Homeຂ່າວຕ່າງປະເທດຈີນ​ກຽມ​ຫອບ​ເງິນ 50 ຕື້​ໂດ​ລາ ເຂົ້າ​ລົງ​ທຶນ​ພັດ​ທະ​ນາ​ພື້ນ​ຖານ​ໂຄງ​ລ່າງ ຢູ່​ປະ​ເທດບ​ຣາ​ຊິນ

ຈີນ​ກຽມ​ຫອບ​ເງິນ 50 ຕື້​ໂດ​ລາ ເຂົ້າ​ລົງ​ທຶນ​ພັດ​ທະ​ນາ​ພື້ນ​ຖານ​ໂຄງ​ລ່າງ ຢູ່​ປະ​ເທດບ​ຣາ​ຊິນ

Published on

558000005725701

ສຳ​ນັກ​ຂ່າວ​ຕ່າງ​ປະ​ເທດ ລາຍ​ງານ​ໃນ​ວັນ​ທີ 1ຼ5 ພຶດ​ສະ​ພາ​ນີ້​ວ່າ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫລີ່ ເຄີ່​ສຽງ ຂອງ​ຈີນ ຈະ​ເດີນ​ທາງ​ຢ້ຽມ​ຢາມ​ປະ​ເທດບ​ຣາ​ຊິນ​ຢ່າງ​ເປັນ​ທາງ​ການ​ໃນ​ອາ​ທິດ​ໜ້າ​ນີ້ ເຊິ່ງ​ຈະ​ມີ​ການ​ລົງ​ນາມ​ຄວາມ​ຮ່ວມ​ມື​ການ​ລົງ​ທຶນ​ລະ​ຫວ່າງ​ສອງ​ຝ່າຍ ໂດຍ​ຈີນ​ຈະ​ທຸ້ມ​ເງິນ​ລົງ​ທຶນ​ເຖິງ 50 ຕື້​ໂດ​ລາ ຜ່ານ​ຕົວ​ແທນ​ສະ​ຖາ​ບັນ​ການ​ທະ​ນາ​ຄານ ທັງ​ຂອງ​ຈີນ ແລະ ບ​ຣາ​ຊິນ.

ຈຳ​ນວນ​ເງິນ​ດັ່ງ​ກ່າວ​ນີ້ ແມ່ນ​ຈະ​ນຳ​ໄປ​ລົງ​ທຶນ​ສ້າງ​ລະ​ບົບ​ລາງລົດ​ໄຟ ເຊື່ອມ​ຈາກ​ຊາຍ​ຝັ່ງ​ມະ​ຫາ​ສະ​ໝຸດ​ປາ​ຊີ​ຟິກ​ ໄປ​ຈົນ​ຮອດ​ອີກ​ຊາຍ​ຝັ່ງ​ຟາກ​ມະ​ຫາ​ສະ​ໝຸດ​ແອັດ​ແລນ​ຕິກຂອງ​ບ​ຣາ​ຊິນ, ນອກ​ນັ້ນ ຍັງ​ຈະ​ນຳ​ໄປ​ກໍ່​ຕັ້ງ​ບໍ​ລິ​ສັດ​ຮ່ວມ​ທຶນ​ລະ​ຫວ່າງ​ສອງ​ປະ​ເທດ ເພື່ອ​ຜະ​ລິດ​ເຫລັກ​ກ້າ ເນື່ອງ​ຈາກ​ປັດ​ຈຸ​ບັນ​ປະ​ເທດບ​ຣາ​ຊິນ ຖື​ເປັນ​ປະ​ເທດ​ທີ່​ສົ່ງ​ອອກ​ແຮ່​ເຫລັກ​ໄປ​ຍັງ​ຈີນເປັນ​ຈຳ​ນວນ​ຫລວງ​ຫລາຍ, ພ້ອມ​ກັນ​ນັ້ນ ຍັງ​ຈະ​ຖືກ​ນຳ​ໄປ​ລົງ​ທຶນ​ຜະ​ລິດ​ຊິ້ນ​ສ່ວນ​ລົດ, ອຸດ​ສາ​ຫະ​ກຳ​ພະ​ລັງ​ງານ, ສ້າງ​ທ່າ​ເຮືອ ແລະ ການ​ຜະ​ລິດ​ໄຟ​ຟ້າ​ພະ​ລັງ​ງານ​ນ້ຳ​ອີກ​ດ້ວຍ.

ທັງ​ນີ້ ໃນ​ເດືອນ​ກໍ​ລະ​ກົດ​ທີ່​ຜ່ານ​ມາ ປະ​ທາ​ນາ​ທິ​ບໍ​ດີ ສີ ຈິ້ນ​ຜິງ ໄດ້​ປະ​ກາດ​ເອົາ​ໄວ້​ວ່າ ຈະ​ເອົາເງິນ 250 ຕື້​ໂດ​ລາ ເພື່ອລົງ​ທຶນ​ໃນ​ບັນ​ດາ​ປະ​ເທດ​ແຖບ​ອາ​ເມ​ຣິ​ກາ​ລາ​ຕິນ ພາຍ​ໃນ​ໄລ​ຍະ​ເວ​ລາ 10 ປີ​ນີ້.

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...