spot_img
Homeຂ່າວພາຍ​ໃນຜູ້ໃຊ້ລົດຍິ້ມອອກ ໄດ້ຂ່າວລາຄານ້ຳມັນລົງ

ຜູ້ໃຊ້ລົດຍິ້ມອອກ ໄດ້ຂ່າວລາຄານ້ຳມັນລົງ

Published on

ดาวน์โหลด

ລາ­ຄາ​ນ້ຳ­ມັນ​ລົງ​ເປັນ​ຄັ້ງທຳ​ອິດ ພາຍ­ຫລັງ​ທີ່​ມີ​ການ​ປັບຂຶ້ນ 3 ເທື່ອ​ຕິດ­ຕໍ່​ກັນນັບ​ແຕ່​ວັນ​ທີ 22 ມັງ­ກອນ​ຂອງ​ປີ​ນີ້​ເປັນ­ຕົ້ນ​ມາ.

ບັນ­ດາ​ນັກ​ຂັບ​ຂີ່ ແລະ ຜູ້​ຊົມໃຊ້​ຫລາຍ​ຄົນ​ທີ່​ໃຫ້​ຄວາມ​ສຳ­ຄັນກັບ​ລາຍ​ຈ່າຍ​ຈາກ​ການ​ຊື້​ນ້ຳ­ມັນໃນ​ແຕ່​ລະ​ວັນຄົງ​ຍິ້ມ​ອອກ​ພາຍ­ຫລັງ​ລັດ­ຖະ­ບານ​ປັບ​ລົງ​ລາ­ຄານ້ຳ­ມັນ​ຮອບ​ນີ້ ເຊິ່ງ​ຢູ່​ນະ­ຄອນຫລວງ​ວຽງ​ຈັນ ແອັດ​ຊັງ​ລົງ​ເຖິງ 200 ກີບ ແລະ ກາ​ຊວນ 210 ກີບ​ຕໍ່​ລິດ ສາ­ມາດ​ຊ່ວຍ​ປະ­ຢັດລາຍ​ຈ່າຍ​ໄດ້​ອີກ​ລະ­ດັບ​ຫນຶ່ງ.

ການ​ປັບ​ລົງ​ລາ­ຄາ​ນ້ຳ­ມັນ​ຄັ້ງນີ້​ຂອງ​ກະ­ຊວງ​ອຸດ­ສາ­ຫະ­ກຳ ແລະ ການ​ຄ້າ ກໍ່​ເຊັ່ນ​ດຽວ​ກັນ​ກັບ​ຄັ້ງ​ຜ່ານໆ​ມາ​ຄື​ເຮັດ​ໃຫ້​ສະພາບ​ການ​ຊື້-ຂາຍ​ນ້ຳ­ມັນ​ຢູ່​ບ້ານເຮົາ​ມີ​ຄວາມ​ສອດ­ຄ່ອງ​ຕາມ​ກົນໄກ​ການ​ປ່ຽນ­ແປງ​ຂອງ​ລາ­ຄານ້ຳ­ມັນ​ເຊື້ອ​ໄຟ​ໃນ​ຕະ­ຫລາດ​ໂລກ ເຊິ່ງ​ເລີ່ມ​ມີ​ຜົນ​ນັບ​ແຕ່​ເວ­ລາ 6:00 ໂມງຂອງ​ມື້­ນີ້​ຄື​ວັນ​ທີ 6 ມີ­ນາ 2013.

ສຳ­ລັບ​ລາ­ຄາ​ໃຫມ່​ມື້­ນີ້​ນ້ຳມັນ​ຂາຍ­ຍ່ອຍ​ຫນ້າ​ປ້ຳ​ຢູ່​ນະ­ຄອນຫລວງ​ວຽງ​ຈັນ ແອັດ​ຊັງ​ທຳ​ມະດາ​ແມ່ນ​ເຫລືອ 10.610 ກີບ​ຕໍ່ລິດ ລົງ​ຈາກ​ຄັ້ງ​ກ່ອນ 200 ກີບ, ສ່ວນ​ແອັດ​ຊັງ​ພິ­ເສດ 11.740 ກີບ ແລະ ລາ­ຄາ​ກາ​ຊວນ 9.400  ກີບ​ຕໍ່​ລິດ; ໃນ​ເວ­ລາ​ດຽວ​ກັນ​ຢູ່ແຂວງ​ຄຳ​ມ່ວນ​ຈະ​ຂາຍ​ໃນ​ລາຄາ​ແອັດ​ຊັງ​ພິ­ເສດ​ທີ່ 11.740 ກີບ, ທຳ​ມະ​ດາ 10.650 ກີບ, ກາ​ຊວນ​ລິດ​ລະ 9.450 ກີບ. ດ້ານ​ແຂວງ​ສະ­ຫວັນ​ນະ​ເຂດແອັດ​ຊັງ​ພິ­ເສດ​ລິດ​ຫນຶ່ງ 11.860 ກີບ, ທຳ​ມະ​ດາ 10.660 ກີບ ແລະ ລາ­ຄາ​ກາ​ຊວນ 9.450 ກີບ​ຕໍ່​ລິດ.

ພາກ​ໃຕ້​ຢູ່​ແຂວງ​ຈຳ­ປາ​ສັກແອັດ​ຊັງ​ພິ­ເສດ​ຂາຍ​ອອກ​ລິດຫນຶ່ງ 11.860 ກີບ, ທຳ​ມະ​ດາ 10.650 ແລະ 9.440 ສຳ­ລັບລາ­ຄາ​ນ້ຳ­ມັນ​ກາ​ຊວນ.

ສ່ວນ​ພາກ​ເຫນືອ​ທີ່​ແຂວງບໍ່​ແກ້ວ ລາ­ຄາ​ແອັດ​ຊັງ 10.730 ກີບ, ກາ​ຊວນ 9.510 ກີບ​ຕໍ່​ລິດ, ມາ​ທີ່​ແຂວງ​ຊຽງ​ຂວາງ​ລາ­ຄາແອັດ​ຊັງ​ລິດ​ຫນຶ່ງ​ຂາຍ 10.850 ກີບ ແລະ 9.570 ກີບ ສຳ­ລັບ​ນ້ຳມັນ​ກາ​ຊວນ.

ທີ່ມາhttp://www.ecom.org.la

ບົດຄວາມຫຼ້າສຸດ

ໃຊ້ AI ໃຫ້ເປັນປະໂຫຍດ ຊາຍຊາວອາເມລິການໍາໃຊ້ Chat GPT ໃນການສຸ່ມໂຕເລກເພື່ອຊື້ຫວຍ ຖືກລາງວັນ 100,000 ໂດລາ ຫຼື ປະມານ 2.1 ຕື້ກີບ

ເມື່ອບໍ່ດົນມານີ້ ກາຍເປັນກະແສດັງຢູ່ປະເທດອາເມຣິກາ ເມື່ອມີຊາຍຄົນໜຶ່ງ ອາຍຸ 45 ປີ ອາໄສຢູ່ທີ່ເມືອງ Wyandotte ຣັດ Michigan ສ.ອາເມລິກາ ໄດ້ຖືກຫວຍທ້ອງຖິ່ນ Powerball ພາຍຫຼັງນຳໃຊ້ປັນຍາປະດິດ...

ເສຍຊີວິດສອງຄົນ ເຮືອບິນຂົນສົ່ງສິນຄ້າຂອງສາຍການບິນ ເອມິເຣດ ລຸດອອກນອກລັນເວ ທີ່ສະໜາມບິນຮົງກົງ

ອຸບັດຕິເຫດເຮືອບິນຂົນສົ່ງສິນຄ້າ ເອມິເຣດ ໄຫຼອອກນອກລັນເວ ທີ່ສະໜາມບິນຮົງກົງ ເຮັດໃຫ້ເສຍຊີວິດສອງຄົນ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 20 ຕຸລາ 2025 ນີ້ວ່າ: ເກີດເຫດເຮືອບິນຂົນສົ່ງສິນຄ້າຂອງສາຍການບິນ ເອມິເຣດ ໄຫຼອອກນອກລັນເວຕຳກັບລົດຈົນຕົກທະເລ ທີ່ສະໜາມບິນຮົງກົງ ເຊິ່ງເຫດການດັ່ງກ່າວມີເຈົ້າທີ່ເສຍຊີວິດສອງຄົນ. ຕາມການລາຍງານລະບຸວ່າ:...

ຈະເປີດໃຫ້ບໍລິການໃນປີ 2030 ທາງລົດໄຟວຽງຈັນ-ໜອງຄາຍ ໂດຍຈະເລີ່ມລົງມືກໍ່ສ້າງໃນປີ 2027

ກອງ​ປະຊຸມ​ໄດ້​ຈັດ​ຂຶ້ນ​ຢູ່​ກະຊວງ​ໂຍທາ​ທິການ ​ແລະ ຂົນ​ສົ່ງ ​ແຫ່ງ ສປປ ລາວ ​ໃນ​ວັນ​ທີ 17 ຕຸລາ 2025 ​ເພື່ອ​ປຶກສາ​ຫາລື​ກ່ຽວ​ກັບ​ການ​ກໍ່ສ້າງ​ຂົວ​ທາງ​ລົດ​ໄຟ​ຂ້າມ​ແມ່ນ້ຳຂອງ​ແຫ່ງ​ໃໝ່. ກອງ​ປະຊຸມ​ຄັ້ງ​ນີ້​ໄດ້​ເປັນ​ປະທານ​ຮ່ວມ​ຂອງ​ທ່ານ ທ່ານ ຈັນທອນ...

ຍີ່ປຸ່ນໃຫ້ທຶນຊ່ວຍເຫຼືອ 88,546 ໂດລາ ໃນໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນ ບ້ານຫາດສະ ເມືອງປາກທາ ແຂວງບໍ່ແກ້ວ ເພື່ອຍົກລະດັບສະພາບແວດລ້ອມການສຶກສາຮ່ຳຮຽນ

ໃນວັນທີ 15 ຕຸລາ 2025 ທີ່ຜ່ານມາ, ລັດຖະບານຍີ່ປຸ່ນໄດ້ໃຫ້ການຊ່ວຍເຫຼືອເປັນມູນຄ່າປະມານ 88,546 ໂດລາສະຫະລັດ ໃນ ໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນບ້ານຫາດສະ ເຊິ່ງແມ່ນໂຄງການທີ່ຢູ່ພາຍໃຕ້ກອບຮ່ວມມືທີ່ມີຊື່ວ່າ ໂຄງການເສີມສ້າງຄວາມໝັ້ນຄົງຂອງມະນຸດຂັ້ນຮາກຖານ (GGP). ໂຄງການດັ່ງກ່າວແມ່ນການສະໜັບສະໜູນທຶນຮອນເພື່ອກໍ່ສ້າງອາຄານຮຽນໃໝ່, ຫ້ອງນໍ້າ...