spot_img
Homeບໍລິການກົມອຸຕຸ​ເຕືອນ! ຕົ້ນ​ອາທິດ​ໜ້າ ອາດ​ມີ​ຝົນຕົກ ​ແລະ ລົມ​ແຮງ​ຢູ່​ຫລາຍ​ທ້ອງ​ຖິ່ນ!

ກົມອຸຕຸ​ເຕືອນ! ຕົ້ນ​ອາທິດ​ໜ້າ ອາດ​ມີ​ຝົນຕົກ ​ແລະ ລົມ​ແຮງ​ຢູ່​ຫລາຍ​ທ້ອງ​ຖິ່ນ!

Published on

heavy rain

ກົມ​ອຸຕຸນິຍົມ ​ແລະ ອຸ​ທົກ​ກະສາ​ດ ​ໃຫ້​ຮູ້​ວ່າ: ​ນັບ​ແຕ່​ວັນ​ທີ 13-15 ພຶດສະພາ​ນີ້, ບໍລິ​ເວນ​ຄວາມ​ກົດ​ດັນ​ຕ່ຳ​ຂອງ​ອາກາດ​ຮ້ອນ​ຍັງ​ຈະ​ມີ​ກຳລັງ​ປານ​ກາງ​ສືບ​ຕໍ່​ແຜ່​ປົກ​ຄຸມ​ຢູ່​ທົ່ວທຸກ​ພາກ​ຂອງ​ລາວ, ສົມທົບ​ກັບ​ກະ​ແສ​ລົມ​ຕາ​ເວັນ​ຕົກ-ຕາ​ເວັນ​ຕົກ​ສ່ຽງ​ໃຕ້​ພັດ​ປົກ​ຄຸມ, ​ເຮັດ​ໃຫ້​ອຸນຫະພູມ​ອາກາ​ດຮ້ອນ​ຢູ່​ແຕ່​ລະ​ພາກຕື່ມ​ອີກ ​ແລະ ຈະ​ມີ​ຝົນຕົກ​ຟ້າ​ຄະນອງ​ກະຈາຍ​, ພ້ອມ​ມີ​ລົມ​ພັດ​ແຮງ​ຢູ່​ບາງ​ທ້ອງ​ຖິ່ນ​ໃນ​ແຕ່​ລະ​ພາກ​ເປັນ​ບາງ​ໂອກາດ. ຈາກ​ນັ້ນ ນັບ​ແຕ່​ວັນ​ທີ 16-19 ພຶດສະພາ, ບໍລິ​ເວນ​ຄວາມ​ກົດ​ດັນ​ຈະ​ມີ​ກຳລັງ​ອ່ອນ​ລົງ​ເລັກ​ຫນ້ອຍ​ປົກ​ຄຸມ​ຢູ່​ທົ່ວ​ທຸກ​ພາກ​ຂອງ​ລາວ, ກະ​ແສລົມ​ຕາ​ເວັນ​ຕົກ​ສ່ຽງ​ໃຕ້​ພັດ​ປົກ​ຄຸມ​ເປັນ​ສ່ວນ​ໃຫຍ່, ຊຶ່ງ​ເຮັດ​ໃຫ້​ມີ​ຝົນຕົກ​ຟ້າ​ຄະນອງ​ກະຈາຍ​ຫລາຍ​ຂຶ້ນ​ຢູ່​ແຕ່​ລະ​ພາກ, ນັບ​ທັງ​ນະຄອນຫລວງ​ວຽງ​ຈັນ.

ສະພາບ​ອາກາດ​ໃນ​ໄລຍະ​ນີ້ ຍັງ​ຈະ​ຮ້ອນ​​ເອົ້າ​ໃນ​ຕອນ​ກາງ​ເວັນ, ຈາກ​ນັ້ນທ້າຍ​ອາທິດ​ນີ້​ຫາ​ຕົ້ນ​ອາທິດ​ໜ້າ ສະພາບ​ອາກາດ​ໂດຍ​ທົ່ວ​ໄປ​ຈະ​ເຢັນ​ລົງ​ເລັກ​ຫນ້ອຍ. ສໍາລັບ​ສະພາບ​ຝົນ​ນັບ​ແຕ່​ວັນ​ທີ 13-15 ພຶດສະພານີ້, ຈະ​ມີ ຝົນຕົກ​ຟ້າ​ຄະ​ນອງ ພ້ອມ​ມີ​ລົມ​ພັດ​ແຮງ​ເປັນ​ບາງ​ໂອກາດ​ຢູ່​ບາງ​ທ້ອງ​ຖິ່ນ​ແຂວງ​ພາກ​ກາງຫາ​ພາກ​ໃຕ້. ຈາກ​ນັ້ນ ນັບ​​ແຕ່​ວັນ​ທີ 16-19 ພຶດສະພາ, ຈະ​ມີ​ຝົນຕົກ​ຟ້າ​ຄະນອງ​ຫລາຍ​ຂຶ້ນໃນ​ແຕ່​ລະ​ພາກ, ພ້ອມ​ມີ​ລົມ​ພັດ​ແຮງ​ເປັນ​ບາງ​ໂອກາດ.

ແຈ້ງ​ເຕືອນ: ​​ໃນ​​ໄລຍະ​ນີ້, ບໍລິ​ເວນ​ຄວາມ​ກົດ​ດັນ​ຕ່ຳ​ຂອງ​ອາກາດ​ຮ້ອນ​ຍັງ​ມີ​ກຳລັງ​ປານ​ກາງ​ປົກ​ຄຸມຢູ່​ທົ່ວທຸກ​ພາກ​ຂອງ​ລາວ, ສົມທົບ​ກັບ​ກະ​ແສ​ລົມ​ຕາ​ເວັນ​ຕົກ-ຕ​າ​ເວັນ​ຕົກ​ສ່ຽງ​ໃຕ້ພັດ​ປົກ​ຄຸມ ​ແລະ ​ໃນ​ຕົ້ນ​ອາທິດ​ໜ້າຈະ​ມີ​ຝົນຕົກ​ຟ້າ​ຄະນອງ ພ້ອມ​ມີ​ລົມ​ພັດ​ແຮງ​ເກີດ​ຂຶ້ນ​ຢູ່​ຫລາຍ​ທ້ອງ​ຖິ່ນ​ໃນ​ແຕ່​ລະ​ພາກ, ດັ່ງ​ນັ້ນ ກົມ​ອຸຕຸນິຍົມ ​ແລະ ອຸ​ທົກ​ກະສາ​ດ ຈຶ່ງ​ແຈ້​ງ​ເຕືອນ​ເຖິງ​ປະຊາຊົນ​ທຸກ​ຊັ້ນຄົນ ຈົ່ງ​ມີ​ສະຕິ​ລະມັດລະວັງ​ຕໍ່​ສະພາບ​ຝົນຕົກ​ຟ້າ​ຄະ​ອນອງ, ລົມ​ພັ​ດ​ແຮງ​ໃນ​ໄລຍະ​ນີ້ ​ແລະ ​ໃຫ້​ຕິດຕາມ​ຂ່າວ​ພະຍາກອນ​ອາກາດ​ເປັນ​ປະຈຳ.

 

ແຫລ່ງ​ຂ່າວ: ລາ​ວ​ພັດ​ທະ​ນາ

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...