spot_img
Homeຄວາມງາມເທັກ​ນິກການ​ເລືອກ​ເສື້ອ​ຜ້າ​ໃຫ້​ເຂົ້າ​ກັບ​ສີ​ຜິວ

ເທັກ​ນິກການ​ເລືອກ​ເສື້ອ​ຜ້າ​ໃຫ້​ເຂົ້າ​ກັບ​ສີ​ຜິວ

Published on

11150402_10207113522739799_4355817813795505827_n

  • ຜິວ​ຂາ​ວອົມ​ບົວ ເປັນສີ​ຜິວ​ທີ່​ໃຜ​ໆກໍ​ພາ​ກັນ​ອິດສາເພາະ​ເບິ່ງ​ອ່ອນ​ເຍົາ​ແລະ​ໃຫ້​ຄວາມ​ຮູ້ສຶກ​ເຖິງ​ຄວາມ​ເປັນ​ຄົນ​ສຸຂະພາບ​ດີສີ​ຜິວ​ນີ້​ຈຶ່ງ​ແຕ່ງ​ຕົວ​ໄດ້​ຄ່ອນ​ຂ້າງ​ຫລາກ​ຫລາຍແຕ່​ຖ້າ​ຈະ​ຍິ່ງ​ເສີມ​ໃຫ້​ເບິ່ງ​ໜ້າ​ຮັກ​ສົດ​ໃສ​ຫລາຍ​ຂຶ້ນຄວນ​ເລືອກ​ເສື້ອ​ຜ້າ​ສີ​ອ່ອນໆເຊັ່ນຟ້າ​ອົມ​ຂຽວ,ຟ້າ​ອ່ອນ,ໂກ​ໂກ້,​ບົວ​ອ່ອນ,ສົ້ມເປັນ​ຕົ້ນຄົົນທີ່​ຜິວ​ຂາ​ວອົມ​ບົວ​ມັກ​ຈະ​ມີ​ໃບ​ໜ້າ​ແດງ​ເປັ່ງ​ປັ່ງຈຶ່ງ​ບໍ່​ເໝາະ​ທີ່​ຈະ​ໃສ່​ເສື້ອ​ສີຈີ໊​ດ​ຈ໊າ​ດເພາະ​ຈະ​ເຮັດໃຫ້​ເບິ່ງ​ບໍ່​ທັນ​ສະໄໝ
  • ຜິວ​ຂາ​ວອົມ​ເຫລືອງ ເປັນອີກ​ສີ​ຜິວ​ໜຶ່ງ​ທີ່​ມີ​ຄວາມ​ໂຊ​ກດີ​ບ່ອນ​ທີ່​ໃສ່​ເສື້ອ​ຜ້າ​ສີ​ຫຍັງ​ກໍ​ໄດ້ບໍ່​ວ່າ​ຈະ​ອ່ອນ ,ເຂັ້ມຫລື​ສົດ​ໃສ​ກະ​ແທກ​ຕາແຕ່ງ​ຕົວ​ດ້ວຍ​ເສື້ອ​ຜ້າ​ໂທນ​ສີ​ອົບ​ອຸ່ນແຕ່​ທີ່​ງາມສຸດໆຄວນ​ເປັນ​ເສື້ອ​ຜ້າ​ໂທນ​ສີ​ອົບ​ອຸ່ນ​ແລ​ເບິ່ງ​ອ່ອນ​ໂຍນເຊັ່ນສີ​ບົວ,ສີ​ສົ້ມແລະ​ຄວນ​ຫລີກ​ລ້ຽງ​ເສື້ອ​ຜ້າ​ສີ​ຂຽວ​ໝົ່ນໆແລະ​ສີ​ເທົາ​ອ່ອນ ເພາະ​ຈະ​ເຮັດໃຫ້​ເສຍຄວາມງາມ
  • ຜິວ​ຂາວ​ຈີດ ສາວໝວຍ​ມັກ​ຈະ​ເປັນ​ເຈົ້າ​ຂອງ​ຜິວ​ສີ​ນີ້​ກັນ​​ເປັນ​ສ່ວນ​ໃຫຍ່ຊຶ່ງ​ຈະ​ມີ​ຂໍ້​ເສຍ​ໜ້ອຍດຽວ​ບ່ອນ​ທີ່​ຖ້າ​ຂາວ​ຈີດ​ຫລາຍ​ໆອາດ​ເຮັດໃຫ້​ໃຜ​ໆຄິດວ່າ​ເຈັບ​ປ່ວຍສຸກຂະພາບ​ບໍ່​ແຂງ​ແຮງດັ່ງ​ນັ້ນ​ໂທນ​ສີ​ທີ່​ເໝາະ​ສົມຄວນ​ເປັນ​ສີ​ທີ່​ຄ່ອນ​ຂ້າງ​ເຂັ້ມ​ເຊັ່ນແດງ​ເຂັ້ມ,ເຫລືອງ​ອົມ​ນ້ຳ​ຕານ,ຂຽວ​ເຂັ້ມ,ນ້ຳ​ຕານ​ໄໝ້ເປັນ​ຕົ້ນເພາະ​ສີ​ເຂັ້ມ​ເຫລົ່າ​ນີ້​ຈະ​ຊ່ວຍ​ຂັບ​ສີ​ຜິວ​ໃຫ້​ເບິ່ງ​ເຂັ້ມ​ຂຶ້ນແຕ່​ກໍ​ຄວນ​ຫລີກ​ລ້ຽງ​ເສື້ອ​ຜ້າ​ສີ​ເທົາ,​ມ່ວງເພາະ​ຈະ​ເຮັດໃຫ້​ເບິ່ງ​ຄື​ຄົນ​ອ່ອນ​​ເພຍ​ແຮງ​ຫລາຍ​ຂຶ້ນ​ໄປ​ອີກ
  • ຜິວ​ສອງ​ສີ​ຫລື​ຜິວ​ສີ​ນ້ຳ​ຜຶ້ງເປັນສີ​ຜິວ​ທີ່​ເບິ່ງ​ແລ້ວ​ມີ​ສະເໝ່ຊຶ່ງ​ໂທນ​ສີ​ທີ່​ເໝາະ​ສົມ​ກັບ​ສີ​ຜິວ​ນີ້ຄືສີ​ທີ່​ຄ່ອນ​ຂ້າງ​ອ່ອນ,ໂດຍ​ສະເພາະ​ສີ​ປະສົມ​ຕ່າງໆເຊັ່ນນ້ຳ​ຕາ​ລອມ​ແດງ,ຂຽວ​ອົມ​ຟ້າ,ບົວອົມ​ສົ້ມ,ເລືອດ​ນົກເປັນ​ຕົ້ນ ແລ້ວ​ລອງ​ສັງເກດ​ຕົວ​ເອງ​ຈັກໜ້ອຍວ່າ​ເຈົ້າ​ໃບ​ໜ້າ​ອອກ​ເຫລືອງ​ຫລື​ບໍ່ຖ້າ​ໃບ​ໜ້າ​ອອກ​ເຫລືອງ​ກໍ​ບໍ່​ເໝາະ ​ທີ່​ຈະ​ໃສ່​ເສື້ອ​ສີ​ຟ້າ​ແກ່,ສີ​ຄາມ,ສີ​ກົມ​ທ່າເພາະ​ຈະ​ເຮັດໃຫ້​ໃບ​ໜ້າ​ເບິ່ງ​ເຫລືອງ​ຫລາຍ​ຍິ່ງ​ຂຶ້ນ
  • ຜິວ​ຄ້ຳ ຄວນເລືອກ​ໂທນ​ສີ​ກາງໆທີ່​ບໍ່​ອ່ອນ​ແລະ​ສົດ​ຈົນ​ເກີນ​ໄປແຕ່​ຄວນ​ເລືອກ​ໂທນ​ສີ​ເຂັ້ມໆນິດໜື່ງ ເຊັ່ນນ້ຳ​ຕານເຂັ້ມ,ມ່ວງ,ເທົາ,ຂຽວ​ເຂັ້ມເພາະ​ສີ​ຂອງ​ເສື້ອ​ຜ້າ​ເຫລົ່າ​ນີ້​ຈະ​ເຮັດໃຫ້​ເບິ່ງ​ກົມ​ກືນ​ໄປ​ກັບ​ສີ​ຜິວ ຍັງ​ຈະ​ຂັບ​ໃຫ້​ສີ​ຜິວ​ເບິ່ງ​ຂາວ​ຂຶ້ນ​ກວ່າ​ເກົ່າ​ສ່ວນ​ສີ​ທີ່​ຕ້ອງ​ຫລີກ​ລ້ຽງ​ແນ່​ໆຄືເສື້ອ​ສີ​ແຈ໊​ດໆແປ໋ນໆຫລື​ນີ​ອອນ ໂດຍ​ສະເພາະ​ສີ​ແດງ​ສົດດ໋ຽວ​

ບົດຄວາມຫຼ້າສຸດ

ອອກມາແລ້ວ ກົດໝາຍວ່າດ້ວຍລັດຖະກອນສະບັບປັບປຸງໃໝ່ ລົງວັນທີ 7 ພຶດສະພາ 2025

ແຈ້ງການອອກມາແລ້ວ ກົດໝາຍວ່າດ້ວຍພະນັກງານ-ລັດຖະກອນ ສະບັບປັບປຸງ ເລກທີ 046/ປປທ ລົງວັນທີ 07/09/2025 ມີເນື້ອໃນດັ່ງນີ້:

ອັບດັບ 13 ຂອງໂລກ ລາວຕິດອັນດັບເປັນໜຶ່ງໃນປະເທດ ຈຸດໝາຍປາຍທາງການທ່ອງທ່ຽວທີ່ຂະຫຍາຍຕົວສູງສຸດໃນປີ 2024

ອົງການທ່ອງທ່ຽວໂລກ ແຫ່ງສະຫະປະຊາຊາດ ລາຍງານກ່ຽວກັບ ການຈັດອັນດັບປະເທດຈຸດໝາຍປາຍທາງການທ່ອງທ່ຽວ ທີ່ຂະຫຍາຍໂຕສູງທີ່ສຸດ ໃນນັ້ນ ສປປ ລາວ ສາມາດຕິດຢູ່ໃນ ອັນດັບທີ່ 13 ຂອງໂລກ ຈາກການຈັດອັນດັບໃນປີ 2024...

ເຫດການປະທ້ວງຄັ້ງໃຫຍ່ ຄົນລຸ້ນໃໝ່ລວມກຸ່ມປະທ້ວງໃນເນປານ ເນື່ອງຈາກປິດກັ້ນສື່ອອນລາຍ ແລະ ບັນຫາສໍ້ລາດບັງຫຼວງ

ໃນວັນທີ 09 ກັນຍາ 2025ທ່ານ ເຄພີ ຊາມາໂອລີ, ນາຍົກລັດຖະມົນຕີປະເທດເນປານໄດ້ປະກາດລາອອກຈາກຕໍາແໜ່ງ ເນື່ອງຈາກມີການປະທ້ວງຂອງປະຊາຊົນໂດຍສະເພາະກຸ່ມເດັກລຸ້ນໃໝ່ ເຊິ່ງສາເຫດແມ່ນເກີດຈາກ - ການອອກມາດຕະການຫ້າມນໍາໃຊ້ສື່ອອນລາຍ ເຊິ່ງກ່ອນໜ້ານີ້ໄດ້ມີການແຈ້ງການປິດກັນ 26 ແອັບພຣິເຄຊັນເຊັ່ນ: ເຟສບຸກ,...

ໂຣກລິດຊີດວງຖາມຫາ! ເຂົ້າຫ້ອງນໍ້າພ້ອມຫຼິ້ນໂທລະສັບໄປນໍາ ສ່ຽງເປັນໂຣກລິດສີດວງ

ພຶດຕິກຳໃນແຕ່ລະມື້ຶອາດສົ່ງຜົນໃຫ້ເກີດໂຣກຕ່າງໆໄດ້.ເຊິ່ງຫຼາຍຄົນໃນຍຸກປັດຈຸບັນກຳລັງເຮັດຢູ່ຄື ການເຂົ້າຫ້ອງນໍ້າ, ນັ່ງຢູ່ຊັກໂຄກເປັນເວລາດົນ ພ້ອມກັບກັບຫຼິ້ນໂທລະສັບໄປນຳ ໂດຍບໍ່ຄຳນຶກເຖິງຄວາມສ່ຽງທີ່ຈະຕາມມາ. ສໍາລັບໂຣກລິດສີດວງທະວານໜັກ ເກີດຈາກເສັ້ນເລືອດດຳທະວານໜັກ ຫຼື ສ່ວນປາຍສຸດຂອງລໍາໄສ້ໃຫ່ຍເກີດອາການບວມ ຫຼື ຂະຫຍາຍໂຕໃຫ່ຍຂຶ້ນ ມີອາການນູນເປັນຕິ່ງອອກມາຈາກຮູທະວານ ເຮັດໃຫ້ມີອາການເຈັບ ແລະ ຂັບຖ່າຍເປັນເລືອດປະປົນອອກມາ. ນັກວິໄຈພົບວ່າການຫຼິ້ນໂທລະສັບໃນຫ້ອງນໍ້າເປັນປະຈໍາມີຄວາມສ່ຽງເປັນໂຣກລິດສີດວງທະວານ...