spot_img
Homeຂ່າວຕ່າງປະເທດເຈົ້າ​ໜ້າ​ທີ່​ແອັດ​ສະ​ປາຍຕະ​ລຶງ! ເອັກ​ສະ​ເຣ​ກະ​ເປົາ​ເດີນ​ທາງ ພົບ​ເດັກ​ນ້ອຍ​ຂົດ​ຢູ່​ດ້ານ​ໃນ ລັກ​ລອບ​ເຂົ້າ​ເມືອງ!

ເຈົ້າ​ໜ້າ​ທີ່​ແອັດ​ສະ​ປາຍຕະ​ລຶງ! ເອັກ​ສະ​ເຣ​ກະ​ເປົາ​ເດີນ​ທາງ ພົບ​ເດັກ​ນ້ອຍ​ຂົດ​ຢູ່​ດ້ານ​ໃນ ລັກ​ລອບ​ເຂົ້າ​ເມືອງ!

Published on

news09

ເຈົ້າ​ໜ້າ​ທີ່ກວດ​ຄົນ​ເຂົ້າ​ເມືອງ​ຂອງ​ແອັດ​ສະ​ປາຍ ​ກວດ​ພົບ​ເດັກ​ນ້ອຍ 8 ປີ ຂົດ​ຢູ່​ໃນ​ກະ​ເປົາ​ເດີນ​ທາງຜ່ານ​ເຄື່ອງ​ເອັກ​ສະ​ເຣ ເພື່ອ​ລັກ​ລອບ​ເຂົ້າ​ປະ​ເທດ​ແອັດ​ສະ​ປາຍ.

ສຳ​ນັກ​ຂ່າວ​ຕ່າງ​ປະ​ເທດ ລາຍ​ງານ​ໃນ​ວັນ​ທີ 8 ພຶດ​ສະ​ພາ​ຜ່ານ​ມາ​ນີ້​ວ່າ ເຈົ້າ​ໜ້າ​ທີ່ກວດ​ຄົນ​ເຂົ້າ​ເມືອງ ໃນ​ນະ​ຄອນ​ປົກ​ຄອງ​ຕົນ​ເອງ​ເຊວະ​ຕາ ຂອງ​ແອັດ​ສະ​ປາຍ ຕ້ອງ​ຕົກ​ຕະ​ລຶງ​ເມື່ອ​ເຫັນ​ຮູບ​ຮ່າງ​ມະ​ນຸດຢູ່​ໃນ​ກະ​ເປົາ​ເດີນ​ທາງ ຜ່ານ​ໜ້າ​ຈໍ​ຂອງ​ເຄື່ອງ​ເອັກ​ສະ​ເຣ ໂດຍ​ເຈົ້າ​ຂອງ​ກະ​ເປົາ ແມ່ນ​ແມ່​ຍິງ​ອາ​ຍຸ 19 ປີ ເຮັດ​ໃຫ້​ເຈົ້າ​ໜ້າ​ທີ່​ຕ້ອງ​ຮີບ​ເປີດ​ກະ​ເປົາ​ ເພື່ອ​ເອົາ​ເດັກ​ນ້ອຍ​ອອກ​ມາ ໂດຍ​ຜ່ານ​ການ​ສອບ​ສວນພົບ​ວ່າ ແມ່​ຍິງ​ຄົນ​ດັ່ງ​ກ່າວ​ຖືກວ່າ​ຈ້າງ ໃຫ້​ລັກ​ລອບ​ນຳ​ເອົາ​ເດັກ​ນ້ອຍ​ເຂົ້າ​ປະ​ເທດ​ແອັດ​ສະ​ປາຍ.  ພາຍ​ຫລັງ​ເຈົ້າ​ໜ້າ​ທີ່​ໄດ້​ສົ່ງ​ຕົວ​ເດັກ​ນ້ອຍ​ຄົນ​ດັ່ງ​ກ່າວ ໄປ​ກວດ​ສຸ​ຂະ​ພາບ ກ່ອນ​ຈະ​ສົ່ງ​ໃຫ້​ສະ​ຖານ​ສັງ​ຄົມ​ສົງ​ເຄາະ​ເບິ່ງ​ແຍງ​ຊົ່ວ​ຄາວ ໃນ​ຂະ​ນະ​ທີ່​ພໍ່​ຂອງ​ເດັກ​ນ້ອຍ​ຄົນ​ດັ່ງ​ກ່າວ​ນີ້ ກໍ​ໄດ້​ຖືກ​ເຈົ້າ​ໜ້າ​ທີ່​ຈັບ​ກຸມ ພາຍ​ຫລັງ​ເດີນ​ທາງ​ມາ​ຈາກ​ໄອ​ວໍ​ຣີ​ໂຄດ ໂດຍ​ຜ່ານ​ດ່ານກວດ​ດຽວ​ກັນ.

 

 

ບົດຄວາມຫຼ້າສຸດ

ແຂວງຢຸນນານ ສປ ຈີນ ມອບເຄື່ອງຊ່ວຍເຫຼືອ ແກ່ແຂວງບໍ່ແກ້ວ ມູນຄ່າ 70 ລ້ານກີບ

ວັນທີ 24 ກັນຍາ 2024 ນີ້, ທ່ານ ຢວນຢາພິງ ຫົວໜ້າ ກອງບັນຊາການຕໍາຫຼວດນໍ້າ ແຂວງຢູນນານ ສປ ຈີນ ພ້ອມຄະນະ ໄດ້ນຳເອົາເຂົ້າສານ,...

ກຽມເປີດລົດເມໂດຍສານລະຫວ່າງປະເທດ ອຸດອນ-ໜອງຄາຍ-ວັງວຽງ

ບໍລິສັດຂົນສົ່ງ (ບກສ) ຂອງປະເທດໄທ ກຽມເປີດແລ່ນລົດເມ ເສັ້ນທາງ ອຸດອນ-ສະໜາມບິນອຸດອນ-ໜອງຄາຍ-ວັງວຽງ ເພື່ອອໍານວຍຄວາມສະດວກ ໃຫ້ບັນດານັກທ່ອງທ່ຽວ ແລະ ມີແຜນສຶກສາ ເສັ້ນທາງໃໝ່ ອີກ 5 ເສັ້ນທາງ...

ການພົບປະລະຫວ່າງຮອງນາຍົກລັດຖະມົນຕີ ລາວ-ຈີນ

ໃນໂອກາດເຂົ້າຮ່ວມງານວາງສະແດງສິນຄ້າ ຈີນ-ອາຊຽນ ຄັ້ງທີ 21 ທີ່ນະຄອນໜານໜິງ, ສປ ຈີນ, ໃນຕອນແລງຂອງວັນທີ 24 ກັນຍາ 2024 ທີ່ ສູນປະຊຸມສາກົນໂຮງແຮມລີ້ຢວນ, ສະຫາຍ...

ກອງປະຊຸມປຶກສາຫາລື ເພື່ອແກ້ໄຂໄພນໍ້າຖ້ວມ- ລາຍງານຜົນເສຍຫາຍ ນໍ້າຖ້ວມທົ່ວປະເທດ

ໃນວັນທີ 24 ກັນຍາ 2024, ຢູ່ຫ້ອງປະຊຸມກະຊວງປ້ອງກັນປະເທດໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບ ການແກ້ໄຂໄພພິບັດນໍ້າຖ້ວມ ຢູ່ບັນດາເເຂວງໃນລາວ, ໂດຍການເປັນປະທານ ຂອງສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ,...