spot_img
Homeນານາສາລະວິທີເຮັດໃຫ້ລົດເຢັນລົງພາຍໃນ 10 ວິນາທີ (ມີຄລິບ)

ວິທີເຮັດໃຫ້ລົດເຢັນລົງພາຍໃນ 10 ວິນາທີ (ມີຄລິບ)

Published on

ximg_1431232401_599

ໄລຍະນີ້ອາກາດຮ້ອນຫຼາຍ ແຕ່ຈຳເປັນຕ້ອງຈອດລົດຕາກແດດ ເມື່ອຈະກັບຂຶ້ນລົດມັນໂຄດຮ້ອນເລີຍ ບໍ່ມີອາກາດຫາຍໃຈ ເບາະລົດກໍແສນຮ້ອນ ພວງມາໄລຈົນຊິຈັບບໍ່ໄດ້ ຢ້ານມືໂພງ… ມື້ນີ້ເຮົາມີວິທີເຮັດໃຫ້ຫ້ອງໂດຍສານ ຂອງລົດເຢັນລົງພາຍໃນເວລາພຽງ 10 ນາທີ ເມື່ອຕ້ອງຈອດລົດຕາກແດດ ເຊິ່ງໄດ້ລອງເຮັດເບິ່ງແລ້ວ ໄດ້ຜົນແທ້ໆ ຈຶ່ງເອົາມາບອກຕໍ່.

ເມື່ອຕ້ອງຈອດລົດຕາກແດດ ສິ່ງທີ່ເຮົາສາມາດເຮັດໄດ້ ເພື່ອບັນເທົາຄວາມຮ້ອນໃນເວລາ ຈອດລົດໄວ້ກາງແດດມີດັ່ງນີ້:

1. ຕິດອຸປະກອນກັນແດດທັງຫຼາຍ ເຊັ່ນ ແຜ່ນບັງແດດ, ຜ້າກັ້ງ, ຕິດຟີມ ຫຼືອິຫຍັງກໍໄດ້ ທີ່ສາມາດຫຼຸດຜ່ອນແດງແດດ ບໍ່ໃຫ້ເຜົາລົດເຮົາ.

2. ເອົາແວ່ນລົງເລັກໜ້ອຍ ຈັກ 1 ຊັງຕີແມັດ ກໍພໍເພື່ອລະບາຍຄວາມຮ້ອນໃຫ້ລົດ ບໍ່ໃຫ້ລົດສະສົມຄວາມຮ້ອນ ລະວັງຢ່າເອົາແວ່ນລົງຕ່ຳຫຼາຍ ຈັກໜ້ອຍໂຈນຊິໄປເປີດປະຕູລັກເຄື່ອງໄດ້.

3. ຢ່າປະວັດຖຸໃດທີ່ມັນຈະລະເບີດໄດ້ ເຊັ່ນ ກັບໄຟອາຍແກັດ ສະເປຕ່າງໆ ເປັນຕົ້ນໄວ້ໃນລົດ

ແລະຖ້າວ່າທ່ານເຮັດທັງ 3 ຂໍ້ຂ້າງເທິງ ຫຼືບໍ່ກໍຕາມ ເມື່ອທ່ານກັບມາຮອດລົດ ວິທີຫຼຸດຜ່ອນຄວາມຮ້ອນໃນລົດ ເຮັດໄດ້ງ່າຍໆ ແລະວ່ອງໄວ ຕາມທີ່ຄົນຍີ່ປຸ່ນເຂົາຊວນເຮັດ ດັ່ງນີ້:

1. ເປີດປ່ອງຢ້ຽມດ້ານຄົນນັ່ງທາງໜ້າລົງໃຫ້ສຸດ (ເປີດແຕ່ບານດຽວເດີ)

2. ໄປຢືນຢູ່ປະຕູທາງກົງກັນຂ້າມແລ້ວ ເປີດ-ປິດ 5 ເທື່ອ (ຫຼືຫຼາຍກວ່ານັ້ນກໍໄດ້ ຖ້າມີເວລາຫຼາຍກໍແຮ່ງດີ)

ພຽງເທົ່ານີ້ ທ່ານກໍສາມາດຫຼຸດອຸນຫະພູມ ພາຍໃນຫ້ອງໂດຍສານລົງໄດ້ເຖິງ ປະມານ 10 ອົງສາເລີຍ ເພາະການເຮັດຄືດັ່ງກ່າວເປັນການ ໄລ່ຄວາມຮ້ອນອອກຈາກລົດນັ້ນເອງ.

ງ່າຍແມ່ນບໍ? ລອງໄປເຮັດເບິ່ງເດີ ຖ້າໄດ້ຜົນແລ້ວບອກຜູ້ອື່ນຕໍ່ດ້ວຍ ລອງມາແລ້ວໄດ້ຜົນດີ !!

ຂໍ້ມູນຈາກ: http://nirundon.in.th/

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...