Homeມູມໄອທີລາວ โพสเมื่อ: วันอังคาร 5 มีนาคม 2013, หมวดหมู่ Technology, ຂ່າວ เข้าดู 3...

โพสเมื่อ: วันอังคาร 5 มีนาคม 2013, หมวดหมู่ Technology, ຂ່າວ เข้าดู 3 ครั้ง

Published on

samsung-rad

ສຸດໆ! SAMSUNG GALAXY S IV ຕຽມຄວບຄຸມເຄື່ອງໂດຍໃຊ້ສາຍຕາ?

ຂ່າວລືຕອນນີ້ຂອງ Samsung Galaxy S IV ເບິ່ງຄືວ່າຈະຍັງຫລາບບໍ່ພໍ ກ່ອນຫນ້ານີ້ເຄີຍມີຂ່າວທຳນອງນີ້ໄປແລ້ວຄືກັນແຕ່ເປັນເລື່ອງ Floating Touch ຄືກັນກັບພວກ Sony Xperia Sola ລວມເຖິງເລື່ອງລະບົບ Gesture Control ໃນກ້ອງ ມື້ນີ້ເອງຍັງມີຂ່າວເລື່ອງກ່ຽວກັບການຄວບຄຸມໂຕເຄື່ອງອອກມາອີກແບບໃຫມ່ແຕ່ເທື່ອນີ້ຫນ້າສົນໃຈກວ່າ 2 ເທື່ອທີ່ຜ່ານມາ

ການຄວບຄຸມເຄື່ອງແບບໃຫມ່ນີ້ຈະໃຊ້ສາຍຕາໃນການຄວບຄຸມ ເຊິ່ງເປັນຂ່າວມາຈາກທາງ New York Times ໂດຍການເຮັດວຽກຂອງມັນກໍຄືສົມມຸດເຮົາອ່ານໄຟຣເອກກະສານໃນເຄື່ອງຢູ່ ຫລັງຈາກເຮົາອ່ານຈົບແລ້ວສາມາດເບິ່ງໄປທີ່ດ້ານມຸມລຸ່ມຂອງຈໍເພື່ອປ່ຽນຫນ້າເອກກະສານໄປຫນ້າຕໍ່ໄປໄດ້ທັນທີປະມານນີ້
ສຳລັບແນວຄິດນີ້ແນ່ນອນມີຄວາມເປັນໄປໄດ້ພໍສົມຄວນເພາະກ່ອນຫນ້ານີ້ທາງ Samsung ເຄີຍອອກມາເວົ້າເຖິງພວກລະບົບ “Eye scrolling” ຢູ່ຄືກັນບວກກັບຄວາມສາມາດ Smart Stay ໃນ Galaxy S III ກໍເຮັດໃຫ້ມີຄວາມເປັນໄປໄດ້ສູງທີ່ Galaxy S IV ຈະມີຄວາມສາມາດທີ່ເຫນືອກວ່າ ຕ້ອງໄດ້ຕິດຕາມເບິ່ງກັນຕໍ່ໄປແລ້ວ

ບົດຄວາມຫຼ້າສຸດ

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...

ຮອງນາຍົກລັດຖະມົນຕີ ລມຕ ກປທ ແຫ່ງ ສປປ ລາວ ເດີນທາງຢ້ຽມຢາມ ສສ ຫວຽດນາມ

ສະຫາຍ ພົນເອກ ຄຳລຽງ ອຸທະໄກສອນ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍນາຍທະຫານຂັ້ນສູງກອງທັບປະຊາຊົນລາວ ເດີນທາງຢ້ຽມຢາມທາງການ ສາທາລະນະລັດ ສັງຄົມນິຍົມ...

ກະຊວງສາທາ ສະເໜີ ຮ່າງກົດໝາຍ ວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ

​ໃນວາລະກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ວັນທີ 14 ຕຸລາ 2026, ທ່ານນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງສາທາລະນະສຸກ...

ທ່ານ ນາຍົກລັດຖະມົນຕີ ຊີ້ນຳໃຫ້ ຍທຂ ພັດທະນາກໍ່ສ້າງ ແລະ ປັບປຸງເສັ້ນທາງໃຫ້ມີຄຸນນະພາບ ໄດ້ມາດຕະຖານສາກົນ.

ໃນວັນທີ 13 ຕຸລາ 2026 ນີ້, ທີ່ຫ້ອງປະຊຸມໃຫຍ່ກະຊວງໂຍທາທິການ ແລະ ຂົນສົ່ງ, ພະນະທ່ານ ສະເຫຼີມໄຊ ກົມມະສິດ ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ...