spot_img
Homeຊີວິດແລະຄວາມຮັກຜິດທີ່ຂ້ອຍມັກຜົວເຂົາ

ຜິດທີ່ຂ້ອຍມັກຜົວເຂົາ

Published on

hqdefault

ຄວາມຈິງເລື່ອງນີ້ບາງຄົນອາດຈະເບິ່ງວ່າ ບໍ່ສົມຄວນເວົ້າອອກສື່ ແຕ່ຂ້ອຍຕ້ອງຂໍໂທດນຳຫຼາຍໆ ເພາະຂ້ອຍຢາກໃຫ້ເຫດການນີ້ ເປັນບົດຮຽນແກ່ສັງຄົມ ຂ້ອຍຄິດວ່າສື່ສາມາດເຮັດໃຫ້ຄົນເຫັນ ເປັນຈຳນວນຫຼວງຫຼາຍ ແລະມັນຈະເປັນສິ່ງເຕືອນສະຕິແກ່ຜູ້ອ່ານໄດ້ ເຊິ່ງຈະເຮັດໃຫ້ຜູ້ທີ່ກຳລັງຂາດສະຕິ ກຳລັງກະທຳຜິດຢູ່ໄດ້ຮັບຮູ້ ແລະຖອຍອອກຈາກວັງວົນແຫ່ງກາມະຕິເລດ ສ້າງສັນສັງຄົມໃຫ້ໜ້າຢູ່ ຄອບຄົວທຸກຄອບຄົວໃນສັງຄົມ ມີຄວາມອົບອຸ່ນ ແມ່ຍິງແລະເດັກນ້ອຍໄດ້ຮັບການເອົາໃຈໃສ່ ຈາກຫົວໜ້າຄອບຄົວ.

ຂ້ອຍເປັນຄົນບ້ານນອກ ມາແຕ່ຕ່າງແຂວງ ພໍດີຮຽນຈົບ ມັດທະຍົມແລ້ວ ຂ້ອຍເດິນທາງເຂົ້າມາ ສອບເສັງເຂົ້າວິທະຍາໄລຂອງລັດແຫ່ງໜຶ່ງ ໂດຍມີອ້າຍຮັກຜູ້ໜຶ່ງເປັນຜູ້ພາໄປສອບເສັງ ເມື່ອເສັງໄດ້ແລ້ວຂ້ອຍກໍໄດ້ມາຊອກ ເຊົ່າຫ້ອງຢູ່ໃກ້ໆ ກັບວິທະຍາໄລດັ່ງກ່າວ. ຂ້ອຍຢາກບອກວ່າ ບໍລິເວນທີ່ຂ້ອຍຢູ່ຫັ້ນ ມີຮ້ານອາຫານອ້ອມຢູ່ ໂດຍສະເພາະແມ່ນ ຮ້ານກິນດື່ມ ຂ້ອຍກໍບໍ່ເຂົ້າໃຈວ່າເປັນຫຍັງຕ້ອງໄປຕັ້ງ ຮ້ານຄາລາໂອເກະ ຮ້ານບັນເທີງ ຫຼືຮ້ານກິນດື່ມ ໃສ່ບໍລິເວນໃກ້ໂຮງຮຽນຫຼວງຫຼາຍຂະໜາດນັ້ນ ພໍແຕ່ມຸ່ງໜ້າເຂົ້າສູ່ວິທະຍາເຂດແລ້ວ ຫຼຽວໄປທາງໃດກໍເຕັມແຕ່ຮ້ານບັນເທີງ.

ຂ້ອຍເຊົ່າຫ້ອງຢູ່ກັບໝູ່ອີກ 2 ຄົນ (ຜູ້ຍິງໝົດ) ອາຫານການກິນບາງມື້ກໍໄປເກັບຜັກ ບາງມື້ກໍອອກຕະຫຼາດ ແລະຫຼາຍໆ ມື້ກໍແມ່ນໄປກິນເຂົ້າປຽກຢູ່ຮ້ານ ໃກ້ໆກັບຫ້ອງເຊົ່າ. ຢູ່ບ່ອນນີ້ລະ ຂ້ອຍໄດ້ພົບກັບຜູ້ຊາຍຜູ້ໜຶ່ງອາຍຸປະມານ 30 ປີ ເກືອບທຸກເທື່ອທີ່ຂ້ອຍໄປກິນເຂົ້າປຽກຢູ່ຫັ້ນ ຂ້ອຍຈະເຫັນລາວ, ບາງເທື່ອກໍໄດ້ນັ່ງກິນເຂົ້າປຽກຮ່ວມໂຕະດຽວກັນ ລາວກໍຖາມນັ້ນຖາມນີ້ ເວົ້າຢອກ ຫຼາຍເທື່ອຕໍ່ຫຼາຍທີ ຂ້ອຍກັບລາວກໍຄຸ້ນເຄີຍກັນ ຈາກນັ້ນມາເວລາພົບກັນຢູ່ຮ້ານເຂົ້າປຽກ ລາວຈະຈ່າຍຄ່າເຂົ້າປຽກໃຫ້ທຸກເທື່ອ ພວກຂ້ອຍແລກເບີໂທກັນ, ແລກແອັບກັນ ແຊດລົມກັນທາງຂໍ້ຄວາມ, ຕໍ່ມາລາວກໍໄດ້ຊວນຂ້ອຍໄປຫຼິ້ນນັ້ນຫຼິນນີ້ ເຊິ່ງຂ້ອຍກໍໄດ້ພາໝູ່ຂອງຂ້ອຍໄປນຳ.

ສາຍພົວພັນລະຫວ່າງຂ້ອຍກັບລາວນັບມື້ ຮັດແໜ້ນຂຶ້ນຈົນກາຍເປັນຄວາມຮັກ ຂ້ອຍເຄີຍຖາມລາວຫຼາຍເທື່ອ ເຖິງສະຖານະຂອງລາວ ລາວກໍຢືນຢັນວ່າລາວບໍ່ມີເມຍ ເຄີຍມີແຕ່ແຟນແຕ່ວ່າເຊົາກັນດົນແລ້ວ ຂ້ອຍກໍຮູ້ສຶກໄວ້ວາງໃຈລາວຫຼາຍຂຶ້ນ ລາວກໍມັກຊວນຂ້ອຍໄປນັ້ນໄປນີ້ ເຊິ່ງແນ່ນອນວ່າລາວກໍຮັກຂ້ອຍແທ້ໆ ແຕ່ຂ້ອຍບໍ່ຮູ້ເບື້ອງຫຼັງຂອງລາວຊື່ໆ.

ມີມື້ໜຶ່ງ, ລາວຊວນຂ້ອຍເຂົ້າລີສອດຕອນກາງເວັນ ເຊິ່ງທີ່ຈິງແລ້ວລາວຊວນຂ້ອຍຫຼາຍເທື່ອແລ້ວ ແຕ່ວ່າຂ້ອຍບໍ່ຕົກລົງ ເພາະຂ້ອຍຄິດຢ້ານຫຼາຍຢ່າງຄື ຢ້ານລາວໄດ້ຂ້ອຍແລ້ວລາວຊິເລີກກັບຂ້ອຍ, ຢ້ານຖືພາ, ຢ້ານຕິດພະຍາດ, ຢ້ານຄົນອື່ນຮູ້ ແລະທີ່ສຳຄັນແມ່ນຂ້ອຍຍັງບໍ່ເຊື່ອເຕັມຮ້ອຍ ວ່າລາວບໍ່ມີເມຍ ເພາະລາວຍັງເປັນຄົນໜຸ່ມແໜ້ນ ໜ້າຕາດີ ແຕ່ສິ່ງໜຶ່ງທີ່ເຮັດໃຫ້ຂ້ອຍເປັນຄົນຊົ່ວ ແມ່ນຍ້ອນວ່າຂ້ອຍຮັກລາວ. ມື້ນີ້ ຂ້ອຍໄດ້ຕອບຕົກລົງກັບລາວ ຂ້ອຍຮູ້ສຶກຢ້ານຫຼາຍ ຢ້ານຄົນອື່ນຊິເຫັນຂ້ອຍເຂົ້າລີສອດ ໂດຍສະເພາະແມ່ນຢ້ານຄົນທີ່ຮູ້ຈັກຂ້ອຍເຫັນ ເວລາຂີ່ລົດໄປນຳລາວ ຂ້ອຍໄດ້ນອນລົງເພື່ອບໍ່ໃຫ້ຄົນອື່ນ ເຂົາເຫັນວ່າມີຂ້ອຍຢູ່ໃນລົດ ເວລາຊິລົງຈາກລົດເຂົ້າລີສອດ ຂ້ອຍໃຫ້ລາວລົງກ່ອນ ເພື່ອເປີດປະຕູ ປິດຜ້າກັ້ງຫ້ອງເຂົ້າກ່ອນ ແລ້ວຂ້ອຍກໍໄດ້ເອົາຜ້າແພປົກຫົວ ປົກໜ້າໂຕເອງ ເປີດປະຕູລົດແລ່ນເຂົ້າໄປ ໃນຫ້ອງພັກທັນທີ ຂ້ອຍໝັ້ນໃຈວ່າບໍ່ມີໃຜເຫັນຂ້ອຍແນ່ນອນ.

ຕົກຕອນແລງຂອງມື້ດຽວກັນນັ້ນ ຂ້ອຍໄດ້ຮັບໂທລະສັບຈາກຜູ້ຍິງຄົນໜຶ່ງ ກໍຄືເມຍຂອງລາວນັ້ນເອງ ລາວໂທຫາຂ້ອຍດ້ວຍຄວາມສຸພາບ (ລາວບໍ່ໄດ້ຮ້າຍດ່າຂ້ອຍເລີຍ) ລາວໂທມາບອກຂ້ອຍວ່າ ລາວສົງໄສແຕ່ດົນແລ້ວ ວ່າຜົວຂອງລາວພົວພັນກັບຂ້ອຍ ແຕ່ລາວຍັງບໍ່ເຫັນກັບຕາຂອງລາວ ແຕ່ຕົກມາຮອດມື້ສວາຍນີ້ ລາວໄດ້ຕິດຕາມຜົວຂອງລາວໄປ ຈຶ່ງຮູ້ວ່າຜົວຂອງລາວໄປຈຶ່ງຮູ້ຢ່າງຈະແຈ້ງວ່າ ຜົວຂອງລາວກັບຂ້ອຍພົວພັນກັນແບບຊູ້ສາວ ຂ້ອຍກະບໍ່ໄດ້ປະຕິເສດ ແຕ່ຂ້ອຍໄດ້ບອກລາວວ່າຂ້ອຍ ບໍ່ຮູ້ແທ້ໆ ວ່າລາວມີເມຍຢູ່. ເມຍຂອງລາວໄດ້ອ້ອນວອນຂ້ອຍ ຂໍໃຫ້ເລີກຈາກຜົວຂອງລາວ ໂດຍຍົກເຫດຜົນຫຼາຍປະການ ມາເວົ້າ ລາວວ່າຕັ້ງແຕ່ຜົວຂອງລາວຄົບກັບຂ້ອຍ ຜົວຂອງລາວຫ່າງເຫີນຄອບຄົວ ບໍ່ຄ່ອຍສົນໃຈກັບລູກເຕົ້າ ລູກເມຍຂາດຄວາມອົບອຸ່ນ ກິນບໍ່ແຊບນອນບໍ່ຫຼັບ.

ການອ້ອນວອນດ້ວຍເຫດຜົນຂອງເມຍລາວ ເຮັດໃຫ້ຂ້ອຍເຂົ້າໃຈໄດ້ຢ່າງງ່າຍດາຍ ເນື່ອງຈາກຂ້ອຍກໍເປັນຄົນບໍ່ມີພໍ່ມາແຕ່ນ້ອຍ ພໍ່ປະແມ່ຂ້ອຍຕັ້ງແຕ່ຂ້ອຍຍັງນ້ອຍ ແມ່ຂ້ອຍຕ້ອງລ້ຽງຂ້ອຍກັບນ້ອງໆ ໂດຍໂຕຄົນດຽວ ດ້ວຍຄວາມຍາກລຳບາກ ໃຜບໍ່ແມ່ນຂ້ອຍຄົງບໍ່ເຂົ້າໃຈດອກວ່າ ການທີ່ເຕີບໃຫຍ່ຂຶ້ນມາໂດຍບໍ່ມີພໍ່ແມ່ຢູ່ຄົບໜ້າຄົບຕາ ມັນມີຄວາມຮູ້ສຶກຈັ່ງໃດ ຂ້ອຍຄິດອີ່ຕົນແມ່ຂອງຂ້ອຍທີ່ສຸດ ແຕ່ຂ້ອຍກໍຊ່ວຍຫຍັງບໍ່ໄດ້ ເງິນທີ່ສົ່ງມາໃຫ້ຂ້ອຍເຂົ້າໂຮງຮຽນສ່ວນຫຼາຍ ກໍແມ່ນເງິນຂອງອ້າຍເອື້ອຍນ້ອງຂອງແມ່ ເພາະແມ່ຂອງຂ້ອຍບໍ່ມີເງິນພໍທີ່ຈະສົ່ງຂ້ອຍດອກ ນ້ອງໆຫຼາຍຄົນ.

ຂ້ອຍໄດ້ຕັດສິນໃຈເຊົາຈາກຜູ້ຊາຍຄົນນັ້ນແລ້ວ ໂດຍການຕັດສິນໃຈຖິ້ມເບີໂທລະສັບ ຍ້າຍບ່ອນຢູ່ ຂ້ອຍເຈັບປວດຫຼາຍເພາະຂ້ອຍຮັກລາວ ແຕ່ຂ້ອຍກໍຕ້ອງຍອມເຮັດເພື່ອຄອບຄົວຂອງລາວ ຂ້ອຍບໍ່ຕ້ອງການທີ່ຈະມ້າງເພທຳລາຍ ຄວາມສຸກຄວາມອົບອຸ່ນຂອງຄອບຄົວ ຫຼືລູກເມຍຂອງໃຜ. ຂ້ອຍຕ້ອງຂໍໂທດເມຍຂອງລາວໃນໂອກາດນີ້ດ້ວຍ.

ຂໍຝາກເຕືອນເພື່ອນໆ ໄວ້ໃນທີ່ນີ້ວ່າ ການຄົບຄ້າສະມາຄົມກັບເພດກົງກັນຂ້າມ ຂໍໃຫ້ລະວັງໃຫ້ດີ ສັງເກດດີໆ ໃຫ້ຮູ້ວ່າໃຜເປັນຈັ່ງໃດ ແມ່ນຢູ່ວ່າເຂົາກໍຮັກເຮົາແທ້ ແຕ່ເຂົາມີຄອບຄົວແລ້ວ ເຮົາກໍຕ້ອງອອກຈາກເຂົາໃຫ້ໄດ້ ເພາະນັ້ນຄືເຮົາກຳລັງເຮັດຜິດຢູ່. ໃຫ້ສັງເກດດີໆ ຖ້າຄົນມີເມຍ ເຂົາຈະບໍ່ໃຫ້ເຮົາໂທລະສັບໄປຫາ (ເຂົາບອກວ່າຈະໂທຫາເອງ), ເວລາເຮົາໂທຫາບາງເທື່ອບາງເວລາ ຈະບໍ່ຮັບເດັດຂາດ ໂດຍສະເພາະແມ່ນຕອນຄ່ຳໄປຫາເຊົ້າ, ເປັນເລື່ອງຍາກທີ່ສຸດທີ່ເຂົາຈະຊວນເຮົາໄປງານ ທີ່ມີໝູ່ຄູ່ເພື່ອນຝຸງຂອງເຂົາ ແລະເປັນໄປບໍ່ໄດ້ທີ່ເຂົາຈະຊວນເຮົາເມືອຢາມເຮືອນ…

ຖ້າເຫັນວ່າເລື່ອງນີ້ຖືກໃຈທ່ານ ຂໍໃຫ້ແບ່ງປັນເພື່ອນຂອງທ່ານແດ່ເດີ !!

ບົດຄວາມຫຼ້າສຸດ

ເສຍຊີວິດຢ່າງນ້ອຍ 4 ຄົນ ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ

ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ສຳນັກຂ່າວຕ່າງປະເທດລາຍງານໃນຊ່ວງຕອນເຊົ້າຂອງວັນອາທິດ 12 ຕຸລາ 2025 ເກີດເຫດເຫດການກວດຍິງ ພາຍໃນ ບາແຫ່ງໜຶ່ງ ເຊິ່ງເປັນບາທີ່ໄດ້ຮັບຄວາມນິຍົມຢູ່ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ເຊິ່ງເຫດການດັ່ງກ່າວເຮັດໃຫ້ມີຄົນເສຍຊີວິດຢ່າງນ້ອຍ 4 ຄົນ...

ເລີ່ມ! ວັນທີ 1 ພະຈິກ 2025 ທ່ານ ໂດນັລ ທຣຳ ປະທານນາທິບໍດີ ສະຫະລັດອາເມລິກາ ຈະຮຽກເກັບພາສີນຳເຂົ້າສິນຄ້າຈາກຈີນ ເພີ່ມອີກ 100%

ລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາ ທ່ານ ໂດນັລ ທຣຳ ປະທານນາທິບໍດີ ສະຫະລັດອາເມລິກາ ໄດ້ອອກຄໍາສັ່ງ ຈະຮຽກເກັບພາສີນຳເຂົ້າສິນຄ້າຈາກຈີນ ເພີ່ມອີກ 100% ຈາກທີ່ປັດຈຸບັນສະຫະລັດເກັບພາສີສິນຄ້າຈີນຢູ່ທີ່...

ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ

ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ. ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...

ວັນການທູດລາວຄົບຮອບ 80 ປີ ປັດຈຸບັນ ລາວມີສາຍພົວພັນການທູດກັບ 151 ປະເທດ ມີສໍານັກງານຕາງໜ້າການທູດ ຢູ່ຕ່າງປະເທດ 41 ແຫ່ງ

ວັນການທູດລາວຄົບຮອບ 80 ປີ (12/10/1945-12/10/2025) ແມ່ນວັນສຳຄັນທາງປະຫວັດສາດຂອງຊາດ ທີ່ມີຄວາມໝາຍຄວາມສຳຄັນ ເພາະສະແດງອອກພູມປັນຍາຄວາມສະຫລາດສ່ອງໃສຂອງບັນພະບູລຸດ ແລະ ຄວາມສຳເລັດຂອງພາລະກິດຕ່າງໆຕັ້ງແຕ່ອາດີດຮອດປັດຈຸບັນ ແລະ ແນໃສ່ສືບຕໍ່ສ້າງເປັນບົດຮຽນ ເປັນມູນມັງມໍລະດົກຕົກທອດໃຫ້ແກ່ຄົນຮຸ່ນ ໃໝ່ຕໍ່ໆໄປໃນອະນາຄົດ. ເຊິ່ງກົມການເມືອງສູນກາງພັກໄດ້ອອກແຈ້ງການສະບັບເລກທີ...