Homeຂ່າວການພັດທະນາປະ­ທານ​ສະ­ພາ​ແຫ່ງ​ຊາດ ຕິດ­ຕາມ​ໂຄງ­ການ​ກໍ່­ສ້າງ​ເຂື່ອນ​ໄຟ­ຟ້າ​ນ້ຳ​ຄານ

ປະ­ທານ​ສະ­ພາ​ແຫ່ງ​ຊາດ ຕິດ­ຕາມ​ໂຄງ­ການ​ກໍ່­ສ້າງ​ເຂື່ອນ​ໄຟ­ຟ້າ​ນ້ຳ​ຄານ

Published on

20150511125159

ທ່ານ​ນາງ ປາ­ນີ ຢາ​ທໍ່​ຕູ້ ປະທານ​ສະ­ພາ​ແຫ່ງ​ຊາດ ລົງ​ເຄື່ອນໄຫວ​ຕິດ­ຕາມ​ໂຄງ­ການ​ກໍ່­ສ້າງເຂື່ອນ​ໄຟ­ຟ້າ​ນ້ຳ​ຄານ 3 ທີ່​ຕັ້ງລະ­ຫວ່າງ​ບ້ານ​ດອນ​ໂມ ຫາ​ບ້ານຄອນ​ຫວາຍ ເມືອງຊຽງ​ເງິນ ແຂວງ​ຫຼວງ​ພະ​ບາງ ເຊິ່ງ​ມີ​ກຳ­ລັ ຕິດ​ຕັ້ງ 60MW ໃນ​ວັນ​ທີ 7 ພຶດສະ­ພາ 2015 ຜ່ານ​ມາ ໂດຍ​ມີທ່ານ ທອງ​ເພັດ ດ້ວງ​ເງິນ ຮອງຜູ້­ອຳ­ນວຍ­ການ ລັດ​ວິ​ສາ​ຫະ​ກິດ ໄຟ­ຟ້າ​ລາວ ທ່ານ ສົມ​ພອນ ສີ​ອຸດົມ​ພັນ ເຈົ້າ­ເມືອງ​ຊຽງ​ເງິນ ທ່ານ ສຸ­ລິ­ຍາ ໂພ­ທິ​ໄຕ ຫົວ­ໜ້າ​ໂຄງການ​ກໍ່­ສ້າງ​ເຂື່ອນ​ໄຟ­ຟ້າ​ນ້ຳ​ຄານ 3 ພ້ອມ​ຄະ­ນະ ໃຫ້­ການ​ຕ້ອນ­ຮັບ.

ທ່ານ ທອງ​ເພັດ ດ້ວງ​ເງິນ ກ່າວ​ວ່າ: ປະ­ຕິ­ບັດ​ຕາມ​ແຜນ​ພັດທະ​ນາ​ເສດ­ຖະ­ກິດ-ສັງ­ຄົມຂອງພັກ ກໍ່​ຄື​ມະ­ຕິ​ກອງ​ປະ­ຊຸມ​ໃຫຍ່ ຄັ້ງ​ທີ IX ຂອງ​ພັກພວກ​ເຮົາ​ ກໍ່​ໄດ້ຂຸດ​ຄົ້ນ​ຊອກ​ຫາທ່າ­ແຮງ​ທາງດ້ານ​ທຳ​ມະ​ຊາດ​ທີ່​ເຮົາ​ມີ​ຢູ່ ໂດຍເລັງ​ເຫັນ​ທາງ​ດ້ານ​ສາຍ​ນ້ຳ​ຄານທີ່​ເຮົາ​ມີ​ຢູ່​ໃນ​ການ​ພັດ­ທະ­ນາ​ ເປັນເຂື່ອນ ເຊິ່ງ​ຕາມ​ສາຍ​ນ້ຳ​ດັ່ງ­ກ່າວສາ­ມາດ​ພັດ­ທະ­ນາ​ເປັນ​ເຂື່ອນ​ໄດ້ 2-3 ເຂື່ອນ ແລະ ທາງ​ລັດ​ວິ​ສາຫະ​ກິດ​ໄຟ­ຟ້າ​ລາວ​ພວກ​ເຮົາ ປັດຈຸ​ບັນກໍ່​ໄດ້​ເລີ່ມ​ຈັດ​ຕັ້ງປະ­ຕິ­ບັດ 2 ເຂື່ອນ​ພ້ອມ​ກັນ (ເຂື່ອນ​ໄຟ­ຟ້າ​ນ້ຳຄານ 2 ແລະ 3) ຜ່ານ​ການກໍ່­ສ້າງ​ເຂື່ອນໄຟ­ຟ້າ​ນ້ຳ​ຄານ 2 ທີ່ມີ​ກຳ­ລັງ​ຕິດ​ຕັ້ງ 130 MW ເລີ່ມ​ກໍ່­ສ້າງ​ມາ​ຕັ້ງ­ແຕ່​ເດືອນ​ມີ­ນາ ປີ 2011 ມາ​ຮອດ​ປັດ­ຈຸ­ບັນກໍ່​ໄດ້​ເລີ່ມກັກ​ເກັບ​ນ້ຳ​ມາ​ແລ້ວ​ຕັ້ງ­ແຕ່​ວັນ​ທີ 18 ເມ­ສາ 2015 ເປັນ­ຕົ້ນ​ມາ ແລະ ຄາດ​ວ່າ​ເດືອນ​ກັນ­ຍາ 2015 ນີ້ ຈະ​ເລີ່ມ​ທົດ​ລອງ​ແລ່ນເຄື່ອງ ເພື່ອຜະ­ລິດ​ອອກ​ຈຳ­ໜ່າຍ ສຳ­ລັບ​ເຂື່ອນ​ນ້ຳ​ຄານ 3 ທີ່​ມີ​ກຳລັງ​ຕິດ​ຕັ້ງ 60 MW ແມ່ນ​ເລີ່ມກໍ່­ສ້າງ​ມາ​ຕັ້ງ­ແຕ່​ທ້າຍ​ປີ 2012 ມາ​ຮອດ​ປັດ­ຈຸ­ບັນ​ແມ່ນ​ມີ​ຄວາມຄືບ​ໜ້າ​ຫຼາຍ​ກວ່າ 80% ແລະ ຄາດ​ວ່າ​ຫຼັງ​ຈາກ​ເຂື່ອນ​ໄຟ­ຟ້າ​ນ້ຳຄານ 2 ເລີ່ມ​ປ່ອຍ​ນ້ຳ​ລົງ​ມາ​ກໍ່ຈະ​ເກັບ​ກັກ​ນ້ຳ ແລະ ພ້ອມ​ຈະໄດ້​ຜະ­ລິດ​ໄຟ­ຟ້າ​ໃນ​ກາງ​ປີ 2016.

ສ່ວນ​ເລື່ອງ​ການ​ຍົກ­ຍ້າຍ​ຈັດສັນ ຫຼື ການ​ແກ້​ໄຂ​ຊີ­ວິດ​ການເປັນ​ຢູ່​ຂອງ​ປະ­ຊາ­ຊົນ ຂ້າ­ພະ­ເຈົ້າ ບໍ່​ຢາກ​ເວົ້າ​ວ່າ​ຜູ້​ທີ່​ໄດ້​ຮັບ​ຜົນ​ກະທົບ​ຈາກ​ໂຄງ­ການ ຂ້າ­ພະ­ເຈົ້າຢາກ​ເວົ້າ​ວ່າ: ແມ່ນ​ຜູ້ທີ່​ໄດ້​ຮັບການ​ພັດ­ທະ­ນາ​ຈາກ​ການ​ພັດ​ທະນາ​ເຂື່ອນ ເຊິ່ງ​ເປັນ​ຫຍັງ​ຈຶ່ງ​ເວົ້າຄື​ແນວ​ນີ້ ເພາະ­ວ່າ​ປະ­ຊາ­ຊົນ​ໃນເມື່ອ​ກ່ອນ ເຂົາ­ເຈົ້າ​ຢູ່​ບ້ານ​ເດີມ ເຂົ້າ​ເຈົ້າ​ແມ່ນ​ບໍ່​ມີ​ໂອ­ກາດ​ໄດ້​ຮັບການ​ພັດ­ທະ­ນາ (ຢູ່​ຕາມ​ທຳ​ມະຊາດ) ສະ­ນັ້ນ ເວ­ລາ​ທີ່​ມີ​ໂຄງການ​ເຂົ້າ​ມາ ມີ​ທຶນ​ເຂົ້າ​ມາ ກໍ່ເປັນ​ການ​ພັດ­ທະ­ນາ​ຊີ­ວິດ​ການເປັນ​ຢູ່ ຫຼື ເປັນ​ການ​ພັດ­ທະ­ນາຮອບ­ດ້ານ ໂດຍ​ສະ­ເພາະການສ້າງ​ພື້ນ­ຖານ​ໂຄງ​ລ່າງ ຖະ­ໜົນ ໂຮງ­ຮຽນ ສ້າງ​ເຮືອນໃໝ່​ໃຫ້​ແກ່​ປະ­ຊາ­ຊົນ ແລະ ອື່ນໆ ເຊິ່ງ​ຈະ​ເຮັດ​ໃຫ້​ຊີ­ວິດ​ການ​ເປັນ​ຢູ່ຂອງ​ປະ­ຊາ­ຊົນ​ໄດ້​ຮັບ​ການ​ພັດທະ​ນາ​ ໃຫ້​ດີ​ຂຶ້ນ​ເປັນກ້າວໆ.

 

ແຫລ່ງ​ຂ່າວ: ວຽງ​ຈັນ​ໃໝ່

 

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...