spot_img
Homeຂ່າວຕ່າງປະເທດ​ທາງ​ການຟິ​ລິບ​ປິນ​ເນ​ລະ​ເທດ​ແລ້ວ! ໜຸ່ມ​ແຮງ​ງານ​ໄທ ໂພ​ສ​ຕ໌​ເຟ​ສ​ບຸກ​ດູ​ຖູກ​ຊາວ​ຟິ​ລິບ​ປິນ!

​ທາງ​ການຟິ​ລິບ​ປິນ​ເນ​ລະ​ເທດ​ແລ້ວ! ໜຸ່ມ​ແຮງ​ງານ​ໄທ ໂພ​ສ​ຕ໌​ເຟ​ສ​ບຸກ​ດູ​ຖູກ​ຊາວ​ຟິ​ລິບ​ປິນ!

Published on

cdzcxds

ສຳ​ນັກ​ຂ່າວ​ຕ່າງ​ປະ​ເທດ ລາຍ​ງານ​ໃນ​ວັນ​ທີ 12 ພຶດ​ສະ​ພາ​ນີ້​ວ່າ ທ້າວ ໂກ​ສິນ ປ​ຣະ​ເສີດ​ສີ ຫລື ໂກ​ໂກ້ ໜຸ່ມ​ໄທອາ​ຍຸ 32 ປີ ເຊິ່ງ​ໄປ​ເຮັດ​ວຽກ​ຢູ່​ປະ​ເທດ​ຟິ​ລິບ​ປິນດົນ​ເຖິງ 3 ປີ​ ໄດ້​ຖືກ​ທາງ​ການ​ຟິ​ລິບ​ປິນ​ເນ​ລະ​ເທດ​ອອກ​ຈາກ​ປະ​ເທດ​ແລ້ວ ຫລັງ​ຈາກ​ທີ່​ເຂົາ​ໄດ້​ໂພ​ສ​ຕ໌​ຂໍ້​ຄວາມ​ລົງ​ໃນ​ເຟ​ສ​ບຸກ ດ້ວຍ​ການ​ໃຊ້​ຖ້ອຍ​ຄຳ​ດູ​ຸ​ຖູກ​ດູ​ແຄນ​ຊາວ​ຟິ​ລິບ​ປິນ​ຢ່າງ​ຮ້າຍ​ແຮງ ໂດຍ​ດ່າ​ຊາວ​ຟິ​ລິບ​ປິນ​ວ່າ ເປັນ​ສັດ​ປະ​ຫລາດ​ທີ່​ໂງ່​ຈ້າ ເປັນ​ພວກ​ທາດ​ຊັ້ນ​ຕ່ຳ ແລະ ຊົນ​ຊາດ​ທີ່​ໄຮ້​ຄ່າ​ຢູ່​ໃນ​ໂລກ ດັ່ງ​ນີ້​ເປັນ​ຕົ້ນ.

ເນື່ອງ​ຈາກ​ໃນ​ວັນ​ທີ 5 ພຶດ​ສະ​ພາ​ຜ່ານ​ມາ ສຳ​ນັກ​ງານກວດ​ຄົນ​ເຂົ້າ​ເມືອງ​ຟິ​ລິບ​ປິນ ໄດ້​ແຈ້ງ​ຂໍ້​ຫາ​ແກ່​ ທ້າວ ໂກ​ສິນ ປ​ຣະ​ເສີດ​ສີ ເຊິ່ງ​ໃຊ້​ຊື່​ໃນ​ເຟ​ສ​ບຸກວ່າ “Koko Narak” ເປັນ​ບຸກ​ຄົນ​ຜູ້​ບໍ່​ເພິ່ງ​ປະ​ສົງ ແລະ​ ຕໍ່​ມາ​ທ້າວ ໂກ​ສິນ ໄດ້​ອອກ​ມາ​ຂໍ​ໂທດ ພ້ອມ​ທັງ​ລະ​ບຸ​ວ່າ​ເສຍ​ໃຈ​ຕໍ່​ກາ​ນ​ກະ​ທຳ​ດັ່ງ​ກ່າວ ແລະ ບໍ່​ມີ​ເຈ​ຕະ​ນາ​ໃນ​ການ​ທຳ​ຮ້າຍ​ຄວາມ​ຮູ້​ສຶກ​ຂອງ​ຊາວ​ຟິ​ລິບ​ປິນ ໂດຍ​ຖື​ວ່າ​ເປັນ​ພຽງ​ການ​ເວົ້າ​ຢອກ​ຊື່ໆ.

ແນວ​ໃດ​ກໍ​ຕາມ ລ່າ​ສຸດ​ທາງ​ການ​ຟິ​ລິບ​ປິນ ໄດ້​ເປີດ​ເຜີຍ​ໃນ​ມື້​ວານ​ນີ້ (11 ພຶດ​ສະ​ພາ) ວ່າ ທ້າວ​ ໂກ​ສິນ ປ​ຣະ​ເສີດ​ສີ ພົນ​ລະ​ເມືອງ​ໄທ ໄດ້​ຖືກ​ສົ່ງ​ຂຶ້ນ​ເຮືອ​ບິນ ຖ້ຽວ​ບິນ​ຂອງ​ສາຍ​ການ​ບິນ​ໄທ ຕອນ​ເວ​ລາ 20:00 ຂອງວັນ​ທີ 8 ພຶດ​ສະ​ພາ​ຜ່ານ​ມາ​ແລ້ວ.

 

 

ບົດຄວາມຫຼ້າສຸດ

ຍີ່ປຸ່ນໃຫ້ທຶນຊ່ວຍເຫຼືອ 88,546 ໂດລາ ໃນໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນ ບ້ານຫາດສະ ເມືອງປາກທາ ແຂວງບໍ່ແກ້ວ ເພື່ອຍົກລະດັບສະພາບແວດລ້ອມການສຶກສາຮ່ຳຮຽນ

ໃນວັນທີ 15 ຕຸລາ 2025 ທີ່ຜ່ານມາ, ລັດຖະບານຍີ່ປຸ່ນໄດ້ໃຫ້ການຊ່ວຍເຫຼືອເປັນມູນຄ່າປະມານ 88,546 ໂດລາສະຫະລັດ ໃນ ໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນບ້ານຫາດສະ ເຊິ່ງແມ່ນໂຄງການທີ່ຢູ່ພາຍໃຕ້ກອບຮ່ວມມືທີ່ມີຊື່ວ່າ ໂຄງການເສີມສ້າງຄວາມໝັ້ນຄົງຂອງມະນຸດຂັ້ນຮາກຖານ (GGP). ໂຄງການດັ່ງກ່າວແມ່ນການສະໜັບສະໜູນທຶນຮອນເພື່ອກໍ່ສ້າງອາຄານຮຽນໃໝ່, ຫ້ອງນໍ້າ...

ຕ້ອນຮັບຢ່າງອົບອຸ່ນ! ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ

ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ໃນວັນທີ 16 ຕຸລາ 2025 ນີ້, ທີ່ທໍານຽບປະທານປະເທດ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ...

ຍທຂ ຈະສຸມໃສ່ວຽກງານເຄຫາ-ຜັງເມືອງ ນໍ້າປະປາຕາມແຜນພັດທະນາແບບຍືນຍົງ

ວຽກງານເຄຫາ ແລະ ຜັງເມືອງ, ວຽກງານນໍ້າປະປາ ກໍເປັນວຽກງານສໍາຄັນທີ່ພັກ-ລັດ ກໍຄືກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໃຫ້ຄວາມສໍາຄັນ ແລະ ຈະສືບຕໍ່ສຸມໃສ່ແກ້ໄຂ ເພື່ອເຮັດໃຫ້ວຽກງານດັ່ງກ່າວບັນລຸຄາດໝາຍຕາມແຜນພັດທະນາແບບຍືນຍົງ. ສະຫາຍ ເຫຼັກໄຫຼ...

ຮຽນວາງຢາພິດໂດຍຖາມ ChatGPT ສາວອາເມລິກາໃຊ້ເວລາສຶກສາກວ່າ 3 ເດືອນ ເພື່ອວາງຢາຜົວ ສຸດທ້າຍຖືກເຈົ້າໜ້າທີ່ກັກໂຕ

ມີລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາທີ່ລັດໂຄໂລໄລນາ, ສະຫະລັດອາເມລິກາ ເຈົ້າໜ້າທີ່ໄດ້ເຂົ້າກັກໂຕຍິງ ອາຍຸ 43 ປີ ໃນຂໍ້ຫາພະຍາຍາມຈົບຊີວິດຜົວຂອງຕົນເອງ ໂດຍການໃຊ້ສານປົນເປື້ອນໃນອາຫານ ແລະ ເຄື່ອງດື່ມ. ຈາກການສືບສວນຂອງເຈົ້າໜ້າທີ່ໄດ້ຮູ້ວ່າ ໃນລະຫວ່າງ...