spot_img
Homeຂ່າວຕ່າງປະເທດຊາວ​ຟິ​ລິບ​ປິນ​ນັບ​ພັນ​ຄົນ ອົບ​ພະ​ຍົບ​ໜີ​ພາ​ຍຸ ໂນ​ອຶນ ຖ້ຽວ​ບິນ ເຮືອ​ຂ້າມ​ຟາກ ຖືກ​ຍົກ​ເລີກ!

ຊາວ​ຟິ​ລິບ​ປິນ​ນັບ​ພັນ​ຄົນ ອົບ​ພະ​ຍົບ​ໜີ​ພາ​ຍຸ ໂນ​ອຶນ ຖ້ຽວ​ບິນ ເຮືອ​ຂ້າມ​ຟາກ ຖືກ​ຍົກ​ເລີກ!

Published on

617373-01

ປະ​ຊາ​ຊົນ​ຊາວ​ຟິ​ລິບ​ປິນນັບ​ພັນ​ຄົນ ​ອົບ​ພະ​ຍົບ​ອອກ​ຈາກ​ພື້ນ​ທີ່​ສ່ຽງ​ໄພທາງ​ພາກ​ເໜືອ ຫລັງ​ພາ​ຍຸ​ໂນ​ອຶນພັດ​ຖະ​ຫລົ່ມ​.

ສຳ​ນັກ​ຂ່າວ​ຕ່າງ​ປະ​ເທດ ລາຍ​ງານ​ໃນ​ວັນ​ທີ 11 ພຶດ​ສະ​ພາ​ນີ້​ວ່າ ປະ​ຊາ​ຊົນ​ຊາວ​ຟິ​ລິບ​ປິນ ຫລາຍ​ກ່​ວາ 1,000 ຄົນ ໄດ້​ພາ​ກັນອົບ​ພະ​ຍົບ​ອອກ​ຈາກ​ພື້ນ​ທີ່​ພາກ​ຕາ​ເວັນ​ອອກ​ສຽງ​ເໜືອ ໃນ​ຂະ​ນະ​ທີ່​ພາ​ຍຸ​ໄຕ້​ຝຸ່ນ​ໂນ​ອຶນ ພັດ​ເຂົ້າ​ໝູ່​ເກາະ​ລູ​ຊອນ ໃນ​ຕອນຄ່ຳ​ຂອງ​ມື້​ວານ​ນີ້ ​ຕາມ​ເວ​ລາ​ໃນ​ທ້ອງ​ຖິ່ນ, ບັນ​ດາ​ຖ້ຽວ​ບິນ ແລະ ເຮືອ​ຂ້າມ​ຟາກ​ຕ່າງໆ ໄດ້​ຖືກ​ຍົກ​ເລີກ ໃນ​ຂະ​ນະ​ທີ່​ເຄື່ອງ​ບັນ​ເທົາ​ທຸກ​ຕ່າງໆ ກໍ​ຖືກ​ລຳ​ລຽງ​ເຂົ້າ​ສູ່​ພື້ນ​ທີ່​ດ້ວຍ​ຄວາມ​ຍາກ​ລຳ​ບາກ ເພາະ​ສະ​ພາບ​ອາ​ກາດ​ທີ່​ຮຸນ​ແຮງ​ຫລາຍ​ຄັ້ງ ໂດຍ​ເຂດ​ດັ່ງ​ກ່າວ​ນີ້ ແມ່ນ​ເປັນ​ເຂດ​ທີ່​ຖືກ​ປະ​ສົບ​ໄພ​ພາ​ຍຸ​ໄຫ​່​ຢຽນ ໃນ​ປີ 2013 ຜ່ານ​ມາ ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີ​ວິດ​ກ່​ວາ 7,000 ຄົນ.

 

 

ບົດຄວາມຫຼ້າສຸດ

ແຂວງຢຸນນານ ສປ ຈີນ ມອບເຄື່ອງຊ່ວຍເຫຼືອ ແກ່ແຂວງບໍ່ແກ້ວ ມູນຄ່າ 70 ລ້ານກີບ

ວັນທີ 24 ກັນຍາ 2024 ນີ້, ທ່ານ ຢວນຢາພິງ ຫົວໜ້າ ກອງບັນຊາການຕໍາຫຼວດນໍ້າ ແຂວງຢູນນານ ສປ ຈີນ ພ້ອມຄະນະ ໄດ້ນຳເອົາເຂົ້າສານ,...

ກຽມເປີດລົດເມໂດຍສານລະຫວ່າງປະເທດ ອຸດອນ-ໜອງຄາຍ-ວັງວຽງ

ບໍລິສັດຂົນສົ່ງ (ບກສ) ຂອງປະເທດໄທ ກຽມເປີດແລ່ນລົດເມ ເສັ້ນທາງ ອຸດອນ-ສະໜາມບິນອຸດອນ-ໜອງຄາຍ-ວັງວຽງ ເພື່ອອໍານວຍຄວາມສະດວກ ໃຫ້ບັນດານັກທ່ອງທ່ຽວ ແລະ ມີແຜນສຶກສາ ເສັ້ນທາງໃໝ່ ອີກ 5 ເສັ້ນທາງ...

ການພົບປະລະຫວ່າງຮອງນາຍົກລັດຖະມົນຕີ ລາວ-ຈີນ

ໃນໂອກາດເຂົ້າຮ່ວມງານວາງສະແດງສິນຄ້າ ຈີນ-ອາຊຽນ ຄັ້ງທີ 21 ທີ່ນະຄອນໜານໜິງ, ສປ ຈີນ, ໃນຕອນແລງຂອງວັນທີ 24 ກັນຍາ 2024 ທີ່ ສູນປະຊຸມສາກົນໂຮງແຮມລີ້ຢວນ, ສະຫາຍ...

ກອງປະຊຸມປຶກສາຫາລື ເພື່ອແກ້ໄຂໄພນໍ້າຖ້ວມ- ລາຍງານຜົນເສຍຫາຍ ນໍ້າຖ້ວມທົ່ວປະເທດ

ໃນວັນທີ 24 ກັນຍາ 2024, ຢູ່ຫ້ອງປະຊຸມກະຊວງປ້ອງກັນປະເທດໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບ ການແກ້ໄຂໄພພິບັດນໍ້າຖ້ວມ ຢູ່ບັນດາເເຂວງໃນລາວ, ໂດຍການເປັນປະທານ ຂອງສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ,...