ໄປນັ່ງກິນເຝີແຖວໃກ້ໆ ກັບທະນາຄານອິນໂດຈີນ ເລີຍໄດ້ພົບກັບ ໄກຍະສິດ ສິຣິວົງສາ ຜູ້ເພິ່ນຫຼົງໃຫຼໃນສິລະປະ ໂດຍສະເພາະແມ່ນລາຍລາວ ກໍເລີຍຖືໂອກາດໂອ້ລົມເຖິງຊີວິດວຽກງານ ແລະຊີວິດຄອບຄົວ ມາເລົ່າສູ່ຜູ້ອ່ານຟັງ.
ແອັດມິນຊຽງ ມີໂອກາດໄດ້ພົບໄກ ຕັ້ງແຕ່ 4 ປີກ່ອນ ໃນໂອກາດຄັດເລືອກພິທີກອນ ເຂົ້າເຮັດລາຍການໂທລະພາບຢູ່ຊ່ອງ 3 (ປີ 2010) ຈາກນັ້ນມາກໍບໍ່ມີໂອກາດໄດ້ພົບໜ້າພໍ້ຕາກັນເລີຍ ແຕ່ແອັດມິນຊຽງກໍໄດ້ຕິດຕາມການເຄື່ອນໄຫວຂອງຜູ້ກ່ຽວຢູ່ ຈາກສະໄໝຜົມສັ້ນ ໜວດສັ້ນ ຈົນກະທັ່ງຜູ້ກ່ຽວຜົມຍາວລຸງລັງ ໜວດເຄົາລຸກລາມບຽດຊິງພື້ນທີ່ໃນໃບໜ້າ ຈົນກາຍເປັນສິລະປະເທິງໃບໜ້າໄປແລ້ວ. ມື້ນີ້ ຈຶ່ງເປັນໂອກາດທີ່ບໍ່ຄ່ອຍຫາໄດ້ງ່າຍໆ ປານໃດ.
ໄກ ໄກຍະສິດ ສິຣິວົງສາ ໄດ້ເລົ່າເຖິງຊີວິດຂອງຕົນສູ່ ແອັດມິນຟັງວ່າ ຕົນເອງມັກໃນດ້ານສິລະປະມາຕັ້ງແຕ່ນ້ອຍ ຄືມັກແຕ້ມຮູບຕັ້ງແຕ່ຕອນຍັງຮຽນປະຖົມ ຄັນໄດ້ແຕ້ມຮູບ ຈະເປັນຮູບຫຍັງ ຫຼືແຕ້ມບໍ່ງາມ ແຕ່ແຕ້ມແລ້ວພາກພູມໃຈກັບຜົນງານຂອງຕົນ. ຫຼັງຈາກທີ່ຮຽນຈົບມັດທະຍົມແລ້ວ ໃນໃຈແມ່ນຢາກໄປຮຽນວິຈິດສິນ ແຕ່ພໍ່ແມ່ພັດຢາກໃຫ້ໄດ້ປະລິນຍາ ພໍ່ແມ່ບອກວ່າຈະຮຽນຫຍັງກໍໄດ້ ແຕ່ຕ້ອງຈົບປະລິນຍາ ຈາກມະຫາວິທະຍາໄລແຫ່ງຊາດ ຢາກໃຫ້ລູກໄດ້ວຽກເຮັດງານທຳທີ່ດີ ມີໂອກາດເຮັດວຽກນຳລັດ ຫຼືຖ້າໂຊກດີກໍຢາກໃຫ້ລູກໄດ້ເປັນເຈົ້າເປັນນາຍ ນັ້ນຄືຄວາມຮັກຂອງພໍ່ແມ່ທຸກຄົນ ທີ່ຕ້ອງການຢາກໃຫ້ລູກຂອງຕົນເອງໄດ້ຮຽນສູງໆ ໄດ້ເຮັດວຽກດີໆ. ດັ່ງນັ້ນ, ຈຶ່ງໄດ້ຕັດສິນໃຈເສັງເຂົ້າສຶກສາຕໍ່ຢູ່ ມະຫາວິທະຍາໄລແຫ່ງຊາດ ໂດຍເລືອກຮຽນວິຊາທ່ອງທ່ຽວແລະໂຮງແຮມ ເຫດຜົນທີ່ເລືອກວິຊານີ້ຍ້ອນຄິດວ່າ ຄືຊິບໍ່ມີວິຊາເລກ (ຄືບໍ່ເກັ່ງພວກວິຊາສາຍທຳມະຊາດ).
ໃນຂະນະທີ່ກຳລັງສຶກສາຢູ່ ມະຫາວິທະຍາໄລແຫ່ງຊາດນັ້ນ ຕົນເອງກໍບໍ່ໄດ້ປະຖິ້ມຄວາມມັກຂອງຕົນເອງ ຄືຊອກຮູ້ທາງດ້ານຄອມພິວເຕີ, ການອອກແບບ, ການແຕ້ມລີງລາຍ ໄປພ້ອມໆ ກັນ. ຫຼັງຈາກຈົບມະຫາວິທະຍາໄລ ໄດ້ຮັບປະລິນຍາມາໃບໜຶ່ງມາປະດັບຊີວິດ. ຈາກນັ້ນກໍໄດ້ໄປສະໝັກເຮັດວຽກຢູ່ຮ້ານຄອມພິວເຕີ ບໍ່ດົນກໍລາອອກ ແລ້ວໄປຮຽນວຽກຢູ່ບໍລິສັດອອກແບບໂຄສະນາແຫ່ງໜຶ່ງ ດົນເຕີບແລ້ວຈຶ່ງໄດ້ລາອອກ ແລ້ວເຂົ້າເຮັດວຽກຢູ່ ທະນາຄານອິນໂດຈີນ ໄດ້ 2 ປີ ກໍລາອອກແລ້ວ ມາສະກິນເສື້ອລາຍລາວຂາຍ ເຊິ່ງມາຮອດປັດຈຸບັນນີ້ເສື້ອກໍຍັງສືບຕໍ່ຂາຍຢູ່ ຖ້າໃຜມີໂອກາດໄດ້ໄປເລາະແຄມຂອງຍາມແລງ ກໍຢ່າລືມແວ່ຊົມຮ້ານຂາຍເສື້ອລາຍລາວໄດ້.
ປັດຈຸບັນນີ້ແມ່ນ ໄດ້ກັບເຂົ້າເຮັດວຽກຢູ່ ທະນາຄານດິນໂດຈີນອີກ ເປັນເວລາບໍ່ດົນປານໃດ ໂດຍເຮັດວຽກອອກແບບຜະລິດຕະພັນຂອງທະນາຄານ ບໍ່ວ່າຈະເປັນແຜ່ນພັບ, ປ້າຍ, ສື່ໂຄສະນາ, ຕູ້ເອທີເອັມ… ສ່ວນວັນເສົາ-ອາທິດ ກໍສອນວິຊາອອກແບບ ໂດຍໄດ້ເຊົ່າສະຖານທີ່ຢູ່ແຖວສະຖານີໄຟຟ້າໂພນຕ້ອງ ດັດແປງເປັນຫ້ອງຮຽນ ໂດຍແບ່ງອອກເປັນ 2 ພາກ ຄືພາກເຊົ້າແລະພາກບ່າຍ ຫຼັກສູດການຮຽນ-ການສອນ ໃຊ້ເວລາ 3 ເດືອນ (ຮຽນສະເພາະວັນເສົາ-ອາທິດ) ໃຜມີຄວາມມັກຮັກໃນການອອກແບບສື່ສິ່ງພິມ ກໍສາມາດໄປຮຽນນຳໄດ້ ກຳລັງຊິເປີດຊຸດເທີມໃໝ່ໃນເດືອນ ມິຖຸນາ 2015 ທີ່ຈະມາເຖິງນີ້.
ໄກ ໄດ້ບອກເຫດຜົນທີ່ຕົນເອງ ເປີດໂຮງຮຽນນ້ອຍໆ ສອນຜູ້ທີ່ສົນໃຈຮຽນແມ່ນ ມາຈາກຄວາມຮັກ (ບໍ່ແມ່ນການເຮັດທຸລະກິດ) ເມື່ອເຮົາຮັກໃນອາຊີບນັກອອກແບບ ເຮົາກໍຢາກໃຫ້ມີຄົນຮຽນວິຊານີ້ຫຼາຍຂຶ້ນ ເພາະສ່ວນຫຼາຍແລ້ວນັກອອກແບບບ້ານເຮົາ ທີ່ມີໃນປັດຈຸບັນແມ່ນເຮັດດ້ວຍພອນສະຫວັນ ໂດຍບໍ່ໄດ້ຮຽນເປັນຫຼັກສູດຄັກແນ່ ດັ່ງນັ້ນ, ຖ້າມີພອນສະຫວັນແລ້ວ ບວກໃສ່ມີຄູແນະນຳທາງໃຫ້ ກໍຈະເປັນເລື່ອງທີ່ວິເສດຫຼາຍ ແລ້ວເມື່ອມີການຮຽນ-ການສອນ ມີນັກອອກແບບຫຼາຍຂຶ້ນ ວິຊານີ້ກໍຈະມີການແຂ່ງຂັນກັນຫຼາຍຂຶ້ນ ອັນເປັນການສ້າງສີໄມ້ລາຍມືໃຫ້ຄົນລາວໂດຍລວມ. ສະຫຼຸບງ່າຍໆ ເຫດຜົນທີ່ເປີດຫ້ອງສອນວິຊາອອກແບບ ຄືຢາກຖ່າຍທອດຄວາມຮູ້ທີ່ຕົນມີ ແລະວິຊາທີ່ຕົນຮັກ ໃຫ້ແກ່ຜູ້ອື່ນ.
ຖາມວ່າ ວິຊາທີ່ໄປຮຽນ 5 ປີ ຈາກມະຫາວິທະຍາໄລແຫ່ງຊາດນັ້ນ ບໍ່ໄດ້ໃຊ້ເລີຍແມ່ນບໍ? ໄກຕອບວ່າ : ການຮຽນຢູ່ ມະຫາວິທະຍາໄລແຫ່ງຊາດ ເປັນເວລາ 5 ປີນັ້ນ ແມ່ນຮຽນເພື່ອໃຫ້ໄດ້ໃບປະກາດ ເພາະຕາມສຳນັກງານ ອົງການ ໂດຍສະເພາະແມ່ນພາກລັດ ເວລາຮັບສະໝັກງານຈະປະກາດເອົາແຕ່ຜູ້ມີໃບປະກາດຈົບປະລິນຍາ ຫຼືຊັ້ນສູງຂຶ້ນໄປ ໃນຂະນະທີ່ພໍ່ແມ່ກໍຢາກໃຫ້ເຮັດວຽກນຳລັດ ຫຼືສຳນັກງານໃຫຍ່ໆ ແລະຖ້າມີໂອກາດກໍຈະໄດ້ໃຊ້ໃບປະກາດນັ້ນ. ແນວໃດກໍຕາມ ການຮຽນ 5 ປີໃນວິຊາການທ່ອງທ່ຽວນັ້ນ ເຖິງຈະບໍ່ໄດ້ນຳໃຊ້ຄວາມຮູ້ນັ້ນໂດຍກົງ ແຕ່ເຮົາກໍໄດ້ປະສົບການ ແລະທັກສະຫຼາຍຢ່າງ ຈາກການຮຽນດັ່ງກ່າວ ເຊິ່ງມັນອາດຈະຖືກໃຊ້ເຂົ້າໃນຊີວິດປະຈຳວັນ ໂດຍບໍ່ຮູ້ສຶກໂຕກໍໄດ້.
ຖາມວ່າ ໃນນາມທີ່ເປັນລູກຜູ້ໜຶ່ງ ແລະໄດ້ຮຽນຕາມການແນະນຳຂອງພໍ່ແມ່ ແຕ່ເປັນວິຊາທີ່ບໍ່ແມ່ນພອນສະຫວັນຂອງຕົນ ໄກມີຄວາມຄິດເຫັນແນວໃດ? ໄກຕອບວ່າ: ກ່ອນອື່ນໝົດລູກໆ ຕ້ອງເຂົ້າໃຈກ່ອນວ່າ ພໍ່ແມ່ທຸກຄົນແມ່ນຮັກລູກ ຢາກໃຫ້ລູກໄດ້ຮຽນດີໆ ໄດ້ວຽກດີໆ ມີເງິນເດືອນດີໆ ເພິ່ນຈຶ່ງມັກຈະແນະນຳໃຫ້ຜູ້ເປັນລູກໄດ້ຮຽນສູງໆ ແລະວິຊາທີ່ຄາດວ່າຈະດີຕໍ່ອະນາຄົດຂອງລູກ. ດັ່ງນັ້ນ, ລູກໆ ຈຶ່ງບໍ່ຄວນຂັດໃຈພໍ່ແມ່ຈົນເດັດຂາດ ໃນຂະນະທີ່ພໍ່ແມ່ກໍຄວນເບິ່ງພອນສະຫວັນຂອງລູກໃຫ້ອອກ ນັ້ນກໍຄືພົບກັນເຄິ່ງທາງ ໂອ້ລົມກັນວ່າພໍ່ແມ່ມັກຫຍັງ ລູກໆມັກຫຍັງ ຮຽນມາແລ້ວໄປເຮັດຫຍັງຢູ່ໃສ? ຢ່າລືມວ່າພອນສະຫວັນແລະຄວາມສຸກທີ່ໄດ້ເຮັດສິ່ງໃດ ນັ້ນຄືຄວາມມັກຂອງຜູ້ນັ້ນ.
ຖາມວ່າຜູ້ທີ່ມັກສິລະປະຈະມີຄວາມແຕກຕ່າງໄປຈາກຜູ້ຄົນທົ່ວໄປຄືແນວໃດ? ໄກຕອບວ່າ ພວກມັກສິລະປະ ຫຼືພວກນັກສິລະປິນ ຈະເປັນຜູ້ທີ່ມັກອິດສະຫຼະ ມັກຄວາມເປັນໂຕເອງສູງ ບໍ່ມັກຖືກຈຳກັດຂອບເຂດ ຢາກມີພື້ນທີ່ເປັນພື້ນທີ່ສ່ວນຕົວ ເຮັດຈັ່ງໃດກໍໄດ້ທີ່ຕົນເອງມັກ ເຮັດແລ້ວມີຄວາມສຸກ ເຊັ່ນ ບາງຄົນມັກສັກລາຍໃສ່ໂຕເອງ, ບາງຄົນມັກຈົ່ງໜວດ, ບາງຄົນມັກແຖຜົມ… ດັ່ງນີ້ເປັນຕົ້ນ ແຕ່ກໍບໍ່ໝາຍຄວາມວ່າເຂົາເຈົ້າຈະເຮັດແນວບໍ່ດີ ພວກຜົມຍາວໆ ຖ້າໄດ້ເຂົ້າເຖິງເຂົ້າເຈົ້າຈະຮູ້ວ່າ ເຂົາເປັນຄົນມັກມ່ວນ ແລະອົບອຸ່ນດີ.
ນັ້ນຄືບົດສົນທະນາ ກັບຄົນຮັກສິລະປະ ທີ່ຜູ້ຂຽນນຳມາສະເໜີຕໍ່ທ່ານຜູ້ອ່ານ ຫວັງວ່າຈະພໍເຂົ້າໃຈບາງແງ່ມຸມໃນຊີວິດສ່ວນຕົວຂອງຄົນຮັກສິລະປະ ແລະໄດ້ບາງແງ່ຄິດບໍ່ຫຼາຍກໍໜ້ອຍ. ຖ້າທ່ານຜູ້ອ່ານທ່ານໃດສົນໃຈຢາກຮຽນການອອກແບບ ທີ່ສາມາດໃຊ້ປະກອບເປັນອາຊີບໄດ້ ກໍສາມາດໄປຮຽນນຳຜູ້ກ່ຽວໄດ້ ສອບຖາມໄປທີ່ເບີໂທ: 020 55314744 ຫຼືຕິດຕາມທາງເຟສບຸກເພຈ: www.facebook.com/linelao.graphic.design