Homeຂ່າວຕ່າງປະເທດ​ລັດ​ໄອ​ໂອ​ວາ ສະ​ຫະ​ລັດອາ​ເມ​ຣິ​ກາ ​ພົບ​ໄຂ້​ຫວັດ​ສັດ​ປີກລະ​ບາດ ສັ່ງ​ຂ້າ​ໄກ່ຫລາຍ​ກ່​ວາ 4 ລ້ານ​ໂຕ

​ລັດ​ໄອ​ໂອ​ວາ ສະ​ຫະ​ລັດອາ​ເມ​ຣິ​ກາ ​ພົບ​ໄຂ້​ຫວັດ​ສັດ​ປີກລະ​ບາດ ສັ່ງ​ຂ້າ​ໄກ່ຫລາຍ​ກ່​ວາ 4 ລ້ານ​ໂຕ

Published on

558000005489601

ເຈົ້າ​ໜ້າ​ທີ່​ສາ​ທາ​ລະ​ນະ​ສຸກ ລັດ​ໄອ​ໂອ​ວາ ສະ​ຫະ​ລັດ​ອາ​ເມ​ຣິ​ກາ ກວດ​ພົບ​ການ​ແຜ​່​ລະ​ບາດ​ຂອງ​ເຊື້ອ​ໄວ​ຣັດ ໄຂ້​ຫວັດ​ສັດ​ປີກ H5N2 ໃນ​ຟາມ​ລ້ຽງ​ໄກ່ 2 ແຫ່ງ ສົ່ງ​ຜົນ​ເຮັດ​ໃຫ້​ຕ້ອງ​ມີ​ການ​ສັ່ງ​ຂ້າ​ໄກ່ ຫລາຍ​ກ່​ວາ 4 ລ້ານ​ໂຕ ເພື່ອ​ສະ​ກັດ​ກັ້ນ​ການ​ແຜ່​ລະ​ບາດ.

ສຳ​ນັກ​ຂ່າວ​ຕ່າງ​ປະ​ເທດ ລາຍ​ງານ​ລ່າ​ສຸດ​ໃນ​ວັນ​ທີ 10 ພຶດ​ສະ​ພາ​ຜ່ານ​ມາ​ນີ້​ວ່າ ຈຳ​ນວນ​ໄກ່​ທີ່​ຖືກ​ຂ້າ​ໃນ​ລັດ​ໄອ​ໂອ​ວາ ອາດ​ສູງ​ຂຶ້ນ​ເຖິງ​ລະ​ດັບ 25 ລ້ານ​ໂຕ ຫລື ຫລາຍ​ກ່​ວາ 40% ຂອງ​ຈຳ​ນວນ​ໄກ່​ທີ່​ລ້ຽງ​ໃນ​ລັດ​ນີ້ ໂດຍ​ຂໍ້​ມູນ​ຈາກ​ສູນ​ປ້ອງ​ກັນ​ພະ​ຍາດ​ແຫ່ງ​ຊາດ ຂອງ​ສະ​ຫະ​ລັດ​ອາ​ເມ​ຣິ​ກາ ໄດ້​ອອກ​ມາ​ຢືນ​ຢັນ​ວ່າ ພົບ​ການ​ແຜ່​ລະ​ບາດ​ຂອງ​ເຊື້ອ​ໄວ​ຣັດ​ໄຂ້​ຫວັດ​ສັດ​ປີກ ສາຍ​ພັນ H5N2 ແລ້ວ ໃນ 13 ລັດທົ່ວ​ສະ​ຫະ​ລັດ​ອາ​ເມ​ຣິ​ກາ ນັບ​ຕັ້ງ​ແຕ່​ເດືອນ​ມີ​ນາ​ທີ່​ຜ່ານ​ມາ ອັນ​ເປັນ​ເຫດ​ເຮັດ​ໃຫ້​ມີ​ການ​ສັ່ງ​ຂ້າ​ສັດ​ປີກທົ່ວ​ປະ​ເທດ ໄປ​ແລ້ວ​ຫລາຍ​ກ່​ວາ 30 ລ້ານ​ໂຕ ແຕ່​ກໍ​ຍັງ​ບໍ່​ທັນ​ມີ​ລາຍ​ງານ​ການ​ແຜ່​ເຊື້ອ​ສູ່​ມະ​ນຸດ​ເທື່ອ.

 

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...