spot_img
Homeຂ່າວຕ່າງປະເທດຊາ​ອຸດິ​ອາ​ຣະ​ເບຍ - ​ພັນ​ທະ​ມິດ ຖະ​ຫລົ່ມ​ສາງ​ອາ​ວຸດ​ໃນ​ເຢ​ເມນ ຕາຍ - ບາດ​ເຈັບ​ເດຍ​ລະ​ດາດ!

ຊາ​ອຸດິ​ອາ​ຣະ​ເບຍ – ​ພັນ​ທະ​ມິດ ຖະ​ຫລົ່ມ​ສາງ​ອາ​ວຸດ​ໃນ​ເຢ​ເມນ ຕາຍ – ບາດ​ເຈັບ​ເດຍ​ລະ​ດາດ!

Published on

EyWwB5WU57MYnKOuFtPOqoLOZwFC1TsJpfwUUR3KyHBBLhwupDzt06

ເຮືອ​ບິນ​ຮົບ​ຂອງ​ກຸ່ມ​ພັນ​ທະ​ມິດ​ອາ​ຫລັບ ນຳ​ໂດ​ຍ​ຊາ​ອຸ​ດິອ​າ​ຣະ​ເບຍ ບຸກ​ໂຈມ​ຕີ​ທາງ​ອາ​ກາດ​ທຳ​ລາຍ​ສາງ​ອາ​ວຸດ ໃກ້​ກັບ​ເມືອງ​ຫລວງ​ຂອງ​ເຢ​ເມນ ເຮັດ​ໃຫ້​ເກີດ​ລະ​ເບີດ​ຢ່າງ​ຮຸນ​ແຮງ ຈົນ​ມີ​ຜູ້​ເສຍ​ຊີ​ວິດ ແລະ ບາດ​ເຈັບ​ຈຳ​ນວນ​ຫລາຍ.

ສຳ​ນັກ​ຂ່າວ​ຕ່າງ​ປະ​ເທດ​ລາຍ​ງານ​ ໃນ​ວັນ​ທີ 13 ພຶດ​ສະ​ພາ​ນີ້​ວ່າ ເຮືອ​ບິນ​ຮົບ​ຂອງ​ກຸ່ມ​ພັດ​ທະ​ມິດ​ຊາດ​ອາ​ຫລັບ ແລະ ຕາ​ເວັນ​ອອກ​ກາງ ເຊິ່ງ​ນຳ​ໂດຍ​ກອງ​ທັບ​ຊາ​ອຸ​ດິ​ອາ​ຣະ​ເບຍ ໄດ້​ດຳ​ເນີນ​ການ​ໂຈມ​ຕີ​ທາງ​ອາ​ກາດ ທຳ​ລາຍ​ສາງ​ເກັບ​ອາ​ວຸດ ເຊິ່ງ​ຕັ້ງ​ຢູ່​ໃນ​ຄ້າຍ​ທະ​ຫານ​ໃກ້​ກັບ​ນະ​ຄອນ​ຫລວງ​ຊາ​ນາ ເມືອງ​ຫລວງ​ຂອງ​ປະ​ເທດ​ເຢ​ເມນ ເຮັດ​ໃຫ້​ເກີດ​ການ​ລະ​ເບີດ​ຢ່າງ​ຮຸນ​ແຮງ ຈົນ​ມີ​ຜູ້​ເສຍ​ຊີ​ວິດ​ເຖິງ 69 ຄົນ ແລະ ບາດ​ເຈັບ​ອີກ​ຢ່າງ​ໜ້ອຍ 250 ຄົນ.

ການ​ໂຈມ​ຕີ​ດັ່ງ​ກ່າວ ເກີດ​ຂຶ້ນ​ໃນ​ຊ່ວງ​ຕອນ​ກາງ​ຄືນ​ຂອງ​ມື້​ວັນ​ຈັນ (11 ພຶດ​ສະ​ພາ) ຜ່ານ​ມາ ແຕ່​ການ​ລະ​ເບີດ​ຂອງ​ອາ​ວຸດ​ໃນ​ສາງ ເຊິ່ງ​ຕັ້ງ​ຢູ່​ໃນ​ຄ້າຍ​ທະ​ຫານ​ເທິງ​ພູ​ໂນ​ກຸມ ຍັງ​ຄົງ​ເກີດ​ລະ​ເບີດ​ຂຶ້ນ​ຢ່າງ​ຕໍ່​ເນື່ອງຈົນ​ເຖິງ​ຕອນ​ບ່າຍ​ຂອງ​ມື້​ວັນ​ອັງ​ຄານ (12 ພຶດ​ສະ​ພາ) ໂດຍ​ແຮງ​ລະ​ເບີດ ໄດ້​ສົ່ງ​ຄື່ນ​ກະ​ແທກ ແລະ ມີ​ເສດ​ຫັກ​ພັງ​ຂອງ​ສາງ ປິວ​ໄປ​ເຂດ​ຊຸມ​ຊົນ​ບໍ​ລິ​ເວນ​ອ້ອມ​ຮອບ ເຮັດ​ໃຫ້​ບ້ານ​ເຮືອນ​ໄດ້​ຮັບ​ຄວາມ​ເສຍ​ຫາຍ ແລະ ມີ​ຄົນ​ບາດ​ເຈັບ​ລົ້ມ​ຕາຍ.

 

 

 

ບົດຄວາມຫຼ້າສຸດ

ແຂວງຢຸນນານ ສປ ຈີນ ມອບເຄື່ອງຊ່ວຍເຫຼືອ ແກ່ແຂວງບໍ່ແກ້ວ ມູນຄ່າ 70 ລ້ານກີບ

ວັນທີ 24 ກັນຍາ 2024 ນີ້, ທ່ານ ຢວນຢາພິງ ຫົວໜ້າ ກອງບັນຊາການຕໍາຫຼວດນໍ້າ ແຂວງຢູນນານ ສປ ຈີນ ພ້ອມຄະນະ ໄດ້ນຳເອົາເຂົ້າສານ,...

ກຽມເປີດລົດເມໂດຍສານລະຫວ່າງປະເທດ ອຸດອນ-ໜອງຄາຍ-ວັງວຽງ

ບໍລິສັດຂົນສົ່ງ (ບກສ) ຂອງປະເທດໄທ ກຽມເປີດແລ່ນລົດເມ ເສັ້ນທາງ ອຸດອນ-ສະໜາມບິນອຸດອນ-ໜອງຄາຍ-ວັງວຽງ ເພື່ອອໍານວຍຄວາມສະດວກ ໃຫ້ບັນດານັກທ່ອງທ່ຽວ ແລະ ມີແຜນສຶກສາ ເສັ້ນທາງໃໝ່ ອີກ 5 ເສັ້ນທາງ...

ການພົບປະລະຫວ່າງຮອງນາຍົກລັດຖະມົນຕີ ລາວ-ຈີນ

ໃນໂອກາດເຂົ້າຮ່ວມງານວາງສະແດງສິນຄ້າ ຈີນ-ອາຊຽນ ຄັ້ງທີ 21 ທີ່ນະຄອນໜານໜິງ, ສປ ຈີນ, ໃນຕອນແລງຂອງວັນທີ 24 ກັນຍາ 2024 ທີ່ ສູນປະຊຸມສາກົນໂຮງແຮມລີ້ຢວນ, ສະຫາຍ...

ກອງປະຊຸມປຶກສາຫາລື ເພື່ອແກ້ໄຂໄພນໍ້າຖ້ວມ- ລາຍງານຜົນເສຍຫາຍ ນໍ້າຖ້ວມທົ່ວປະເທດ

ໃນວັນທີ 24 ກັນຍາ 2024, ຢູ່ຫ້ອງປະຊຸມກະຊວງປ້ອງກັນປະເທດໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບ ການແກ້ໄຂໄພພິບັດນໍ້າຖ້ວມ ຢູ່ບັນດາເເຂວງໃນລາວ, ໂດຍການເປັນປະທານ ຂອງສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ,...