spot_img
Homeຂ່າວຕ່າງປະເທດທາງ​ການ​ໄທ ມີ​ມະ​ຕິ​ແຈ້ງ​ຂໍ້​ກ່າວ​ຫາ ພະ​ສຸ​ເທບ ເທືອກ​ສຸ​ບັນ ໃຊ້​ອຳ​ນາດ​ບໍ່​ຖືກ​ຕ້ອງ ອະ​ນຸ​ມັດ​ໂຄງ​ການ​ສ້າງ​ສະ​ຖາ​ນີ​ຕຳ​ຫລວດ 396 ແຫ່ງ!

ທາງ​ການ​ໄທ ມີ​ມະ​ຕິ​ແຈ້ງ​ຂໍ້​ກ່າວ​ຫາ ພະ​ສຸ​ເທບ ເທືອກ​ສຸ​ບັນ ໃຊ້​ອຳ​ນາດ​ບໍ່​ຖືກ​ຕ້ອງ ອະ​ນຸ​ມັດ​ໂຄງ​ການ​ສ້າງ​ສະ​ຖາ​ນີ​ຕຳ​ຫລວດ 396 ແຫ່ງ!

Published on

p18vv27d9gn3i1fq0k8614kp4cg5

ທາງ​ການ​ໄທ​ມີ​ມະ​ຕິ​ແຈ້ງ​ຂໍ້​ກ່າວ​ຫາ ພະ​ສຸ​ເທບ ເທືອກ​ສຸ​ບັນ ຖານ​ໃຊ້​ອຳ​ນາດ​ບໍ່​ຖືກ​ຕ້ອງ ກໍ​ລະ​ນີ​ລົງ​ນາມ​ສ້າງ​ສະ​ຖາ​ນີ​ຕຳ​ຫລວດ 396 ແຫ່ງ ໂດຍ​ບໍ່​ຜ່ານ​ມະ​ຕິ​ຄະ​ນະ​ລັດ​ຖະ​ບານ.

ສຳ​ນັກ​ຂ່າວ​ຕ່າງ​ປະ​ເທດ ລາຍ​ງານ​ໃນ​ວັນ​ທີ 14 ພຶດ​ສະ​ພາ​ຜ່ານ​ມາ​ນີ້​ວ່າ ຄະ​ນະ​ກຳ​ມະ​ການ​ປ້ອງ​ກັນ ແລະ ປາບ​ປາມ​ການ​ທຸ​ຈະ​ຣິດ​ແຫ່ງ​ຊາດ​ໄທ ໄດ້​ຖະ​ແຫລງ​ຄວາມ​ຄືບ​ໜ້າ​ການ​ສອບ​ສວນ ກໍ​ລະ​ນີ​ຄວາມ​ບໍ່​ໂປ່ງ​ໃສ​ໃນ​ໂຄງ​ການ​ກໍ່​ສ້າງ​ອາ​ຄານ ສະ​ຖາ​ນີ​ຕຳ​ຫລວດ ຈຳ​ນວນ 396 ແຫ່ງ ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ ໃນ​ສະ​ໄໝ​ລັດ​ຖະ​ບານ​ຂອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ອະ​ພິ​ສິດ ເວດ​ຊາ​ຊີ​ວະ ໂດຍ​ຫລັກ​ຖານ​ເບື້ອງ​ຕົ້ນແມ່ນ​ເຫັນ​ວ່າ ພະ​ສຸ​ເທບ ຫລື ທ່ານ ສຸ​ເທບ ເທືອກ​ສຸ​ບັນ ໃນ​ເວ​ລາ​ດຳ​ລົງ​ຕຳ​ແໜ່ງ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ (ປັດ​ຈຸ​ບັນ​ບວດເປັນ​ພະ) ແມ່ນ​ມີ​ໜ້າ​ທີ່​ຊີ້​ນຳສຳ​ນັກ​ງານ​ຕຳ​ຫລວດ​ແຫ່ງ​ຊາດ ແລ້ວ​ໃຊ້​ອຳ​ນາດ​ເຊັນ​ອະ​ນຸ​ມັດ​ໂຄງ​ການ​ດັ່ງ​ກ່າວ ໂດຍ​ບໍ່​ຜ່ານ​ການ​ລົງ​ມະ​ຕິ​ຢູ່ກອງ​ປະ​ຊຸມ​ຄະ​ນະ​ລັດ​ບານ​ຂອງ​ໄທເສຍ​ກ່ອນ ອັນ​ໄດ້​ເຮັດ​ໃຫ້​ຄະ​ນະ​ກຳ​ມະ​ການ​ສອບ​ສວນ ມີ​ມະ​ຕິ​ແຈ້ງ​ຂໍ້​ກ່າວ​ຫາ​ຢ່າງ​ເປັນ​ທາງ​ການຕໍ່​ພະ​ສຸ​ເທບ ຖານ​ໃຊ້​ອຳ​ນາດ ແລະ ລະ​ເວັ້ນ​ປະ​ຕິ​ບັດ​ໜ້າ​ທີ່​ໂດຍ​ບໍ່​ຖືກ​ຕ້ອງ.

ທັງ​ນີ້ ພະ​ສຸ​ເທບ ເຊິ່ງ​ພາຍ​ຫລັງ​ນຳ​ພາ​ມວນ​ຊົນ​ອອກ​ມາ​ເດີນ​ຂະ​ບວນ​ປະ​ທ້ວງ ຕໍ່​ຕ້ານ​ລັດ​ຖະ​ບານ​ຂອງ ນາງ ຍິ່ງ​ລັກ ຊິ​ນ​ນະ​ວັດ ຈົນ​ເຮັດ​ໃຫ້​ເກີດ​ມີ​ການ​ເຮັດ​ລັດ​ຖະ​ປະ​ຫານ​ຍຶດ​ອຳ​ນາດ ແລ້ວ​ຕົນ​ເອງ​ຈິ່ງ​ຜັນ​ຕົນ​ອອກ​ຈາກ​ການ​ເມືອງ ເຂົ້າ​ບວດ​ໃນ​ພະ​ພຸດ​ທະ​ສາ​ສະ​ໜາຈົນ​ຮອດ​ປັດ​ຈຸ​ບັນ, ພາຍ​ຫລັງ​ຮັບ​ຊາບ​ຂໍ້​ກ່າວ​ຫາ ພະ​ສຸ​ເທບ ກໍ​ໄດ້​ກຽມ​ພ້ອມ​ເຂົ້າ​ແກ້​ຂໍ້​ກ່າວ​ຫາ​ຂອງ​ຕົນ ຕໍ່​ຄະ​ນະ​ກຳ​ມະ​ການ​ດັ່ງ​ກ່າວ​ແລ້ວ.

 

ບົດຄວາມຫຼ້າສຸດ

ເດັກນ້ອຍອາຍຸ 11 ປີ ຊາວບຣາຊິນ ມີແຂ້ວ 81 ເຫຼັ້ມ

ແພດສຸດອຶ້ງ! ເດັກນ້ອຍຜູ້ຍິງອາຍຸ 11 ປີ ຊາວບຣາຊິນ ໄປຖອນແຂ້ວຢູ່ຄລີນິກ ແຕ່ຜົນສະແກນພົບວ່າມີແຂ້ວຫຼາຍເຖິງ 81 ເຫຼັ້ມ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 16 ກໍລະກົດ 2025 ຜ່ານມາ, ກ່ຽວກັບເລື່ອງລາວສຸດອຶ້ງເມື່ອມີເດັກນ້ອຍຜູ້ຍິງຊາວບຣາຊິນ...

ນາຍົກລັດຖະມົນຕີ ຕ້ອນຮັບທິມນັກກິລາ ສະໂມສອນບານເຕະ WIG Naga

ນາຍົກລັດຖະມົນຕີ ຕ້ອນຮັບ ການເຂົ້າຢ້ຽມຂໍ່ານັບຄູຝຶກ ແລະ ນັກກິລາ ຈາກສະໂມສອນ WIG Naga ທີ່ຄວ້າແຊັມບານເຕະ ລາຍການ IBER Cup 2025 ຮຸ່ນອາຍຸບໍ່ເກີນ...

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...

ສະຫຼົດ! ພໍ່ລົງມືຄາຕະກຳລູກ ອາຍຸ 16 ປີ ເນື່ອງຈາກຖືກລູກສາວປະຕິດເສດການລົບບັນຊີຕິກຕ໋ອກ

ພໍ່ຊາວປາກີສະຖານ ຍິງລູກສາວເສຍຊີວິດ ເນື່ອງຖືກປະຕິເສດການລົບບັນຊີ ຕິກຕ໋ອກ ທາງດ້ານພໍ່ເປີດເຜີຍວ່າ: ເພື່ອຮັກສາກຽດສັກສີ. ສຳນັກຂ່າວ The Straits Times ລາຍງານໃນວັນທີ 11 ກໍລະກົດ 2025 ຜ່ານມາວ່າ:...