພາບຈັດ​ງານ​ລ້ຽງ​ອາຫານ​ຄ່ຳ ເພື່ອ​ເປັນ​ກຽດ​ໃຫ້​ແກ່ທ່ານ ທະ­ນະ​ສັກ ປະ­ຕິ­ມາ​ປຣະກອນ ທີ່ໂຮງ­ແຮມ​ລາວ​ພລາ​ຊາ ຫຼັງ​ຈາກ​ນັ້ນ ຄະ­ນະ​ຜູ້​ແທນ​ໄທ​ ໄດ້ເດີນ­ທາງ​ກັບ​ປະ­ເທດ ​ດ້ວຍຄວາມສະ­ຫວັດ­ດີ​ພາບ.

 

ແຫລ່ງ​ຂ່າວ: ວຽງ​ຈັນ​ໃໝ່

 

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...