spot_img
Homeຂ່າວຕ່າງປະເທດຜົນ​ການ​ສຶກ​ສາ​ຊີ້ ຊາວ​ຄ​ຣິດ​ໃນ​ສະ​ຫະ​ລັດ​ຫລຸດ​ລົງ ແລະ ຜູ້​ບໍ່​ນັບ​ຖື​ສາ​ສະ​ໜາ​ເພີ່ມ​ຂຶ້ນ!

ຜົນ​ການ​ສຶກ​ສາ​ຊີ້ ຊາວ​ຄ​ຣິດ​ໃນ​ສະ​ຫະ​ລັດ​ຫລຸດ​ລົງ ແລະ ຜູ້​ບໍ່​ນັບ​ຖື​ສາ​ສະ​ໜາ​ເພີ່ມ​ຂຶ້ນ!

Published on

558000005584001

ສະ​ຫະ​ລັດ​ອາ​ເມ​ຣິ​ກາ ກຳ​ລັງ​ກາຍ​ເປັນ​ສັງ​ຄົມ​ທີ່​ມີ​ຊາວ​ຄ​ຣິດ​ໜ້ອຍ​ລົງ ແລະ ມີ​ຜູ້​ທີ່​ບໍ່​ນັບ​ຖື​ສາ​ສະ​ໜາ​ເພີ່ມ​ຂຶ້ນ ໂດຍ​ອີງ​ຕາມ​ຜົນ​ງານ​ການ​ວິ​ໄຈ​ຂອງ ສູນ​ວິ​ໄຈ​ພິວ (Pew Research Center) ທີ່​ໄດ້​ເຮັດ​ການ​ວິ​ໄຈ​ໃນ​ຫົວ​ຂໍ້ ພູມ​ມີ​ທັດ​ທາງ​ສາ​ສະ​ໜາທີ່​ປ່ຽນ​ແປງ​ຂອງ​ອາ​ເມ​ຣິ​ກາ (America’s Changing Religious Landscape) ເຊິ່ງ​ໄດ້​ເຜີຍ​ແຜ່​ໃນ​ມື້​ວັນ​ທີ 12 ພຶດ​ສະ​ພ​າ​ນີ້.

ຜົນ​ການ​ວິ​ໄຈ​ດັ່ງ​ກ່າວ​ໄດ້​ລະ​ບຸ​ວ່າ ສະ​ຫະ​ລັດ​ຍັງ​ຄົງ​ເປັນ​ປະ​ເທດ​ທີ່​ມີ​ຊາວ​ຄ​ຣິດ​ຫລາຍ​ກ່​ວາ​ປະ​ເທດ​ອື່ນໆ​ໃນ​ໂລກ ໂດຍ​ມີ​ຈຳ​ນວນ 70.6% ຂອງ​ປະ​ຊາ​ກອນ​ທັງ​ໝົດ, ແຕ່​ແນວ​ໃດ​ກໍ​ຕາມ ຕົວ​ເລກ​ດັ່ງ​ກ່າວ​ນີ້ ແມ່ນ​ໄດ້​ຫລຸດ​ລົງ ຈາກ​ໃນ​ປີ 2004 ເຊິ່ງ​ມີ​ສູງ​ເຖິງ 78.4% ໃນ​ຂະ​ນະ​ດຽວ​ກັນ​ນັ້ນ ອັດ​ຕາ​ສ່ວນ​ຂອງ​ຜູ້​ທີ່​ບໍ່​ນັບ​ຖື​ສາ​ສະ​ໜາ​ເລີຍ ແມ່ນ​ໄດ້​ເພີ່ມ​ຂຶ້ນ ຈາກ​ໃນ​ປີ 2004 ທີ່​ມີ​ຈຳ​ນວນ 16.1% ມາ​ເປັນ 22.80% ໃນ​ປີ 2014.

ສູນ​ວິ​ໄຈ​ພິວ ໄດ້​ເຜີ​ຍ​ແຜ່​ຜົນ​ງານ​ການ​ວິ​ໄຈ​ດັ່ງ​ກ່າວ ຜ່ານ​ທາງ​ເວັບ​ໄຊ www.pewresearch.org ເຊິ່ງ​ຜົນ​ການ​ສຶກ​ສາ ແມ່ນ​ໄດ້​ມາ​ຈາກ​ການ​ສຳ​ພາດ​ປະ​ຊາ​ຊົນຫລາຍ​ກ່​ວາ 35,000 ຄົນ​ ນັບ​ຕັ້ງ​ແຕ່​ເດືອນ​ມິ​ຖຸ​ນາ ເຖິງ​ເດືອນ​ກັນ​ຍາປີ 2014 ຜ່ານ​ມາ​ນີ້.

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...