Homeຂ່າວການພັດທະນາການເພີ່ມຂຶ້ນຂອງທຸລະກິດຂະໜາດນ້ອຍ ແລະກາງ(SME) ມີສ່ວນສຳຄັນຕໍ່ການຫຍາຍຕົວ ຂອງເສດຖະກິດ

ການເພີ່ມຂຶ້ນຂອງທຸລະກິດຂະໜາດນ້ອຍ ແລະກາງ(SME) ມີສ່ວນສຳຄັນຕໍ່ການຫຍາຍຕົວ ຂອງເສດຖະກິດ

Published on

ການເພີ່ມຂຶ້ນຂອງທຸລະກິດຂະໜາດນ້ອຍ ແລະ ກາງ (SME)ມີສ່ວນສຳຄັນຕໍ່ການຫຍາຍຕົວຂອງເສດຖະກິດ

ກະຊວງອຸດສາຫະກຳແລະການຄ້າໃຫ້ຮູ້ວ່າ: ປະເທດໃດໜຶ່ງຈະພັດທະນາໄປໄດ້ຢ່າງວ່ອງໄວນັ້ນ, ສ່ວນໜຶ່ງແມ່ນມາຈາກການລົງທຶນພາຍໃນປະເທດທີ່ເພີ່ມຂຶ້ນ, ບໍ່ວ່າຈະເປັນການລົງທືນຂະແໜງນ້ອຍ, ກາງແລະໃຫຍ່, ເຊັ່ນດຽວກັບປະເທດເຮົາທີ່ມີການພັດທະນາແລ້ວກໍ່ລ້ວນແລ້ວມີການລົງທຶນຂະໝາດເຂົ້າໃຈຂະແໜງການຕ່າງໆໄດ້ຢ່າງຫລວງຫລາຍເຊັ່ນ: ອຸດສາຫະກຳປຸງແຕ່ງຜະລິດຕະພັນກະສິກຳ, ໂດຍຕິດພັນກັບໂຄງການໜຶ່ງເມືອງໜຶ່ງຜະລິດຕະພັນຂອງລັດຖະບານ (ODOP), ຫັດຖະກຳທີ່ເຮັດເປັນກຸ່ມຊຸມຊົນທີ່ຍັງບໍ່ສາມາດເຂົ້າເຖິງແຫລ່ງທຶນໄດ້, ການທ່ອງທຽວ ແລະ ກິດຈະການທີ່ກ່ຽວຂ້ອງກັບການທ່ອງທ່ຽວ, ການທ່ອງທ່ຽວແບບອະນຸລັກທີ່ປະຊາຊົນ, ຊຸມຊົນ ແລະ ຂະແໜງການອື່ນໆມີສ່ວນຮ່ວມເຫັນວ່າມີປະສິດທິຜົນຄື: ການປັບປຸງສະພາບແວດລ້ອມດ້ານລະບຽບການ ແລະ ການຄຸ້ມຄອງຂອງລັດຕໍ່ພາກທຸລະກິດ, ການປັບປຸງການເຂົ້າຫາແຫຼ່ງທຶນ, ການສ້າງຜູ້ປະກອບການໃໝ່, ເພີ່ມທະວີໃຫ້ການຊ່ວຍເຫຼືອ ແລະ ການບໍລິການພັດທະນາທຸລະກິດ, ເພີ່ມການຮ່ວມມືທຸລະກິດຂະໝາດໃຫຍ່, ຂະໜາດກາງ ແລະ ຂະແໜງນ້ອຍ, ສົ່ງເສີມການເພີ່ມຜະລິດຕະພາບ, ສົ່ງເສີມການເຂົ້າຫາຕະຫຼາດ ແລະ ການຂະຫຍາຍຕະຫຼາດ ແລະ ເຫັນວ່າການເພີ່ມຂຶ້ນຂອງທຸລະກິດຂະໜາດນ້ອຍແລະກາງທີ່ເພີ່ມຂຶ້ນໃນປັດຈຸບັນມີສ່ວນສຳຄັນຕໍ່ການຂະຫຍາຍ ຕົວທາງ ດ້ານເສດຖະກິດຂອງປະເທດ.

10981915_847637148661237_6519336039653184250_n

ແຫຼ່ງຂ່າວ: Sengaloun Sayalath

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...