spot_img
Homeຂ່າວຕ່າງປະເທດໄທ​ກວດ​ພົບ​ ຄ້າຍ​ຄ້າ​ມະ​ນຸດ​ຊາວ​ໂຣ​ຮິນ​ຍາ ແຫ່ງ​ໃຫຍ່​ທີ່​ສຸດ​ເທິງ​ພູ​ແກ້ວ ແຂວງ​ສົງ​ຂາ!

ໄທ​ກວດ​ພົບ​ ຄ້າຍ​ຄ້າ​ມະ​ນຸດ​ຊາວ​ໂຣ​ຮິນ​ຍາ ແຫ່ງ​ໃຫຍ່​ທີ່​ສຸດ​ເທິງ​ພູ​ແກ້ວ ແຂວງ​ສົງ​ຂາ!

Published on

rohingja01

ເຈົ້າ​ໜ້າ​ທີ່​ໄທ​ກວດ​ພົບ​ຄ້າຍ​ກັກ​ກັນ​ຊາວ​ໂຣ​ຮິນ​ຍາແຫ່ງ​ໃໝ່ ເທິງຍອດ​ພູ​ແກ້ວຊາຍ​ແດນ​ໄທ – ມາ​ເລ​ເຊຍ ຄາດ​ອາດ​ບັນ​ຈຸ​ຊາວ​ໂຣ​ຮິນ​ຍາ​ໄດ້​ ປະ​ມານ 1,000 ກ່​ວາ​ຄົນ.

ສຳ​ນັກ​ຂ່າວຕ່າງ​ປະ​ເທດ ລາຍ​ງານ​ໃນ​ວັນ​ທີ 12 ພຶດ​ສະ​ພາ​ຜ່ານ​ມາ​ນີ້​ວ່າ ເຈົ້າ​ໜ້າ​ທີ່​ໄທ​ໄດ້​ກວດ​ພົບ​ຄ້າຍ​ກັກ​ກັນ​ຊາວ​ໂຣ​ຮິນ​ຍາແຫ່ງ​ໃໝ່ ເທິງ​ພູ​ແກ້ວ ເຂດ​ຊາຍ​ແດນ​ໄທ – ມາ​ເລ​ເຊຍ ເຊິ່ງ​ຕັ້ງ​ຢູ່​ບໍ​ລິ​ເວນ​ຕາ​ແສງ​ປາ​ດັງ​ເບ​ຊາ ເມືອງ​ສະ​ເດົາ ແຂວງ​ສົງ​ຂາ ແລະ ຍັງ​ພົບ​ສຸ​ສານ​ຝັງ​ສົບ​ ຢູ່​ບໍ່​ໄກ​ຈາກ​ຈຸດ​ທີ່​ພົບ​ຄ້າຍ​ອີກ ປະ​ມານ 3 ກິ​ໂລ​ແມັດ ໂດຍ​ຜ່ານ​ການກວດ​ສອບ​ພົບ​ວ່າ ຄ້າຍ​ດັ່ງ​ກ່າວ​ເປັນ​ຄ້າຍ​ທີ່​ໃຫຍ່​ທີ່​ສຸດ​ເທິງ​ພູ​ແກ້ວ ເຊິ່ງ​ຄາດ​ວ່າ​ສາ​ມາດ​ບັນ​ຈຸ​ຊາວ​ໂຣ​ຮິນ​ຍາໄດ້ ປະ​ມານ 1,000 ຄົນ ໂດຍ​ຄ້າຍ​ດັ່ງ​ກ່າວ​ນີ້ ປຸກ​ສ້າງ​ຂຶ້ນ​ມີ​ລັກ​ສະ​ນະ​ຖາ​ວອນ ແລະ ສະ​ພາບ​ຍັງ​ໃໝ່​ອ່ຽມ.

ນອກ​ຈາກ​ນີ້ ເຈົ້າ​ໜ້າ​ທີ່​ຍັງ​ພົບ​ເຄື່ອງ​ໃຊ້ ແລະ ເສື້ອ​ຜ້າ​ຢູ່​ພາຍ​ໃນ​ຄ້າຍ​ດັ່ງ​ກ່າວ ໂດຍ​ຄາດ​ວ່າ​ຂະ​ບວນ​ການ​ຄ້າ​ມະ​ນຸດ ອາດ​ຫາ​ກໍ​ຍ້າຍ​ຊາວ​ໂຣ​ຮິນ​ຍາ​ອອກ​ຈາກ​ຄ້າຍ​ນີ້ ໄປ​ຍັງ​ຝັ່ງ​ມາ​ເລ​ເຊຍ​ບໍ່​ດົນ ເຊິ່ງ​ເບື້ອງ​ຕົ້ນ​ເຈົ້າ​ໜ້າ​ທີ່​ໄດ້​ເກັບ​ຫລັກ​ຖານ​ທີ່​ພົບ ເພື່ອ​ນຳ​ໄປ​ພິ​ສູດ ໃນ​ການ​ເຊື່ອມ​ໂຍງ​ດຳ​ເນີນ​ຄະ​ດີ​ກັບ​ກຸ່ມ​ຄ້າ​ມະ​ນຸດ​ດັ່ງ​ກ່າວ.

ຢ່າງ​ໃດ​ກໍ​ຕາມ ມີ​ລາຍ​ງານ​ອີກວ່າ ເຈົ້າ​ໜ້າ​ທີ່​ໄດ້​ກວດ​ພົບ​ຄ້າຍ​ຂະ​ໜາດ​ນ້ອຍ​ອີກ 3 ແຫ່ງ ເທິງ​ພູ​ແກ້ວ ແລະ ໃນ​ເບື້ອງ​ຝັ່ງ​ຂອງ​ລັດ​ເປີ​ລິ​ດ ປະ​ເທດ​ມາ​ເລ​ເຊຍ ກໍ​ຍັງ​ມີ​ຄ້າຍ​ກັກ​ກັນ​ລັກ​ສະ​ນະ​ດຽວ​ກັນ​ອີກ 3 ແຫ່ງ ເຊິ່ງ​ຄາດ​ວ່າ​ສ້າງ​ຂຶ້ນ ເພື່ອ​ໄວ້​ຖ້າ​ຮອງ​ຮັບ​ຈຳ​ນວນ​ທີ່​ຖືກ​ເຄື່ອນ​ຍ້າຍ​ອອກ​ຈາກ​ຝັ່ງ​ໄທ.

rohingja02

 

ບົດຄວາມຫຼ້າສຸດ

ໄລຍະ 3 ເດືອນ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ສາມາດດຶງດູດການລົງທຶນໄດ້ 1 ຕື້ກວ່າໂດລາ

ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ປະທານຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ໄດ້ລົງຊີ້ນຳວຽກງານ ຫ້ອງການ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ. ໃນຕອນເຊົ້າຂອງ ວັນທີ 13...

ເສຍຊີວິດຢ່າງນ້ອຍ 4 ຄົນ ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ

ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ສຳນັກຂ່າວຕ່າງປະເທດລາຍງານໃນຊ່ວງຕອນເຊົ້າຂອງວັນອາທິດ 12 ຕຸລາ 2025 ເກີດເຫດເຫດການກວດຍິງ ພາຍໃນ ບາແຫ່ງໜຶ່ງ ເຊິ່ງເປັນບາທີ່ໄດ້ຮັບຄວາມນິຍົມຢູ່ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ເຊິ່ງເຫດການດັ່ງກ່າວເຮັດໃຫ້ມີຄົນເສຍຊີວິດຢ່າງນ້ອຍ 4 ຄົນ...

ເລີ່ມ! ວັນທີ 1 ພະຈິກ 2025 ທ່ານ ໂດນັລ ທຣຳ ປະທານນາທິບໍດີ ສະຫະລັດອາເມລິກາ ຈະຮຽກເກັບພາສີນຳເຂົ້າສິນຄ້າຈາກຈີນ ເພີ່ມອີກ 100%

ລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາ ທ່ານ ໂດນັລ ທຣຳ ປະທານນາທິບໍດີ ສະຫະລັດອາເມລິກາ ໄດ້ອອກຄໍາສັ່ງ ຈະຮຽກເກັບພາສີນຳເຂົ້າສິນຄ້າຈາກຈີນ ເພີ່ມອີກ 100% ຈາກທີ່ປັດຈຸບັນສະຫະລັດເກັບພາສີສິນຄ້າຈີນຢູ່ທີ່...

ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ

ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ. ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...